ແຮ່ນນ້າ ຕົວແທນສາວລາວໄປປະກວດ Miss Asia 2019 ທີ່ອິນເດຍ

263

ໜຶ່ງສາວໄວໃສທີ່ມີຫຼາກຫຼາຍຄວາມສາມາດ ແລະ ເປັນທີ່ຈັບຕາຂອງມວນຊົນ ຫາກໍຄວ້າ ຮອງອັນດັບ 2 ມິສທີນລາວ Miss Teen Laos 2019 ຄື ແຮ່ນນ້າ ໂລເຊັ່ນບູ້ມ ຫຼື ແຮ່ນນ້າ.

ປັດຈຸບັນທາງກອງປະກວດ ມິສທີນລາວໄດ້ອອກມາເຜີຍວ່າ ແຮ່ນນ້າ ໄດ້ເປັນຕົວແທນສາວລາວໄປປະກວດ Miss Asia 2019 ຈັດຂື້ນທີ່ ປະເທດ ອິນເດຍ ໃນວັນທີ 1 ພະຈິກ 2019 ແລະ ຈະເຂົ້າຮ່ວມເກັບໂຕກັບຫມູ່ໆສາວງາມ ໃນວັນທີ 25 ຕຸລາ 2019 ນີ້.

ນັບວ່າເປັນຄົນທໍາອິດປີທໍາອິດເລີຍທີ່ລາວສົ່ງຕົວແທນເຂົ້າຮ່ວມປະກວດ ຮ່ວມເຊຍແລະໃຫ້ກຳລັງໃຈ ນ້ອງແຮ່ນນາ ໃນເວທີປະກວດ Miss Asia 2019 ໄດ້ເລີຍ.

ແຮ່ນນ້າ ອາຍຸ 18 ປີ ປັດຈຸບັນຢູ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ຮຽນຢູ່ໂຮງຮຽນ ວຽງຈັນພັດທະນາ ນານາຊາດ ມ7.

ຫຼາຍຄົນຄົງເຄີຍເຫັນຜົນງານການສະແດງຂອງແຮ່ນນ້າມາແລ້ວໃນຊີຣີ້ ຮັກນີ້ສີບົວ 1, Dairy love season 1&2, ມິວສິກເພງ ມ 7 …

ເເຮ່ນນ້າ ເຄີຍຜ່ານໂຄງການປະກວດຮ້ອງເພງ, ເເລະ ໂຄງການ Sofy contest ໄດ້ຮັບລາງວັນຮອງຊະນະເລີດ 4, ຜົນງານດ້ານບັນເທີງມີ ຮັກນີ້ສີບົວ season 1, Dairy love season 1&2, Sofy girl diary, ຫຼ້າສຸດ ກໍໄດ້ຮອງອັນດັບ 2 ມິສທີນລາວ 2019.

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍຂອງເເຮ່ນນ້າຄືດື່ມນໍ້າຫຼາຍໆ, ກິນອາຫານທີ່ມີປະໂຫຍດ ເເລະ ຫຼີ້ນກິລາ.

ເວລາຫວ່າງຂອງເເຮ່ນນ້າຈະບໍ່ຄອຍມີ ເພາະເປັນຄົນຢູ່ລ້າໆບໍ່ໄດ້ ຕ້ອງໄດ້ຊອກເເນວເຮັດຕະຫຼອດ ເຊັ່ນ: ເຕັ້ນ, ຮ້ອງເພງ, ຫຼິ້ນກິລາ,ເເລະ ອີກຫຼາຍຢ່າງ.

ຜູ້ຊາຍໃນສະເປັກບໍ່ຄອຍມີ ເເຕ່ຖ້າມີເເຮ່ນນ້າມັກຄົນທີມີຄວາມເປັນຜູ້ນຳ, ເວົ້າຈາມ່ວນ, ນິໄສດີ ເເຕ່ຖ້າຮູບຮ່າງຈະມັກຄົນບ່າກວ້າງ, ບໍ່ມັກຄົນມີກ້າມ 55!!!

ສໍາລັບເປົ້າໝາຍໃນອະນາຄົດຂອງ ເເຮ່ນນ້າຄືຢາກໃຫ້ຄອບຄົວຢູ່ສະບາຍ, ເປັນຄົນດີ ແບບຢ່າງທີ່ດີໃຫ້ກັບສັງຄົມ..