ທະນາຄານກາງຮົງກົງ ປະກາດຊ່ວຍເຫຼືອຫົວໜ່ວຍທຸລະກິດ

56

ທະນາຄານກາງຮົງກົງ ປະກາດຫຼຸດອັດຕາສ່ວນເງິນກອງທຶນສ່ວນເພີ່ມ ເພື່ອຮອງຮັບຄວາມສ່ຽງເຊີງລະບົບທີ່ອາດຈະເກີດຂຶ້ນໃນໄລຍະເສດຖະກິດ ມີບັນຫາຢູ່ຂະນະນີ້ ເພື່ອສະໜັບສະໜູນທະນາຄານເອກະຊົນປ່ອຍເງິນກູ້ໃຫ້ກັບຫົວໜ່ວຍທຸລະກິດທ້ອງຖິ່ນໃຫ້ຫຼາຍຂຶ້ນ.

ຄວາມເຄື່ອນໄຫວນີ້ຖືເປັນຄວາມພະຍາຍາມ ຫຼ້າສຸດຂອງທາງການຮົງກົງທີ່ຈະປະຄອງເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກເຫດການປະທ້ວງ ແລະ ການຈະລາຈົນທີ່ດໍາເນີນຢູ່ຢ່າງຍືດເຍື້ອຍາວນານມາຫຼາຍເດືອນ.

ຖະແຫຼງການຂອງທະນາຄານກາງຮົງກົງ ຊີ້ວ່າ: ອັດຕາສ່ວນເງິນກອງທຶນສ່ວນເພີ່ມຈະຫຼຸດລົງເຫຼືອ 2% ຈາກແຕ່ກ່ອນທີ່ 2,5% ໂດຍມີຜົນທັນທີ ເຊິ່ງເປັນການຫຼຸດອັດຕາສ່ວນເງິນກອງທຶນດັ່ງກ່າວເປັນຄັ້ງທໍາອິດ ນັບຕັ້ງແຕ່ປີ 2015 ເຊິ່ງຈຸດປະສົງເພື່ອໃຫ້ທະນາຄານເອກະຊົນປ່ອຍເງິນກູ້ໃຫ້ກັບຫົວໜ່ວຍທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍໄດ້ງ່າຍຂຶ້ນ ຫຼັງຈາກທີ່ການປະທ້ວງໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ, ການຄ້າ ແລະ ອະສັງຫາລິມະຊັບ.

ການຫຼຸດອັດຕາສ່ວນເງິນກອງທຶນດັ່ງກ່າວ ຈະເປັນການເປີດທາງໃຫ້ທະນາຄານເອກະຊົນປ່ອຍເງິນກູ້ເພີ່ມຕື່ມ ປະມານ 2 – 3 ຮ້ອຍຕື້ໂດລາຮົງກົງ ເຂົ້າສູ່ລະບົບການເງິນ ໂດຍຫວັງຈະຊ່ວຍສະໜັບສະໜູນກຸ່ມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ.