ສ້າງປະຫວັດສາດໃຫ້ຊາວພຸດ ເປີດໂຄງການທັມມະຍາຕຣາ 5 ແຜ່ນດິນ ຄັ້ງທີ 2

186

ເພື່ອເປັນການເຜີຍແຜ່ທໍາມະໃຫ້ກວ້າງຂວາງ ແລກປ່ຽນບົດຮຽນຫຼັກທໍາຄໍາສອນໃຫ້ກັບບັນດາຜູ້ຊົງສິນ ກໍຄື: ຍາພໍ່, ເຈົ້າອາວາດ, ຄູບາ, ຈົວ ຈຶ່ງໄດ້ມີພິທີເປີດໂຄງການທັມມະຍາຕຣາ 5 ແຜ່ນດິນລຸ່ມນໍ້າຂອງຂຶ້ນເປັນຄັ້ງທີ 2 ເປີດສາກຢ່າງຍິ່ງໃຫຍ່ທີ່ວັດພະທາດຜາເງົາເມືອງຊຽງເເສນ ຈັງຫວັດຊຽງຣາຍ ປະເທດໄທ ວັນທີ 15 ຕຸລາ 2019.
ດ້ວຍຄວາມຮ່ວມມືຈາກທຸກພາກສວ່ນ: ຝ່າຍສົງ, ຝ່າຍຄາຣາວາດ (ນອກຈາກພະສົງ) ອຸບາສົກ (ຜູ້ຊາຍ), ອຸບາສີກາ (ຜູ້ຍິງ) ຈາກ 5 ປະເທດ ໄທ-ມຽນມາ-ລາວ-ຫວຽດນາມ-ກຳປູເຈຍ.

ປະເທດໄທມີເຈົ້າຄຸນສົມເດັດພຣະມະຫາທີຣາຈານກໍາມະການມະຫາເຖຣະສະມາຄົມເປັນປະທານຝ່າຍສົງເປີດງານທັມມະຍາຕຣາ 5 ແຜ່ນດິນລຸ່ມນໍ້າຂອງ ໂດຍຜູ້ແທນພຣະສົງ ຈາກປະເທດ ກຳປູເຈຍ, ມຽນມາ, ລາວ, ຫວຽດນາມ ແລະ ໄທ ເຂົ້າຮ່ວມ.

ສປປ ລາວ ໂດຍພຣະຍອດແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ແລະມີ ພຣະສົງຈາກ 5 ກັມມາທິການ ສູນກາງ ອພສ ໄດ້ແກ່: ກັມມາທິການປົກຄອງສົງ, ກັມມາທິການສຶກສາ, ກັມມາທິການເຜີຍແຜ່ ແລະ ປະຕິບັດກັມມະຖານ, ກັມມາທິກາສາທາຣະນູປະການ ແລະ ກັມມາທິການ ການຕ່າງປະເທດ.

ຝ່າຍນອກພະສົງ ຄະຣາວາດ ໂດຍ ທ່ານ ຈັນທະວົງ ແສງອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍທ່ານ ຮອງຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ສື່ສານມວນຊົນນັກຂ່າວເຂົ້າຮ່ວມ.

.

ປະທານຝ່າຍຄາຣະວາດໃນພິທີໂດຍແມ່ນ ທ່ານພົນເອກໄພໂຣດ ພານິດສະໄໝ ເປັນຜູ້ໄດ້ຮັບມອບໝາຍເຮັດໜ້າທີ່ແທນຮອງນາຍົກລັດຖະມົນຕີ, ທ່ານ ເຈົ້າເມືອງຊຽງແສນ ແລະທ່ານສຸພະໄຊ ວີຣະພຸຊົງ ສະຖາບັນໂພທິຄະຍາໄລ, ຊົມຮົມໂພທິຄະຍາໄລ ແລະ ພຸດທະສາສະນິກະຊົນຊາວໄທ, ມຽນມາ, ລາວ, ກຳປູເຈຍ, ຫວຽດນາມ ສື່ສານມວນຊົນຕ່າງໆ ທັ້ງ 5 ປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ເຊິ່ງພິທີເປີດໂຄງການ ທັມມະຍາຕຣາ 5 ແຜ່ນດິນລຸ່ມໂຂງປີນີ້ 2019 ແມ່ນຄັ້ງທີ 2 ຫຼັງຈາກທີ່ໄດ້ເປີດເປັນຄັ້ງທໍາອິດຂຶ້ນຢູ່ທີ່ ໂຮງແຮມໂຊຟີແທວພະນົມເປັນໂພຄີທຣາ ປະເທດກຳປູເຈຍໃນວັນທີ 26 ພຶດສະພາ 2017.

ໂຄງການດ່ງກ່າວນອກຈາກຈະເປັນການເປີດປະຫວັດສາດໜ້າໃໝ່ໃຫ້ກັບຊາວພຸດແລ້ວ ຍັງສະແດງໃຫ້ເຫັນເຖິງຄວາມເປັນ “ຍາຕິທັມ” (ທໍາ) ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ເພາະທຸກຄົນລ້ວນມີ “ບິດາ” ດຽວກັນຄື “ອົງສົມເດັດ ພຣະສັມມາສັມພຸດທະເຈົ້າ” ແລະ ມີ “ແມ່” ຄື “ແມ່ນໍ້າຂອງ ເຊື່ອມໂຍງ 5 ແຜ່ນດິນໄວ້ດ້ວຍກັນນັ້ນເອງ.

ພິທີການເລີ່ມຕົ້ນຈາກການບວງສວງ “ພຣະບໍລົມທາດພຸດທະນິມິດເຈດີ” ມີການບວງສວງເທພະຍະດາຟ້າດິນທົ່ວຣາຊະອານາຈັກບວງສວງອົງພຣະທາດພຸດ
ທະນິມິດເຈດີ ເພື່ອຄວາມເປັນສີລິມຸງຄຸນໃນພິທີເປີດໂຄງການ.