ຈີນຂະຫຍາຍຮູບແບບປ້ອງກັນໃຫ້ເດັກເຂົ້າເຖິງຂ່າວແບບມີຂອບເຂດ ຄວບຄຸມເຄືອຂ່າຍໃຫຍ່ສຳເລັດ

66

ຈີນພັດທະນາລະບົບຮູບແບບການປ້ອງກັນ ຫຼື ໂໝດ ສຳລັບເຍົາວະຊົນ ໃນການນນຳໃຊ້ອີນເຕີເນັດໃຫ້ມີຂອບເຂດການເຂົ້າເຖິງ ໂດຍຄວບຄຸມ ກວ່າ 50 ເຄືອຂ່າຍຜູ້ໃຫ້ບໍລິການ.

ສຳນັກຂ່າວຊິນຫົວຂອງຈີນລາຍງານຈາກນະຄອນຫຼວງປັກກິ່ງ ເມື່ອວັນອັງຄານ ທີ 15 ຕຸລາ ວ່າ ຫ້ອງການຄວບຄຸມ ດ້ານໄຊເບີ ສະເປຊ ຂອງຈີນ (CAC: Cyberspace Administration of China) ໃຫ້ຮູ້ວ່າ ມາເຖິງປັດຈຸບັນນີ້ ຈີນມີແພລັດຟອມຜູ້ໃຫ້ບໍລິການດ້ານອິນເຕີເນັດທີ່ມີການຕິດຕັ້ງລະບົບປ້ອງກັນ, ຮູບແບບ ຫຼື ໂໝດ (Mode) ໃນການນຳໃຊ້ ສຳລັບເດັກນ້ອຍ ແລະ ເຍົາວະຊົນ ເພື່ອປ້ອງກັນຜູ້ເຂົ້າໃຊ້ທີ່ເປັນເດັກ ໃນການເຂົ້າເຖິງ ຫຼື ການເສບຕິດການນຳໃຊ້ອິນເຕີເນັດ ທີ່ຄວບຄຸມເຖິງ 53 ເຄືອຂ່າຍຜູ້ໃຫ້ບໍລິການແລ້ວ.

ຖະແຫຼງການຈາກຫ້ອງການຄວບຄຸມດ້ານໄຊເບີ ສະເປຊ ຂອງຈີນ ເມື່ອວັນຈັນ ທີ 14 ຕຸລາ ຜ່ານມາ ໃຫ້ຮູ້ວ່າ ຈຳນວນຂອງຜູ້ໃຫ້ບໍລິການດັ່ງກ່າວສະແດງໃຫ້ເຫັນວ່າ ຈີນສາມາດຂະຫຍາຍກົນໄກການປ້ອງກັນການໃຊ້ອິນເຕີເນັດທີ່ເປັນເອກະພາບນີ້ ເພື່ອຄວາມຄຸມຜູ້ໃຫ້ບໍລິການເຊັ່ນ: ການຖ່າຍທອດສົດ ແລະ ວິດິໂອຫຼັກໆຂອງຈີນໄດ້ຢ່າງທົ່ວເຖິງ.

ຖະແຫຼງການໃຫ້ຮູ້ອີກວ່າ ໃນການພັດທະນາຫຼ້າສຸດນີ້ ມີຜູ້ໃຫ້ບໍລິການແບບວິດີໂອ ອອນໄລນ໌ 9 ແຫ່ງ ເຊິ່ງລວມເຖິງ ເວັບໄຊໂຊຫູ (Souhu) ແລະ ໄບດູ (Baidu) ພ້ອມທັງການບໍລິການຖ່າຍທອດສົດ 24 ແຫ່ງ ທີ່ລວມເຖິງ 6.cn ແລະ huajiao.com ກໍ່ໄດ້ເພີ່ມຮູບແບບ ຫຼື ໂໝດ ທີ່ເປັນມິດກັບເຍົາວະຊົນດ້ວຍເຊ່ັນກັນ.

ເມື່ອມີການເປີດໃຊ້ຮູບແບບ ຫຼື ໂໝດດັ່ງກ່າວ ຜູ້ໃຊ້ຈະບໍ່ສາມາດໃຊ້ວຽກ ບາງຄຳສັ່ງ ໃນແພລັດຟອມຜູ້ໃຫ້ບໍລິການນັ້ນໄດ້ ແລະ ຈະມີການສະແດງເນື້ອໃນທີ່ໃຫ້ຄຳແນະນຳທີ່ເໝາະສົມ ສຳລັບເຍົາວະຊົນເທົ່ານັ້ນ.

ໜ່ວຍງານໄຊເບີ ສະເປຊ ໄດ້ເນັ້ນໜັກວ່າ ການດຳເນີນມາດຕະການປ້ອງກັນ ແລະ ການແຊກແຊງ ເພື່ອຕ້ານການເສບ ຕິດອິນເຕີເນັດ ໃນກຸ່ມເດັກນ້ອຍ ແລະ ເຍົາວະຊົນ ຖືວ່າເປັນຄວາມຮັບຜິດຊອບຮ່ວມກັນຂອງທັງເຄືອຂ່າຍສັງຄົມທັງໝົດ ພ້ອມທັງຮຽກຮ້ອງໃຫ້ບັນດາບໍລິສັດໃຫ້ບໍລິການອິນເຕີເນັດ, ໂຮງຮຽນ ແລະ ຜູ້ປົກຄອງ ດຳເນີນການຕາມຄວາມຮັບຜິດຊອບຂອງຕົນໃຫ້ເຕັມທີ່ ເພື່ອໃຫ້ເດັກນ້ອຍ ແລະ ເຍົາວະຊົນ ໄດ້ເຕີບໃຫຍ່ຢ່າງມີປະສິດທີ່ພາບ ແລະ ເຂັ້ມແຂງ.