ເມືອງຫຼວງອິນໂດເນເຊຍ ດິນຍຸບຕໍ່ເນື່ອງ

78
JAKARTA, INDONESIA - APRIL 27: A section of the new offshore seawall on April 27, 2017 in Jakarta, Indonesia. Jakarta, one of the world's most densely populated cities, is also one of the fastest-sinking cities in the world under the weight of out-of-control development and rising sea levels caused by global warming. Experts say that if nothing is done, parts of Jakarta will sink five metres by the year 2025 so the government is proposing a $40 billion project to tackle the problem by building a 15-mile seawall and 17 artificial islands around Jakarta's northern coastline. The seawall along the coast and across Jakarta Bay began as an immediate solution while President Widodo's administration continues to work on the details of the major project nicknamed Garuda. Increasing floods and severe storms due to rising temperatures and climate change have threatened the mostly poor residents of Jakarta's northern coast with the loss of their homes as reports indicate the problem has been exacerbated by massive overuse of groundwater causing subsidence. (Photo by Ed Wray/Getty Images)

ນະຄອນຫຼວງຈາກາຕາ ຂອງປະເທດອິນໂດເນເຊຍ ຍັງມີປາກົດການດິນຍຸບລົງຕໍ່ເນື່ອງ ປີລະປະມານ 12 ຊັງຕີແມັດ ໂດຍສະເພາະບໍລິເວນທາງເໜືອຂອງເມືອງເຖິງວ່າລະດັບນໍ້າໃຕ້ດິນ ເຊິ່ງຖືກລະບຸວ່າເປັນຕົວການທີ່ເຮັດໃຫ້ແຜ່ນດິນຍຸບລົງຈະປັບຕົວດີຂຶ້ນກໍຕາມ.

ການທີ່ລັດຖະບານອິນໂດເນເຊຍ ຈໍາກັດການສູບນໍ້າໃຕ້ດິນມາໃຊ້ໃນໄລຍະ 3 ປີທີ່ຜ່ານມາ ເຮັດໃຫ້ລະດັບນໍ້າໃຕ້ດິນຢູ່ໃນສະພາບດີຂຶ້ນ, ແຕ່ເນື້ອທີ່ທາງເໜືອຂອງເມືອງຫຼວງອິນໂດເນເຊຍ ຍັງຍຸບລົງປີລະ 12 ຊັງຕີແມັດ ເຊິ່ງເປັນຜົນມາຈາກການເຄື່ອນທີ່ຂອງແຜ່ນດິນ.

ສ່ວນອີກທາງໜຶ່ງນັ້ນ, ລັດຖະບານອິນໂດເນເຊຍ ຕັດສິນໃຈຈ້າງ ບໍລິສັດ ແມກຄິນຊີ ແອນ ຄອມພານີ ໃຫ້ມາເຮັດໜ້າທີ່ໃຫ້ຄໍາປຶກສາຄວາມເປັນໄປໄດ້ໃນການຍ້າຍເມືອງຫຼວງໄປ ແຂວງກາລີມັນຕັນ ຕາເວັນອອກໃນເກາະບໍນຽວ ໂດຍບໍລິສັດດັ່ງກ່າວຈະມາຮັບໄລຍະການສຶກສາທີ່ລັດຖະບານເຮັດໄປແດ່ແລ້ວ.

ໃນດ້ານສັງຄົມ, ວັດທະນະທໍາ, ສິ່ງແວດລ້ອມ ແລະ ຜົນກະທົບທາງເສດຖະກິດ ຫາກຍ້າຍເມືອງຫຼວງຕາມລັດຖະບານອິນໂດເນເຊຍ ປະກາດໄວ້ກ່ອນໜ້ານີ້, ການສຶກສາຈະໃຊ້ເວລາ 3 ເດືອນຈະໄປເບິ່ງເລື່ອງເງິນລົງທຶນທີ່ຈະໃຊ້ໃນການຍ້າຍເມືອງຫຼວງຄັ້ງນີ້ນໍາອີກ.