ສູນວັດທະນະທຳເດັກແຂວງສະຫວັນນະເຂດ ໄດ້ຮັບເຄື່ອງດົນຕີພື້ນເມືອງ

70

ວັນທີ 16 ຕຸລາ 2019 ຢູ່ສູນວັດທະນະທຳເດັກ ແຂວງສະຫວັນນະເຂດ ທາງສະຫວັນຣີສອດ ໄດ້ນຳເອົາເຄື່ອງດົນຕີພື້ນເມືອງ ເຊິ່ງປະກອບມີ: ຄ້ອງໃຫຍ່ 1 ວົງ, ກອງທັດ 1 ຄູ່, ກອງກະໂຕນ 1 ໜ່ວຍ, ກະຈັບປິ່ນໄຟຟ້າ 1 ໜ່ວຍ, ກີຕ້າເບດ 1 ໜ່ວຍ, ກອງໂປງລາງ 1 ຊຸດ, ກອງອີ່ຕຸ້ມ 1 ໜ່ວຍ, ໂຫວດ+Am+Cm+Fm 10 ດວງ, ສາບໃຫຍ່ 1 ຄູ່, ແຄນ 5 ດວງ, ສະໄນ 3 ດວງ, ເຄື່ອງສຽງ + ຕູ້ລຳໂພງ, ເຄື່ອງນຸ່ງຍິງຜ້າໄໝລາວ 12 ຊຸດ, ເຄື່ອງນຸ່ງຊາຍຜ້າໄໝລາວ 12 ຊຸດ ເຊິ່ງລວມມູນຄ່າເປັນເງິນທັງໝົດ 60 ລ້ານ 6 ແສນກີບ ມາມອບໃຫ້ສູນວັດທະນະທຳເດັກ ເພື່ອຊ່ວຍເຫຼືອໃນການພັດທະນາເດັກນ້ອຍ.

ໃຫ້ກຽດມອບໂດຍ ທ່ານ ເຕັກ ຮານຕັນ ຫົວໜ້າພະແນກບັນຊີ ສະຫວັນຣີສອດ ກ່າວຮັບໂດຍ ທ່ານ ນໍລະເດດ ນັນທະວົງ ຫົວໜ້າຫ້ອງການບໍລິຫານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຊ້ອງໜ້າພະນັກງານ ສູນວັດທະນະທຳເດັກ ແລະ ສະຫວັນຣີສອດ.

ຈາກນັ້ນ, ທ່ານຫົວໜ້າຫ້ອງການບໍລິຫານພະແນກ ຖວທ ແຂວງ ກໍຍັງໄດ້ກ່າວຄຳຂອບໃຈຕໍ່ ບໍລິສັດສະຫວັນຣີສອດ ທີ່ໄດ້ນຳເອົາເຄື່ອງຮັບໃຊ້ໃຫ້ແກ່ການເຄື່ອງໄຫວຂອງສູນວັດທະນະທຳເດັກ ເພື່ອຈະໄດ້ນຳໄປເຄື່ອນໄຫວເຂົ້າໃນກິດຈະກຳຕ່າງໆ ແລະ ເຊື່ຶອໝັ້ນວ່າ ທາງສູນວັດທະນະທຳເດັກຈະນຳໃຊ້ເຄື່ອງດັ່ງກ່າວນີ້ໃນການເຄື່ອນໄຫວກິດຈະກຳໃຫ້ປາກົດຜົນເປັນຈິງ ຕາມເຈດຈຳນົງຂອງ ສະຫວັນຣີສອດ ທີ່ໃຫ້ການຊ່ວຍເຫຼືອ.