ເຂົ້າໃຈໃຫ້ຖືກຕ້ອງ ທີ່ດິນປຸກສ້າງໃນເງື່ອນໄຂທາງກົດໝາຍ

380

ມື້ນີ້ມາກັບທີ່ດິນອີກແລ້ວ ເພາະທຸກວັນນີ້ມີບັນຫາຫຼາຍເລື່ອງທີ່ດິນ ເນື່ອງຈາກທີ່ດິນສາມາດແປຮູບໃຫ້ເປັນເງິນ ເປັນຫຼັກຊັບຄ້ຳປະກັນອື່ນໆຫຼາຍຢ່າງ, ທີ່ຜ່ານມາມັກມີກໍລະນີເຈົ້າຂອງດິນບອກວ່າເປັນດິນກະສິກຳ ແຕ່ຄວາມຈີງເປັນດິນປຸກສ້າງ ຫຼື ບາງກໍລະນີທີ່ເອົາໄປຄ້ຳປະກັນພັດວ່າ ເປັນດິນປຸກສ້າງທັ້ງທີ່ເປັນກິນກະສິກຳ.

ສະນັ້ນ, ເພື່ອຄວາມກະຈ່າງແຈ້ງ ແກ່ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການຂຶ້ນທະບຽນທີ່ດິນໃນຮູບແບບຕ່າງໆ. ມື້ນີ້, ແອັດມິນ ຈະມາໃຫ້ຄວາມຮູ້ກ່ຽວທີ່ດິນປຸກສ້າງ ເຊິ່ງໄດ້ກຳນົດໄວ້ໃນມາດຕາ 40, 41 ແລະ 42 ຂອງກົດໝາຍ ທີ່ດິນ ສະບັບປັບປຸງ ປີ 2003 ດັ່ງນີ້:
ທີ່ດິນປຸກສ້າງ ແມ່ນທີ່ດິນທີ່ໄດ້ກຳນົດໄວ້ ເພື່ອນໍາໃຊ້ໃນການປຸກສ້າງທີ່ຢູ່ອາໄສ, ໂຮງຈັກ, ໂຮງງານ, ສຳນັກງານ, ອົງການ ແລະ ສະຖານທີ່ສາທາລະນະ.

ມາດຕາ 40: ປະເພດດິນປຸກສ້າງ ແບ່ງອອກເປັນ 4 ປະເພດດັ່ງນີ້: ທີ່ດິນ ເພື່ອປຸກສ້າງ ສາທາລະນະປະໂຫຍດ; ທີ່ດິນປຸກສ້າງ ທີ່ຢູ່ອາໄສ; ທີ່ດິນປຸກສ້າງໂຮງຈັກ-ໂຮງງານ ແລະ ທີ່ດິນປຸກສ້າງສຳນັກງານ, ອົງການ.

ທີ່ດິນປຸກສ້າງ ເພື່ອສາທາລະນະປະໂຫຍດ ແມ່ນທີ່ດິນ ເພື່ອຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນ: ສວນສາທາລະນະ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ສະໜາມເດັກຫຼິ້ນ,ສະໜາມກິລາ ແລະ ອື່ນໆ ທີ່ຮັບໃຊ້ສາທາລະນະປະໂຫຍດ; ທີ່ດິນປຸກສ້າງ ທີ່ຢູ່ອາໄສ ແມ່ນທີ່ດິນນຳໃຊ້ເຂົ້າໃນການປຸກສ້າງ ທີ່ພັກພາອາໄສ ຂອງບຸກຄົນ ແລະ ຄອບຄົວ; ທີ່ດິນປຸກສ້າງໂຮງຈັກໂຮງງານ ແມ່ນທີ່ດິນນຳໃຊ້ ເພື່ອດຳເນີນການຜະລິດ ແລະ ການປຸ່ງແຕ່ງອຸດສາຫະກຳ ແລະ ທີ່ດິນປຸກສ້າງ ສຳນັກງານ, ອົງການ ແມ່ນທີ່ດິນ ເພື່ອຮັບໃຊ້ການປຸກສ້າງສຳນັກງານ, ອົງການຂອງລັດ, ຂອງວິສາຫະກິດ, ສະຖານທູດ ຫຼື ອົງການຈັດຕັ້ງສາກົນ. ເຊິ່ງການຈັດສັນທີ່ດິນປຸກສ້າງ ຕ້ອງປະຕິບັດຕາມຜັງເມືອງ ແລະ ອັດຕາສ່ວນຂອງດິນປຸກສ້າງແຕ່ລະປະເພດ ທີ່ໄດ້ກຳນົດໄວ້.

ມາດຕາ 41 ລະບຽບການນຳໃຊ້ທີ່ດິນປຸກສ້າງ: ແມ່ນລັດຕ້ອງສະຫງວນທີ່ດິນປຸກສ້າງ ສຳລັບສາທາລະນະປະໂຫຍດໄວ້ ເພື່ອຮັບໃຊ້ຜົນປະໂຫຍດສ່ວນລວມ. ຖ້າຫາກມີການປ່ຽນເປົ້າໝາຍໃຊ້ທີ່ດິນດັ່ງກ່າວ ກໍ່ຕ້ອງໃຫ້ຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນດຽວກັນ ແລະ ຕ້ອງໄດ້ຮັບການເຫັນດີ ຈາກຂະແໜງການທີ່ກ່ຽວຂ້ອງເສຍກ່ອນ.

ການນຳໃຊ້ທີ່ດິນປຸກສ້າງ ແມ່ນບໍ່ໃຫ້ແຕະຕ້ອງເຖິງ ສິດຜົນປະໂຫຍດຂອງຜູ້ອື່ນ, ທັງຮັບປະກັນສະພາວະຄວາມເປັນຈິງຕ້ອງຍອມຮັບ. ການປຸກສ້າງຕ່າງໆ ຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ມີສິດ ແລະ ໜ້າທີ່ກ່ຽວຂ້ອງ, ຮັບປະກັນມາດຕະຖານເຕັກນິກຢ່າງຄົບຖ້ວນ ພ້ອມທັງຮັບປະກັນ ການປົກປັກຮັກສາສິ່ງແວດລ້ອມ.

ມາດຕາ 42: ການກຳນົດຂອບເຂດ, ສິດນຳໃຊ້ທີ່ດິນປຸກສ້າງ: ລັດອະນຸຍາດໃຫ້ບຸກຄົນ ແລະ ຄອບຄົວນຳໃຊ້ດິນປຸກສ້າງ ຢ່າງຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນ, ມີຄວາມສະຫງົບ ແລະ ຍາວນານໃນເນື້ອທີ່ບໍ່ເກີນ ແປດຮ້ອຍຕາແມັດຕໍ່ຄົນໃນຄອບຄົວ. ສຳລັບການອະນຸມັດ ເນື້ອທີ່ດິນປຸກສ້າງ ໃຫ້ການຈັດຕັ້ງນຳໃຊ້ ແມ່ນອິງໃສ່ຄວາມສາມາດຕົວຈິງໃນການນຳໃຊ້.