ວິທີເບິ່ງແຍງຮອຍບາດແຜຫຼັງຜ່າເກີດ

62
ເມື່ອເຫັນຮອຍຫຍິບຈາກການຜ່າເກີດແປວ່າແມ່ໄດ້ເຮັດພາລະກິດອັນຍິ່ງໃຫຍ່ສຳເລັດແລ້ວ ງານຕໍ່ໄປຄືການເບິ່ງແຍງໃຫ້ຮອຍບາດແຜເຊົາໄວຂຶ້ນ ໂດຍການເຮັດຄວາມເຂົ້າໃຈເລື່ອງຂອງຮອຍຜ່າເກີດ ແລະ ຕາມຄຳແນະນຳຕໍ່ໄປນີ້: 1 ຫ້າມເຮັດກິດຈະກຳທີ່ຕ້ອງໃຊ້ແຮງ ແມ່ຄວນຫຼີກລຽງການຍົກເຄື່ອງໜັກ ໂດຍສະເພາະ 3 ເດືອນທຳອິດ.
2 ຕ້ອງລະວັງບໍ່ໃຫ້ຜ້າປິດບາດແຜສຽດສີກັບຮອຍທີ່ຫຍິບໄວ້ ແລະ ຄວນປ່ຽນຜ້າໃໝ່ເລື້ອຍໆ. 3 ໃຊ້ຜ້າຢາງຢືດຮັດທ້ອງກັບຮອຍຜ່າຕັດບໍ່ໃຫ້ດຶງຈາກໜ້າທ້ອງເພື່ອຊ່ວຍຫຼຸດຄວາມເຈັບປວດຈາກຮອຍຜ່າເກີດໄດ້. 4 ແມ່ຄວນກິນອາຫານກຸ່ມໂປຣຕິນ ເຖິງຫຼາຍຄົນບອກວ່າຫ້າມກິນໄຂ່ ຫຼື ນົມ ແຕ່ທາງການແພດແມ່ນກິນໄດ້ເພາະໂປຣຕິນຈະຊ່ວຍໃຫ້ຮອຍແຜເຊົາໄວຂຶ້ນ ແລະ ປະສານໄວຂຶ້ນ.
5 ຈຳເປັນຕ້ອງເໜັງຕີງຮ່າງກາຍແດ່ ເຖິງຮອຍຜ່າເກີດຈະຍັງເຈັບຫຼາຍພາຍຫຼັງມື້ຜ່າເກີດ 1 ມື້ ຖ້າແມ່ບໍ່ເຄື່ອນໄຫວອາດເກີດຜື່ນຂຶ້ນເກາະຢຶດຕິດອະໄວຍະວະພາຍໃນບໍລິເວນທ້ອງ ສ່ຽງກັບພາວະທໍ່ນຳໄຂ່ອັດຕັນ ຫຼື ຜ່າເກີດລູກຄົນຕໍ່ໄປໄດ້ຍາກ. 6 ປ້ອງກັນຮອຍຜ່າຕັດບໍ່ໃຫ້ຖືກນໍ້າເພາະອາດຈະເຮັດໃຫ້ຮອຍຜ່າຕັດຕິດເຊື້ອ ແລະ ອັກເສບໄດ້.
7 ຍ່າງເລື້ອຍໆຊ່ວຍໄດ້ເພາະການລຸກຍ່າງຈະຊ່ວຍໃຫ້ແມ່ຟື້ນຕົວໄວຂຶ້ນ ແລະ ປ້ອງກັນການເກີດພາວະເລືອດອັດຕັນໄດ້. 8 ຫຼັງຮອຍບາດແຫ້ງດີແລ້ວ ຫຼື ບາດປິດແລ້ວໃຫ້ໃຊ້ຄຣີມທີ່ມີສ່ວນປະສົມຂອງວິຕາມິນ E ທາຈະມີສ່ວນຊ່ວຍລຶບຮອຍບາດແຜໄດ້. ຂໍ້ມູນຈາກ: hi-family club laos ຮຽບຮຽງ: ນຸ້ມນິ້ມ