ຍີ່ປຸ່ນ ນໍາເງິນສໍາຮອງຫຼາຍຮ້ອຍຕື້ເຢນຟື້ນຟູໄພພິບັດ ຮາກິບິສ

86

ທາງການຍີ່ປຸນ ປະກາດນໍາເງິນສໍາຮອງ 5 ແສນລ້ານເຢນ ຟື້ນຟູໄພພິບັດ ຮາກິບິສ ທີ່ສ້າງຄວາມເສຍຫາຍທັງຊີວິດ ແລະ ຊັບສິນຂອງປະຊາຊົນຈໍານວນຫຼາຍ.

ຂະນະທີ່ຈໍານວນຜູ້ເສຍຊີວິດຈາກໄພພິບັດໃນຄັ້ງນີ້ເພີ່ມເປັນ 70 ຄົນ ແລະ ມີປະຊາຊົນ ກວ່າ 30 ພັນຫຼັງຄາເຮືອນບໍ່ມີໄຟຟ້າໃຊ້.

ປັດຈຸບັນເຈົ້າໜ້າທີ່ ຍີ່ປຸ່ນ ຍັງເລັ່ງຊ່ວຍເຫຼືອຜູ້ລອດຊີວິດຈາກພາຍຸ ຮາກິບິສ ຢ່າງຕໍ່ເນື່ອງ ຫຼັງຈາກທີ່ພາຍຸຫົວນີ້ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນໃນຫຼາຍຂົງເຂດທາງພາກກາງ ແລະ ທາງຕາເວັນອອກຂອງ ຍີ່ປຸ່ນ.

ດ້ານ ທ່ານ ທາໂຣ ອາໂສະ ລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ ກ່າວວ່າ: ມີງົບປະມານສໍາຮອງຟື້ນຟູໄພພິບັດຢູ່ປະມານ 5 ແສນລ້ານເຢນ ແລະ ພ້ອມພິຈາລະນາເພີ່ມຕື່ມຫາກມີຄວາມຈໍາເປັນ.

ຢ່າງໃດກໍຕາມ, ທາງການຍີ່ປຸ່ນ ຍັງອອກປະກາດເຕືອນວ່າອາດຈະມີຝົນຕົກເພີ່ມຕື່ມອີກ, ຂໍໃຫ້ປະຊາຊົນໃນພື້ນທີ່ປະສົບໄພລະມັດລະວັງ.