ຮູ້ທຸລະກິດ 3 ຂະແໜງການເກີດຂຶ້ນຫຼາຍກວ່າໝູ່ ໃນ ສປປ ລາວ

378

ລັດຖະບານແຫ່ງ ສປປ ລາວ ໄດ້ຫັນປ່ຽນຍຸດທະສາດການພັດທະນາປະເທດຊາດ ໂດຍການເປີດກວ້າງໃຫ້ນັກລົງທຶນຕ່າງປະເທດ ເຂົ້າມາດຳເນີນທຸລະກິດໃນດິນແດນ ສປປ ລາວ ດ້ວຍຮູບແບບຕ່າງໆເປັນຕົ້ນແມ່ນ ນັກທຸລະກິດລົງທຶນເອງ 100%, ຮ່ວມທຶນລະຫວ່າງພາກທຸລະກິດ ກັບພາກລັດ ແລະ ທຶນພາຍໃນ. ເຖິງແມ່ນວ່າລັດຈະມີການເປີດກວ້າງການລົງທຶນກໍ່ຕາມ ແຕ່ກໍ່ຍັງເຫັນວ່າບັນດາໂຮງງານຫົວໜ່ວຍການຜະລິດທົ່ວປະເທດ ຈາກສະຖິຕິທ້າຍປີ 2015 ມີພຽງ 13.148 ແຫ່ງເທົ່ານັ້ນ ໃນນີ້ໂຮງງານທີ່ເກີດຂຶ້ນຫຼາຍສຸດແມ່ນ ການສີເຂົ້າ/ສາລີ ແລະ ການຜະລິດແປ້ງ, ໂຮງງານຜະລິດຕະພັນສໍາເລັດຮູບຈາກຄອນກີດ ແລະ ການຜະລິດເຄື່ອງເຟີນິເຈິ.

ອີງຕາມຂໍ້ມູນຈາກ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ດໍາເນີນການເກັບກໍາສະຖິຕິໂຮງງານສໍາເລັດໃນທ້າຍປີ 2015 ໃນ 18 ແຂວງທົ່ວປະເທດ ມີຈໍານວນ 13.148 ໂຮງງານ (ລວມທັງໂຮງງານຂະໜາດໃຫຍ່, ກາງ, ນ້ອຍ ແລະ ຄອບຄົວ). ເຊິ່ງການເກັບກໍາຂໍ້ມູນສະຖິຕິແມ່ນເນັ້ນໃສ່ຈໍານວນໂຮງງານທີ່ມີການເຄື່ອນໄຫວ, ການຜະລິດ, ວິເຄາະ ແລະ ນໍາສະເໜີ ສະຖິຕິຂອງສິນຄ້າ ແລະ ການບໍລິການຕ່າງໆ, ສະຖິຕິໃນການຜະລິດ ແລະ ຕົວເລກການຈ້າງງານ, ສະຖິຕິການລົງທຶນ ແລະ ການບໍລິຫານດ້ານຊັບສິນຄົງທີ່, ນໍາໃຊ້ວັດຖຸດິບ, ໄຟຟ້າ ແລະ ອື່ນໆ.

ຮູບການການລົງທຶນສ້າງໂຮງງານໃນ ສປປ ລາວ ປະກອບມີ: ຕ່າງປະເທດລົງທຶນ 100%, ຮ່ວມທຶນ ແລະ ພາຍໃນ ເຊິ່ງມີທັງໂຮງງານຂະໜາດໃຫຍ່, ກາງ, ນ້ອຍ ແລະ ຄອບຄົວ. ໃນນັ້ນ, ໂຮງງານຂະໜາດໃຫຍ່ແມ່ນຈະຄິດໄລ່ດ້ານຫົວໜ່ວຍອຸດສາຫະກໍາ ທີ່ນໍາໃຊ້ເຄື່ອງຈັກຫຼາຍກວ່າ 200 ແຮງມ້າ ຫຼື ຈໍານວນແຮງງານຫຼາຍກ່ວາ 200 ຄົນ (ກວມເອົາ 714 ໂຮງງານ ຫຼື 5.43%). ສ່ວນໂຮງງານຂະໜາດກາງແມ່ນຈະຄິດສະເລ່ຍ 51 ເຖິງ 200 ແຮງມ້າ ຫຼື 51 ເຖິງ 200 ແຮງງານຄົນ (ກວມເອົາ 784 ໂຮງງານ ຫຼື 5.96%).

ສ່ວນໂຮງງານຂະໜາດນ້ອຍແມ່ນ 10 ຫາ 50 ແຮງມ້າ ຫຼື 10 ຫາ 50 ແຮງງານຄົນ (ກວມເອົາ 6.707 ໂຮງງານ ຫຼື 51.01%) ແລະ ໂຮງງານແບບຄອບຄົວແມ່ນຕໍ່າກ່ວາ 10 ແຮງມ້າ ຫຼື ໜ້ອຍກວ່າ 10 ແຮງງານຄົນ (ກວມເອົາ 4.943 ໂຮງງານ ຫຼື 37.6%).
ໃນຈໍານວນ 18 ແຂວງທົ່ວປະເທດແມ່ນມີ 6 ແຂວງຫຼັກທີ່ມີໂຮງງານຈັດຕັ້ງຂຶ້ນຫຼາຍເຊັ່ນ: ນະຄອນຫຼວງວຽງຈັນ (2.433 ໂຮງງານ), ແຂວງບໍລິຄໍາໄຊ (2.237 ໂຮງງານ), ແຂວງຄໍາມ່ວນ (1.737 ໂຮງງານ), ແຂວງສະຫວັນນະເຂດ (1.682 ໂຮງງານ), ແຂວງວຽງຈັນ (1.119 ໂຮງງານ) ແລະ ແຂວງຈໍາປາສັກ (1.031 ໂຮງງານ).

ໃນນີ້, ປະເພດຂອງອຸດສາຫະກໍາການຜະລິດ ແລະ ບໍລິການ ແມ່ນໄດ້ແບ່ງອອກເປັນ 81 ປະເພດອຸດສາຫະກໍາ. ໃນນັ້ນ, ປະເພດການຜະລິດທີ່ເກີດຂຶ້ນຫຼາຍສຸດແມ່ນ ການສີເຂົ້າ/ສາລີ ແລະ ການຜະລິດແປ້ງດັ່ງກ່າວແມ່ນມີ 5.757 ໂຮງງານ, ຮອງມາແມ່ນຜະລິດຕະພັນສໍາເລັດຮູບຈາກຄອນກີດ ຈໍານວນ 826 ໂຮງງານ ແລະ ການຜະລິດເຄື່ອງເຟີນິເຈິມີ 784 ໂຮງງານ.

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal