ເຄັດລັບງ່າຍໆທອດອາຫານແບບໃດບໍ່ໃຫ້ຕິດໝໍ້ ແຖມຍັງບໍ່ອົມນໍ້າມັນ

98

ສຳລັບອາຫານເມນູທອດຕ່າງໆ ຫຼາຍໆຄົນມັກຈະຢ້ານນໍ້າມັນສະສົມຢູ່ໃນອາຫານຫຼາຍເກີນໄປ, ຫານຮັບປະທານສະສົມເຂົ້າໄປໃນປະລິມານທີ່ຫຼາຍ ກໍ່ອາດຈະມີຄວາມສ່ຽງເປັນໂຣກຕ່າງໆໄດ້ງ່າຍຂຶ້ນ. ສຳລັບ ມື້ນີ້ ໃຜທີ່ມັກຮັບປະທານອາຫານປະເພດທອດ ບໍ່ຕ້ອງກົງວົນອີກຕໍ່ໄປ ເພາະວ່າແອັດມິນ ມີວິທີທອດງ່າຍໆ ເຄັບລັບທີ່ເຮັດໃຫ້ອາຫານບໍ່ຕິດໝໍ້ ແລະ ບໍ່ອົມນໍ້າມັນມາຝາກ ເຊິ່ງຈະມີແນວໃດໄປເບິ່ງເລີຍ!!

*

ຂັ້ນຕອນທີ1: ໃຫ້ຕັ້ງໝໍ້ຂາງໃສ່ເຕົາໄຟປົກກະຕິ, ຈາກນັ້ນ ໃຫ້ໃສ່ນໍ້າສົ້ມສາຍຊູປະມານ 1 ບ່ວງ ຫຼັງຈາກນັ້ນ, ໃຊ້ບ່ວງ ຫຼື ຈອງເຂ່ຍນໍ້າສົ້ມສາຍຊູໃຫ້ທົ່ວໝໍ້ຂາງ ຈາກນັ້ນລໍຖ້າໃຫ້ນໍ້າສົ້ມສາຍຊູຟົດຈົນລະເຫີຍອາຍອອກໄປ ແລ້ວໃສ່ນໍ້າມັນສຳລັບທອດລົງໄປ ແລ້ວປັບໄຟໃຫ້ແຮງຂຶ້ນ.

ຂັ້ນຕອນທີ 2 ລໍຖ້າໃຫ້ນໍ້າມັນຮ້ອນໄດ້ທີ່ ໃຫ້ນຳເອົາອາຫານທີ່ກຽມທອດລົງໄປທອດຕາມປົກກະຕິ ເມື່ອທອດສຳເລັດແລ້ວ ໃຫ້ນຳມາອາຫານມາວາງໃສ່ຕະແກັງ ຫຼື ຈະໃຊ້ທິບຊູຊຳມັນ ກໍ່ໄດ້ ແລ້ວ ນໍາໄປຮັບປະທານປົກກະຕິ.

ເຄັບລັບການທອດອາຫານບໍ່ໃຫ້ອົມນໍ້າມັນ: ບໍ່ວ່າຈະເປັນການທອດອາຫານຊະນິດໃດກໍ່ຕາມແຕ່ ສິ່ງສໍາຄັນທໍາອິດຄືຕ້ອງລໍຖ້າໃຫ້ນໍ້າມັນມີຄວາມຮ້ອນເສຍກ່ອນ ຈຶ່ງນຳເອົາອຫານທີ່ຈະທອດລົງໄປ, ຖ້ານໍ້າມັນຮ້ອນໄດ້ທີ່ ອາຫານຈະບໍ່ອົມນໍ້າມັນ ແລະ ພະຍາຍາມຢ່າພິກອາຫານເລື້ອຍໆໃນເວລາທອດເພາະຈະເຮັດໃຫ້ ອາຫານຂອງເຮົາເລະ ຫຼື ມີໜ້າຕາບໍ່ໜ້າຮັບປະທານນັ້ນເອງ.