15 ທີມຮ່ວມຊີງໄຊບານເຕະເຍົາວະຊົນ ຢູ 15 ຊີງຂັນ ສຕລ 2019 ເປີດສາກທ້າຍອາທິດນີ້

151

ການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສຕລ ປະຈໍາປີ 2019 ກຽມເປີດສາກທາງການໃນທ້າຍອາທິດນີ້ ໂດຍມີ 15 ທີມເຂົ້າຮ່ວມການແຂ່ງຂັນ ຈະແບ່ງເປັນ 2 ກຸ່ມຄັດເອົາ 2 ທີມ ທີ່ດີທີ່ສຸດຂອງແຕ່ລະກຸ່ມເຂົ້າຮອບຮອງຊະນະເລີດຕໍ່ໄປ.

ທີມທີ່ເຂົ້າຮ່ວມໃນປີນີ້ມີທັງໝົດ 15 ທີມ ປະກອບມີ: ສະໂມສອນ ເອັສຣາ ( ແຊັມເກົ່າ ), ລາວໂຕໂຢຕ້າ ເອັຟຊີ ( ອັນດັບ 3 ), ລ໋ອບສະເຕດ້ຽມ ເອັຟຊີ ( ອັນດັບ 4 ), ມາສເຕີ້ ເຊເວັ້ນ ເອັຟຊີ, ເຄພີເອັສ ເອັຟຊີ, ແບລາວ ເອັຟຊີ, ວຽງຈັນ ເອັຟຊີ, ທຣີນີຕີ້ ເອັຟຊີ, ດີເຄ ເອັຟຊີ, ຊ້າງນ້ອຍ ເອັຟຊີ, ເອັສທີທີ ເອັຟຊີ, ວຽງຈັນ ເອັຟທີ, ໄຊເສດຖາ ສະເຕດ້ຽມ ເອັຟຊີ, ທະເວັນຕີຊິກ ຢູໄນເຕັດ ແລະ ແຄນລາວ ຢູໄນເຕັດ.

ຫຼ້າສຸດ, ໃນຕອນເຊົ້າວັນອັງຄານ 15 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີການຈັບສະຫຼາກປະຄົບຄູ່ ປາກົດວ່າ: ກຸ່ມ A ປະກອບມີ ເຄພີເອັສ ເອັຟຊີ, ທຣີນີຕີ ເອັຟຊີ, ແຄນລາວ ຢູໄນເຕັດ, ວຽງຈັນ ເອັຟທີ, ລ໋ອບສະເຕດ້ຽມ ເອັຟຊີ, ດີເຄ ເອັຟຊີ, ແບລາວ ເອັຟຊີ ແລະ ໄຊເສດຖາ ສະເຕດ໋ຽມ ເອັຟຊີ; ກຸ່ມ B ລາວໂຕໂຢຕ້າ ເອັຟຊີ, ວຽງຈັນ ເອັຟຊີ, ມາສເຕີ້ ເຊເວັ້ນ ເອັຟຊີ, ເອັສທີທີ ເອັຟຊີ, ທະເວັນຕີຊິກ ຢູໄນເຕັດ, ເອັສຣາ ເອັຟຊີ ແລະ ຊ້າງນ້ອຍ ເອັຟຊີ.

ສ່ວນຮູບແບບການແຂ່ງຂັນແບ່ງກຸ່ມ 2 ກຸ່ມ ໂດຍແຂ່ງຂັນແບບພົບກັນໝົດຮອບດຽວ ເພື່ອຄັດເອົາທີມທີ່ມີຄະແນນເປັນອັນດັບໜຶ່ງ ແລະ ອັນດັບສອງຂອງແຕ່ລະກຸ່ມ ຜ່ານເຂົ້າຮອບຮອງຊະນະເລີດຕໍ່ໄປ ໂດຍຈະໃຊ້ເວລາທັງໝົດ 80 ນາທີຕໍ່ນັດ ໂດຍແບ່ງເປັນເຄິ່ງລະ 40 ນາທີ ແລະ ພັກເຄິ່ງເວລາ 15 ນາທີ ໂດຍຈະແຂ່ງຂັນໃນສະໜາມຂະໜາດມາດຕະຖານ 11 ຄົນ.

ສໍາລັບລາງວັນຊະນະຈະໄດ້ຮັບເງິນລາງວັນ ຈໍານວນ 15.000.000 ກີບ ພ້ອມດ້ວຍຂັນລາງວັນຊະນະເລີດ ແລະ ຫຼຽນລາງວັນ ເຊິ່ງການແຂ່ງຂັນບານເຕະເຍົາວະຊົນຊາຍ ( ຮຸ່ນອາຍຸບໍ່ເກີນ 15 ປີ ) ຊີງຂັນ ສຕລ 2019 ຈະເປີດສາກຂຶ້ນໃນວັນເສົາ 19 ຕຸລາ 2019 ທີ່ສະໜາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ.

ຄໍາສອນ; ຮູບຈາກ: ສຕລ