ທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ຄວນລົງທຶນໃນຍຸກ 4.0

569

ປັດຈຸບັນພະນັກງານປະຈຳ ຫຼື ພະນັກງານເຮັດວຽກໄດ້ແຕ່ເງິນເດືອນ ຫຼາຍຄົນມີໄອເດຍໃໝ່ໆໃນການເຮັດທຸລະກິດເປັນຂອງຕົນເອງ ຍ້ອນວ່າເຕັກໂນໂລຊີຂໍ້ມູນ – ຂ່າວສານທັນສະໄໝດັ່ງກ່າວ ໄດ້ເຮັດໃຫ້ການຕິດຕໍ່ສື່ສານກັນຢ່າງງ່າຍດາຍ ໂດຍສະເພາະໃນ 4.0 ທີ່ສັງຄົມໃຫ້ຄວາມສົນໃຈ ຈຶ່ງເປັນໂອກາດດີເຮັດໃຫ້ມີທຸລະກິດໃໝ່ ຫຼື ສະຕາດອັບເກີດຂຶ້ນຢ່າງຫຼວງຫຼາຍ ໂດຍບໍ່ຈໍາເປັນຕ້ອງມີທຶນຫຼາຍ, ຂໍພຽງແຕ່ມີວິໄສທັດຂອງທຸລະກິດນັ້ນແບບຊັດເຈນ ພຽງເທົ່ານີ້ກໍມີຄົນຢາກມາຮ່ວມທຶນແລ້ວ.

ໂອກາດນີ້, ຜູ້ບໍລິຫານຂອງ ບໍລິສັດ ຄູນຊັບ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ໃຫ້ທັດສະນະວ່າ: ໃນຍຸກອຸດສາຫະກຳ 4.0 ຫຼາຍຄົນເລີ່ມສົນໃຈຢາກມາເຮັດທຸລະກິດສ່ວນຕົວ ໂດຍສະເພາະແມ່ນໄວໜຸ່ມໄຟແຮງ ແລະ ບໍ່ຍອມຕໍ່ອຸປະສັກງ່າຍໆ ເນື່ອງຈາກວ່າທຸລະກິດສ່ວນຕົວແມ່ນເຮົາເປັນເຈົ້າຂອງທຸລະກິດ ຫຼື ເປັນຄົນເບິ່ງແຍງເອງທັງໝົດ ໂດຍບໍ່ຕ້ອງມີຫົວໜ້າ ມີພຽງແຕ່ລູກຄ້າມາໃຊ້ບໍລິການເທົ່ານັ້ນ, ເວົ້າສະເພາະທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SME ໃນເວລານີ້ຄວນລົງທຶນໃສ່ມີຫຼາຍທຸລະກິດທີ່ສໍາຄັນ ເຊິ່ງຂ້າພະເຈົ້າຈະຂໍແບ່ງປັນໃນຄວາມຄິດສ່ວນຕົວ ດັ່ງນີ້:

1 ທຸລະກິດທ່ອງທ່ຽວ: ເປັນອີກທຸລະກິດໜຶ່ງທີ່ຄວນລົງທຶນ ໂດຍສະເພາະຫາກເຮັດທຸລະກິດທ່ອງທ່ຽວໃນຕົວເມືອງສໍາຄັນ ໂອກາດທີ່ຈະປະສົບ ຄວາມສຳເລັດກໍສູງ ເປັນຕົ້ນແມ່ນ: ຫຼວງພະບາງ, ປາກເຊ, ສະຫວັນນະເຂດ, ບໍ່ແກ້ວ ແລະ ອື່ນໆ ເນື່ອງຈາກມີກຸ່ມນັກທ່ອງທ່ຽວໃຊ້ບໍລິການນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນນັກທ່ອງທ່ຽວເກົາຫຼີ, ສປ ຈີນ, ໄທ, ສສ ຫວຽດນາມ, ເອີຣົບ, ອາເມຣິກາອື່ນໆ ເພາະປະເທດລາວອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ.

2 ອຸປະໂພກ – ບໍລິໂພກ: ໂດຍສະເພາະແມ່ນປະເພດອາຫານ ຫຼື ເຄື່ອງໃຊ້ສອຍທີ່ຕິດພັນກັບຊີວິດປະຈໍາວັນຂອງຄົນເຮົາ ເນື່ອງຈາກວ່າຫຼາຍຄົນຫັນມາໃສ່ໃຈຮັກສາສຸຂະພາບຫຼາຍຂຶ້ນ ຈຶ່ງບໍ່ເປັນເລື່ອງແປກທີ່ຜູ້ເຮັດທຸລະກິດກ່ຽວກັບປະເພດນີ້ໄດ້ຂາຍດີຕະຫຼອດ ລວມໄປເຖິງຮ້ານກາເຟ, ຮ້ານກະແລັມອື່ນໆ ເພາະທຸລະກິດປະເພດນີ້ສ້າງກຳໄລໃຫ້ກັບເຈົ້າຂອງທຸລະກິດໄດ້ສູງ ແລະ ລົງທຶນບໍ່ຫຼາຍ.

3 ທຸລະກິດຂາຍເຄື່ອງສົ່ງ ແລະ ເຄື່ອງມືສອງ: ໂດຍຖືວ່າເປັນທຸລະກິດຂະໜາດນ້ອຍ ທີ່ມາແຮງອີກປະເພດໜຶ່ງ ເພາະກຸ່ມລູກຄ້າທີ່ຈະມາຊື້ສ່ວນ ໃຫຍ່ເປັນພະນັກງານບໍລິສັດ, ບັນດາຜູ້ໃຊ້ແຮງງານ – ກໍາມະກອນທົ່ວໄປ ທີ່ມີງົບປະມານຈຳກັດ; ສ່ວນຫຼາຍສິນຄ້າທີ່ນິຍົມຂາຍແມ່ນ: ເກີບ, ກະເປົ໋າ ແລະ ເສື້ອຜ້າ, ພາຫະນະ, ອຸປະກອນໄອທີ ເຊິ່ງສາມາດຂາຍໄດ້ໄວ ແລະ ມີກຳໄລງາມອີກດ້ວຍ.

4 ອາຈານສອນພິເສດ: ສໍາລັບຜູ້ໃດທີ່ມັກຮັກໃນອາຊີບຄູ ຖືວ່າເປັນໂອກາດແກ່ທ່ານໃນຍຸກນີ້ ເພາະເປັນອີກທຸລະກິດໜຶ່ງທີ່ຄວນລົງທຶນ ເນື່ອງຈາກວ່າການສຶກສາໃນປັດຈຸບັນມີການແຂ່ງຂັນກັນສູງ, ຫຼາຍຄົນກໍຢາກໃຫ້ລູກຫຼານຂອງຕົນຮຽນໃນໂຮງຮຽນດີມີຄຸນນະພາບ ເຊິ່ງອາຊີບຄູສອນ ຫຼື ການຮັບສອນພິເສດ ຈຶ່ງເປັນວຽກເສີມສໍາລັບຄົນທີ່ມັກຮັກໃນອາຊີບນີ້ ອາດຈະໃຊ້ເວລາວ່າງໃຫ້ເປັນປະໂຫຍດເພື່ອຫາລາຍໄດ້ເສີມ ເພາະຫຼາຍສະຖາບັນກໍເປີດໃຫ້ສອນພິເສດຫຼາຍສົມຄວນ.

5 ທຸລະກິດຄວາມງາມ: ເນື່ອງວ່າຄວາມງາມໃຜໆກໍມັກ. ສະນັ້ນ, ທຸລະກິດຄວາມງາມຈຶ່ງຖືເປັນອີກສິ່ງໜຶ່ງທີ່ຄວນລົງທຶນໃສ່ ຄຽງຄູ່ກັບການນໍາໃຊ້ເຕັກໂນໂລຊີທັນສະໄໝ ແລະ ເກາະກະແສຕ່າງປະເທດໃຫ້ເກີດມີສິ່ງແປກໃໝ່ຢູ່ເລື້ອຍໆ ເຮັດໃຫ້ລູກຄ້າທີ່ໃຊ້ບໍລິການຢາກກັບມາໃຊ້ບໍລິການອີກເລື້ອຍໆ.

6 ທຸລະກິດໄອຊີທີ: ການຂາຍຄອມພິວເຕີ ຫຼື ສ້ອມແປງເຄື່ອງໄອທີທົ່ວໄປ ຖືວ່າຍັງບໍ່ແມ່ນທຸລະກິດທີ່ສາມາດແຂ່ງຂັນໄດ້ ແຕ່ທຸລະກິດທີ່ກ່ຽວຂ້ອງກັບຂະແໜງ ໄອຊີທີ ເປັນຕົ້ນແມ່ນ: ການພັດທະນາໂປຣແກຣມ, ການພັດທະນາລະບົບເຄືອຂ່າຍ, ສະມາດຟາມ, ສະມາດຊິຕີ້, ອີຄອມເມິດ ແລະ ບັນດາແອັບພລິເຄຊັນຕ່າງໆເຫຼົ່ານັ້ນ ແມ່ນໄດ້ຮັບຄວາມນິຍົມສູງໃນປັດຈຸບັນ ແລະ ມີທ່າອ່ຽງສູງຂຶ້ນໃນອະນາຄົດ. ສະນັ້ນ, ຫາກຈະເຮັດທຸລະກິດດ້ານນີ້ກໍຕ້ອງມີຄວາມຮູ້ທີ່ຫຼາກຫຼາຍ ແລະ ຕ້ອງໄດ້ນໍາທັນເຕັກໂນໂລຊີເຫຼົ່ານີ້ຕະຫຼອດ.

7 ທຸລະກິດກະສິກຳ: ການຜະລິດກະສິກຳຖືວ່າຍັງໜ້ອຍ ຫາກທຽບໃສ່ຄວາມຕ້ອງການໃນບ້ານເຮົາ ເພາະສິນຄ້າບາງປະເພດຍັງໄດ້ເພິ່ງພາການນໍາເຂົ້າຈາກປະເທດເພື່ອນບ້ານ ເປັນຕົ້ນແມ່ນ: ໝາກໄມ້, ພືດຜັກອື່ນໆ ຫາກໃຜເຮັດທຸລະກິດດ້ານນີ້ຖືວ່າມີໂອກາດເຕີບໂຕສູງ ເພາະຄວາມຕ້ອງການຫຼາຍກວ່າການສະໜອງ.

8 ທຸລະກິດບໍລິການທົ່ວໄປ: ໃນນີ້ໝາຍເຖິງບໍລິການລົດນໍາທ່ຽວ, ບໍລິການຖ່າຍຮູບ, ບໍລິການສົ່ງເຄື່ອງ, ບໍລິການຮັກສາສຸຂະພາບ ແລະ ອື່ນໆ ເພາະເຖິງຢ່າງໃດທຸກຄົນກໍມີການພັກຜ່ອນ, ການກິນ – ຫຼິ້ນ – ທ່ຽວ ໃນແຕ່ລະເທດສະການຢູ່ແລ້ວ ເຊິ່ງກໍເປັນອີກສິ່ງໜຶ່ງທີ່ຄວນເຮັດໃນທ່າມກາງຄວາມທັນສະໄໝຂອງສິ່ງອໍານວຍ ຄວາມສະດວກຈາກເຄື່ອງມືທັນສະໄໝໃນຍຸກນີ້.

ໂດຍ: ສົມສະຫວິນ