ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ສິດເປັນຜູ້ສຶກສາ – ສໍາຫຼວດອອກແບບ ພັດທະນາໂຄງການທາງລົດໄຟ ລາວ – ຫວຽດນາມ

367

ໂຄງການພັດທະນາເສັ້ນທາງລົດໄຟ ລາວ – ຫວຽດນາມ ເຊິ່ງເລີ່ມຈາກເມືອງທ່າແຂກ ແຂວງຄຳມ່ວນ ຫາ ທ່າເຮືອຫວຸງອ່າງ ສສ ຫວຽດນາມ ໄດ້ມີ ຄວາມຄືບໜ້າເປັນກ້າວໆ ພາຍຫຼັງທີ່ລັດຖະບານໄວ້ວາງໃຈມອບສິດໃຫ້ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ເປັນຜູ້ສຶກສາ – ສໍາຫຼວດອອກແບບລະອຽດ ເພື່ອພັດທະນາໂຄງການທາງລົດໄຟ ລາວ – ຫວຽດນາມ ເຮັດໃຫ້ການເຊື່ອມໂຍງລາວ ກັບພາກພື້ນກໍຄືສາກົນມີຄວາມສະດວກຍິ່ງຂຶ້ນ. ຫຼ້າສຸດ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ໃນການສຶກສາສໍາຫຼວດ – ອອກແບບລະອຽດຂອງໂຄງການດັ່ງກ່າວ, ຂະນະທີ່ ປະທານບໍລິສັດ ເປີດເຜີຍການສໍາຫຼວດຈະໃຫ້ສໍາເລັດພາຍໃນ 8 ຫາ 12 ເດືອນ ແລະ ຄາດວ່າຈະສາມາດລົງມືກໍ່ສ້າງໃນທ້າຍປີ 2021.

ໂຄງການພັດທະນາເສັ້ນທາງລົດໄຟ ລາວ – ຫວຽດນາມ ແມ່ນເລີ່ມຈາກເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນ ລາວ – ຫວຽດນາມ   ແລ້ວເຊື່ອມຕໍ່ໃສ່ກັບທ່າເຮືອຫວຸງອ່າງ ແຂວງຮ່າຕິງ ສສ ຫວຽດນາມ ໂດຍຈຸດປະສົງຂອງໂຄງການເພື່ອການເຊື່ອມໂຍງລະຫວ່າງລາວ ກັບພາກພື້ນອາຊຽນ ທັງເປັນການພັດທະນາພື້ນຖານໂຄງລ່າງເສດຖະກິດ, ສ້າງສິ່ງອໍານວຍ ຄວາມສະດວກດ້ານການຄ້າ ແລະ ກະສິກຳທີ່ເປັນທ່າແຮງໃຫ້ກາຍເປັນອຸດສາຫະກຳທັນສະໄໝເທື່ອລະກ້າວ, ຫັນຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງກັບພາກພື້ນ ( Land Lock to Land Link ) ເພື່ອຜັນຂະຫຍາຍແຜນພັດທະນາເສດຖະກິດ – ສັງຄົມໃຫ້ປາກົດຜົນເປັນຈິງ ໂດຍລັດຖະບານໄດ້ມອບສິດໃຫ້ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ເປັນຜູ້ສຶກສາ – ສໍາຫຼວດອອກແບບລະອຽດເພື່ອພັດທະນາໂຄງການດັ່ງກ່າວ.

ຫຼ້າສຸດ, ກໍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ກ່ຽວກັບການສຶກສາ – ສໍາຫຼວດອອກແບບໂຄງການທາງລົດໄຟຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ສປປ ລາວ ໄປຫາຊາຍແດນ ລາວ – ຫວຽດນາມ ລະຫວ່າງ ລັດຖະບານລາວ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃນວັນທີ 15 ຕຸລາ 2019 ຜ່່ານມາ ທີ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ.

ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ເປັນການລົງນາມຂອງ ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາລາວ, ທ່ານ ໂອໃດ ສຸດາພອນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ

ໂອກາດດຽວກັນນີ້, ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃຫ້ສໍາພາດວ່າ: ຈຸດປະສົງຂອງໂຄງການພັດທະນາເສັ້ນທາງລົດໄຟຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ໄປຫາ ທ່າເຮືອຫວຸງອ່າງ ແຂວງຮ່າຕິງ ສສ ຫວຽດນາມ ເປັນການເຊື່ອມໂຍງການຄ້າກັບອະນຸພາກພື້ນ ແລະ ສາກົນ, ທັງເປັນການຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້າ ແລະ ບໍລິການ, ທັງເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ ເຊິ່ງ ບໍລິສັດ ປີໂຕຣເທຣດ ກໍເປັນພຽງສ່ວນໜຶ່ງໃນການຊຸກຍູ້, ຕອບສະໜອງນະໂຍບາຍຂອງພາກລັດ ແລະ ໄດ້ຮັບສິດຈາກລັດຖະບານເປັນຜູ້ພັດທະນາ.

ທ່ານ ຈັນທອນ ສິດທິໄຊ ໄດ້ອະທິບາຍຕື່ມວ່າ: ເວົ້າສະເພາະໄລຍະທາງໂຄງການປະມານ 240 ຫາ 270 ກິໂລແມັດ ເຊິ່ງເບື້ອງຕົ້ນຈະສຶກສາແຕ່ເມືອງທ່າແຂກ ຫາ ຊາຍແດນ ລາວ – ຫວຽດນາມກ່ອນ, ຫຼັງຈາກໄດ້ຮັບອະນຸຍາດຈາກລັດຖະບານ ສສ ຫວຽດນາມ ແລ້ວຈຶ່ງຈະສືບຕໍ່ສຶກສາຈາກຊາຍແດນ ລາວ – ຫວຽດນາມ ໄປຫາທ່າເຮືອຫວຸງອ່າງ ເຊິ່ງຢູ່ເບື້ອງລາວປະມານ 150 ກິໂລແມັດ ແລະ ຢູ່ເບື້ອງ ສສ ຫວຽດນາມ ປະມານ 120 ກິໂລແມັດ, ຄາດວ່າຈະສໍາເລັດການສໍາຫຼວດ – ອອກແບບລະອຽດພາຍໃນ 8 ຫາ 12 ເດືອນ ເຊິ່ງໂອກາດຕໍ່ໄປຫາກໄດ້ຮັບອະນຸຍາດຈາກລັດຖະບານລາວ ແລະ ລັດຖະບານ ສສ ຫວຽດນາມ ຢ່າງເປັນທາງການ ພວກເຮົາສາມາດກໍ່ສ້າງເສັ້ນທາງລົດໄຟນີ້ໄດ້ໃນທ້າຍປີ 2021 ຄາດວ່າໃຊ້ເວລາ 3 ປີ ໃຫ້ສໍາເລັດກໍຄືໃນປີ 2024.

ໃນສ່ວນຂອງຂະໜາດລົດໄຟ ແມ່ນເປັນປະເພດລົດໄຟທາງດ່ຽວຕາມມາດຕະຖານສາກົນເພື່ອຮອງຮັບການຂົນສົ່ງ ແລະ ໂດຍສານ ເຊິ່ງຄວາມໄວປະມານ 90 ຫາ 120 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງນໍາໃຊ້ອຸປະກອນ ແລະ ເຕັກໂນໂລຊີຈາກປະເທດອິນໂດເນເຊຍ.

ຂະນະທີ່ການລົງທຶນໃນຮູບແບບ BOT ຫຼື PPP ທັງນີ້ກໍຂຶ້ນກັບການອອກແບບ – ສໍາຫຼວດໃຫ້ແລ້ວກ່ອນ ຈຶ່ງສາມາດໃຫ້ລາຍລະອຽດວ່າຈະລົງທຶນໃນຮູບແບບໃດ? ສໍາລັບມູນຄ່າການລົງທຶນ ພາຍຫຼັງສໍາເລັດການສໍາຫຼວດ – ອອກແບບລະອຽດແລ້ວ ທາງບໍລິສັດຈະຖະແຫຼງຂ່າວໃຫ້ຊາບອີກຄັ້ງ.