ສ້າງຄວາມເຂົ້າໃຈໃຫ້ບັນນາທິການ – ສື່ມວນຊົນ ກ່ຽວກັບສິດທິເດັກ

89

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບ ອົງການຢູນິເຊັບ ປະຈຳ ສປປ ລາວ ຈັດກອງປະຊຸມຄະນະບັນນາທິການຂອງສື່ມວນຊົນກ່ຽວກັບການໂຄສະນາວຽກງານສິດທິເດັກ, ການຄ້າມະນຸດ ແລະ ໂພຊະນາການ ເພື່ອໃຫ້ຂໍ້ມູນແກ່ບັນນາທິການ ແລະ ນັກຂ່າວສື່ຕ່າງໆ ກ່ຽວກັບບັນຫາທີ່ມີຜົນກະທົບຕໍ່ຊີວິດຂອງເດັກ, ບົດລາຍງານວິໄຈຄວາມຂາດເຂີນແບບທັບຊ້ອນ ລວມທັງວຽກໂພຊະນາການ, ສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ການຄ້າມະນຸດ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 16 – 17 ຕຸລາ 2019 ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າຈາກອົງການຢູນິເຊັບ ປະຈຳ ສປປ ລາວ, ມີບັນດາບັນນາທິການຈາກສື່ຕ່າງໆເຂົ້າຮ່ວມ.

ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ສປປ ລາວ ໄດ້ຮັບຮອງ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ໃນວັນທີ 7 ມິຖຸນາ 1991 ເຊິ່ງປະກອບມີທັງໝົດ 54 ມາດຕາ, ນັບແຕ່ນັ້ນມາ ສປປ ລາວ ກໍໄດ້ຈັດຕັ້ງຜັນຂະຫຍາຍ ແລະ ນໍາໃຊ້ມາດຕະການຕ່າງໆ ເພື່ອຍົກສູງສິດທິເດັກ ແລະ ປະຕິບັດພັນທະໃນນາມທີ່ເປັນລັດພາຄີ, ສົນທິສັນຍາ ວ່າດ້ວຍສິດທິເດັກ ປະກອບດ້ວຍ 4 ສິດທິພື້ນຖານ ຄື: ສິດທິໃນການຢູ່ລອດ, ສິດທິໃນການພັດທະນາ, ສິດທິໃນການປົກປ້ອງ ແລະ ສິດທິໃນການມີສ່ວນຮ່ວມ ໂດຍສະເພາະໃນປີ 2019 ແມ່ນປີທີ່ມີຄວາມໝາຍສໍາຄັນຂອງວຽກເປົ້າໝາຍການພັດທະນາແບບຍືນຍົງ ແລະ ຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ເຊິ່ງເປັນໄລຍະທີ່ຫຼາຍປະເທດຈະມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພາຍຫຼັງທີ່ມີການຮັບຮອງເອົາໃນປີ 2015; ໃນປີຜ່ານມາ ສປປ ລາວ ໄດ້ສໍາເລັດບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບາງເປົ້າໝາຍການພັດທະນາແບບຍືນຍົງ ແລະ ໄດ້ເຊື່ອມສານການຈັດຕັ້ງປະຕິບັດຕົວຈິງເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ VIII.

ທ່ານ ອົກຕາວຽນ ບີໂວນ ກ່າວວ່າ: ການສະໜັບສະໜູນຈາກສື່ມວນຊົນຈະຊ່ວຍສົ່ງເສີມການຈັດຕັ້ງປະຕິບັດບັນຫາສິດທິເດັກໃນ ສປປ ລາວ, ໃນປີນີ້ແມ່ນໂອກາດດີໃນການສະເຫຼີມສະຫຼອງສົນທິສັນຍາສາກົນ ກ່ຽວກັບສິດທິເດັກ ຄົບຮອບ 30 ປີ ວັນທີ 20 ພະຈິກ 2019 ເຊິ່ງສົນທິສັນຍາສາກົນດັ່ງກ່າວ ບັນດາປະເທດໃນໂລກໄດ້ໃຫ້ຄວາມສຳຄັນ ແລະ ໃຫ້ສັດຕະຍາບັນຫຼາຍທີ່ສຸດ.

ທ່ານ ອົກຕາວຽນ ບີໂວນ ກ່າວຕື່ມວ່າ: ການໃຊ້ຄວາມຮຸນແຮງຕໍ່ເດັກໃນ ສປປ ລາວ ຍັງເປັນບັນຫາທີ່ທ້າທາຍທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ເນື່ອງຈາກວ່າບັນຫາດັ່ງກ່າວຈະໄປກະທົບເຖິງບັນຫາສະພາບຈິດໃຈທາງດ້ານສຸຂະພາບ ລວມເຖິງບັນຫາການພັດທະນາຂອງເດັກຢູ່ໃນ ສປປ ລາວ.

ຂ່າວ: ສົມລົດ; ຮູບ: ພຸດຕີ້