ທ່ານ ສີສັກດາ ແສງນາລີວົງ ໄດ້ເປັນຫົວໜ້າ ຮສສ ເມືອງທ່າແຕງ ຜູ້ໃໝ່

138

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ທາງດ້ານການເມືອງໃນໄລຍະໃໝ່ ຫຼາຍອົງການຈັດຕັ້ງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ມີການປັບປ່ຽນ, ໂຍກຍ້າຍ ແລະ ຊັບຊ້ອນໜ້າທີ່ຕໍາແໜ່ງງານ, ທັງນີ້, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິພາບຫຼາຍຂຶ້ນ.


ວັນທີ 17 ຕຸລາ 2019 ນີ້ຢູ່ທີ່ສະໂມສອນຂອງເມືອງ ທ່າແຕງ ແຂວງ ເຊກອງ ກໍ່ໄດ້ມີພິທີປະກາດແຕ່ງຕັ້ງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ທ່າແຕງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນສວນ ບຸດບຸນມາ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ, ຮອງຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ເພັດຕຸລາ ສຸດທິຈັກ ຮອງຫົວໜ້າຄະນະຈັດຕັ້ງເມືອງ ທ່າແຕງ ໄດ້ຂຶ້ນຜ່ານລາຍງານມະຕິຕົກລົງ ຂອງທ່ານເຈົ້າເມືອງໆທ່າແຕງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ໂຍກຍ້າຍ ພ້ອມມອບຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໂດຍສະເພາະ ມະຕິຕົກລົງວ່າດ້ວຍແຕ່ງຕັ້ງທ່ານ ສີສັກດາ ແສງນາລີວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ທ່າແຕງ ໄປດໍາລົງຕໍາແໜ່ງເປັນຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ທ່າແຕງ ຜູ້ໃໝ່ ເນື່ອງຈາກວ່າຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ຜູ້ເກົ່າ ໝົດອາຍຸກະສຽນລໍຖ້າບໍານານ.

ໃນໂອກາດນີ້ ກໍ່ໄດ້ປະກາດແຕ່ງຕັ້ງ ທ່ານ ກໍລະກັນ ບຸດສະບາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ເປັນຜູ້ວ່າການຫົວໜ້າຫ້ອງການສາທາລະນະສຸກເມືອງທ່າແຕງ. ພາຍຫຼັງມອບຮັບໜ້າທີ່ແລ້ວທັງສອງຝ່າຍກໍໄດ້ເຊັນບົດບັນທຶກ ເພື່ອຢັ້ງຢືນວຽກງານໃຫ້ມີຄວາມໂປ່ງໃສ, ໂດຍຊ້ອງໜ້າກໍາມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ.