7 ເດືອນ ລາວນໍາເຂົ້າຊີມັງຈາກຕ່າງປະເທດກວ່າ 42 ລ້ານໂດລາ

402

ເຖິງແມ່ນວ່າບ້ານເຮົາຈະມີໂຮງງານຊີມັງຫຼາຍແຫ່ງກໍ່ຕາມ ແຕ່ໂດຍລວມລາວເຮົາຍັງ ມີການນໍາເຂົ້າຊີມັງຈາກຕ່າງປະເທດເພີ່ມຂຶ້ນໃນແຕ່ລະປີເຊ່ັນ: ປີ 2018 ຜ່ານມາ ມູນຄ່າການນໍາເຂົ້າຊີມັງລວມທັງໝົດ 107,64 ລ້ານໂດລາສະຫະລັດ ແລະ 7 ເດືອນຕົ້ນປີ 2019 ປະຕິບັດໄດ້ 42,61 ລ້ານໂດລາສະຫະລັດ ເຊິ່ງສະແດງໃຫ້ເຫັນວ່າ ສປປ ລາວ ຍັງອາໄສການນໍາເຂົ້າຊີມັງຈາກຕ່າງປະເທດ ເພື່ອສະ  ໜອງຄວາມຕ້ອງການພາຍໃນ ເນື່ອງຈາກການຜະລິດພາຍໃນຍັງບໍ່ສາມາດຕອບສະໜອງໄດ້ທັງດ້ານປະລິມານ ແລະ ຄຸນນະພາບ.

ພາບປະກອບຂ່າວ

ອີງຕາມສະຖິຕິປີ 2018 (ຂໍ້ມູນຈາກກຸ່ມຜູ້ຜະລິດຊີມັງ) ສປປ ລາວ ມີໂຮງງານຊີມັງ 13 ແຫ່ງໃນຂອບເຂດທົ່ວປະເທດ. ແຕ່ປີ 2013-2015 ມີ 9 ໂຮງງານ ທີ່ມີການເຄື່ອນໄຫວການຜະລິດ ແລະ ຈໍາໜ່າຍ. ໃນນັ້ນ: ປະກອບມີ ໂຮງງານຊີມັງຫຼວງພະບາງ; ໂຮງງານຊີມັງວັງວຽງຫຼັງ1, 2 ແລະ 3; ໂຮງບົດຊີມັງວຽງຈັນ; ໂຮງບົດຊີມັງ BMC ວຽງຈັນ; ໂຮງງງານຊີມັງທ່າແຂກ; ໂຮງງານຊີມັງສະຫວັນນະເຂດ ແລະ ໂຮງງານຊີມັງສາລະວັນ.

ພາບປະກອບຂ່າວ

ມາຮອດປີ 2016 ເພີ່ມຂຶ້ນອີກ 3 ໂຮງງານ ປະກອບມີ ໂຮງງານຊີມັງໄຊຍະບູລີ,; ໂຮງງານຊີມັງຊຽງຂວາງ ແລະ ໂຮງງານຊີມັງເມືອງ ຄູນຄໍາ ແຂວງຄໍາມ່ວນ ແລະ ຮອດປີ 2017 ເພື່ມຂື້ນອີກ 1 ໂຮງງານຄື: ໂຮງງານຊີມັງຄໍາມ່ວນ (ກາຊ້າງໄທ) ບໍລິສັດ SCG. ລວມກໍາລັງການຜະລິດທັງໝົດຂອງ 13 ໂຮງງານ ແມ່ນ 8,3 ລ້ານໂຕນ/ປີ.

ພາບປະກອບຂ່າວ

ນອກນັ້ນ, ລັດຖະບານ ຍັງໄດ້ອະນຸມັດໃຫ້ສ້າງຕັ້ງໂຮງງານຂື້ນອີກ 4 ໂຮງງານ ຢູ່ແຂວງ ອຸດົມໄຊ, ຫຼວງພະບາງ,​ ຄໍາມ່ວນ ແລະ ແຂວງສະວັນນະເຂດ. ຄາດຄະເນການກໍ່ສ້າງຈະສໍາເລັດໃນປີ 2018 ລວມກໍາລັງການຜະລິດທັງໝົດ 3,7 ລ້ານໂຕນ/ປີ. ຖ້າທຸກໂຮງງານໄດ້ດໍາເນີນການຜະລິດ ລວມຜົນຜະລິດຊີມັງທັງໝົດປະມານ 12 ລ້ານໂຕນ/ປີ.

ພາບປະກອບຂ່າວ

ນັບແຕ່ປີ 2013 ເປັນຕົ້ນມາ ກຸ່ມຜູ້ຜະລິດຊີມັງ ໄດ້ມີການເກັບກໍາສະຖິຕິການຜະລິດ ແລະ ການຈໍາໜ່າຍຈາກບັນດາໂຮງງານຕ່າງໆ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ປະລິມານການຜະລິດ ທົ່ວປະເທດ ໃນປີ 2013 ແມ່ນ 1.560.103 ໂຕນ; ປີ 2014 ແມ່ນ 1.871.128 ໂຕນ; ປີ 2015 ແມ່ນ 2.087.073 ໂຕນ; ປີ 2016 ແມ່ນ 1.832.950 ໂຕນ; ປີ 2017 ແມ່ນ 3.394.680 ໂຕນ. ໃນບັນດາ 13 ໂຮງງານ ລວມກໍາລັງການຜະລິດທັງໝົດ 8,3 ລ້ານໂຕນ/ປີ ແຕ່ການຜະລິດຕົວຈິງໄດ້ພຽງ 3,3 ລ້ານໂຕນ ປະຕິບັດບໍ່ໄດ້ 5 ລ້ານໂຕນ ເຊິ່ງສະແດງໃຫ້ເຫັນວ່າ ການຜະລິດຂອງແຕ່ລະໂຮງງານ ຍັງບໍ່ສາມາດເຮັດໄດ້ເຕັມກໍາລັງ.

ພາບປະກອບຂ່າວ

ປີ 2019 ການນໍາເຂົ້າຊີມັງຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ສະເພາະເດືອນ 1 ແມ່ນ 4,88 ລ້ານ ໂດລາສະຫະລັດ; ເດືອນ 2 ແມ່ນ 1,73 ລ້ານໂດລາສະຫະລັດ; ເດືອນ 3 ແມ່ນ 5,40  ລ້ານໂດລາສະຫະລັດ; ເດືອນ 4 ແມ່ນ 5,03 ລ້ານໂດລາສະຫະລັດ; ເດືອນ 5 ແມ່ນ 5,76 ລ້ານໂດລາສະຫະລັດ, ເດືອນ 6 ແມ່ນ 8,55 ລ້ານໂດລາສະຫະລັດ ແລະ ເດືອນ 7 ແມ່ນ 11,24 ລ້ານໂດລາສະຫະລັດ.

ພາບປະກອບຂ່າວ

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal