ຂົ້ວຜັກກະລ່ຳນໍ້າປາ

96
ລາຍການນີ້ເປັນອາຫານທີ່ເຮັດໄດ້ງ່າຍໆ ແລະ ລາຄາບໍ່ແພງພຽງແຕ່ເອົາມາຂົ້ວໃສ່ນໍ້າປາລາດເຂົ້າຈ້າວເທົ່ານີ້ກໍອີ່ມທ້ອງແຖມຍັງໃຊ້ເວລາໃນການເຮັດບໍ່ດົນອີກດ້ວຍ. ສ່ວນປະສົມ: ຜັກກະລໍ່າປີ 1 ຫົວ, ກະທຽບສັບ 1 ບ່ວງແກງ, ນໍ້າປາ 2 ບ່ວງແກງ, ນໍ້າມັນພືດເລັກໜ້ອຍ.
ວິທີປຸງແຕ່ງ: ຊອຍຜັກກະລໍ່າເປັນຕ່ອນນ້ອຍລ້າງໃຫ້ສະອາດກຽມໄວ້ ເມື່ອຮຽບຮ້ອຍກໍເອົານໍ້າມັນໃສ່ໝໍ້ຄ້າງໄຟແຮງພໍຮ້ອນເອົາກະທຽມລົງຂົ້ວຈົນມີກິ່ນຫອມຈຶ່ງໃສ່ຜັກກະລໍ່າລົງຂົ້ວປະມານ 10 ວິນາທີ ແລ້ວຈຶ່ງຄົນ ແລະ ປຸງລົດຊາດດ້ວຍນໍ້າປາ.
ເອົານໍ້າປາລາດລົງອ້ອມໆໝໍ້ແລ້ວບໍ່ຟ້າວຄົນໃຫ້ຫອມກິ່ນນໍ້າປາຂຶ້ນມາຈຶ່ງຄົນໃຫ້ເຂົ້າກັນ ແລະ ຊີມລົດຊາດຕາມໃຈມັກບໍ່ຕ້ອງຂົ້ວດົນຜັກຈະຍຸບຕັກໃສ່ຈານພ້ອມເສີມ.
ຂໍ້ມູນຈາກ: Kapook.com ຮຽບຮຽບ: ນຸ້ມນິ້ມ