ລາວຍັງມີອັດຕາການຂາດສານອາຫານສູງເຖິງ 16,5%

80

ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດປະຈຳລາວເຜີຍ ລາວເຮົາຍັງມີອັດຕາການແຜ່ກະຈາຍຂອງການຂາດສານອາຫານສູງເຖິງ 16,5% ເມື່ອທຽບໃສ່ບັນດາປະເທດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຫັນວ່າສູງສົມຄວນ ສະເລ່ຍ 9,4%.

ວັນທີ 16 ຕຸລາ 2019 ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການສະຫະປະຊາຊາດ ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 39 ປີ ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລຽນທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ຊາຣາ ເຊັກເກັນສ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ. ພ້ອມນີ້, ຍັງມີທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລຽນ ທີແກ້ວ ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນອາຫານໂລກ ປີ 2019 ນີ້ ແມ່ນຄົບຮອບ 39 ປີ ພາຍໃຕ້ຄຳຂວັນ  “ ການກະທຳຂອງພວກເຮົາ ຄືອະນາຄົດຂອງພວກເຮົາ, ສົ່ງເສີມການກິນອາຫານທີ່ດີມີຄຸນຄ່າຕໍ່ສຸຂະພາບ ເພື່ອການລຶບລ້າງຄວາມອຶດຫິວໃນໂລກ ”, ການລະນຶກວັນສາກົນລຶບລ້າງ ຄວາມທຸກຍາກແມ່ນຄົບຮອບ 27 ປີ ພາຍໃຕ້ຄຳຂວັນ “ ຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ກັບເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ ເພື່ອລຶບລ້າງຄວາມທຸກຍາກ ” ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 16 ປີ ພາຍໃຕ້ຄໍາຂວັນ  “ ແຂ່ງຂັນຮັກຊາດ ແລະ ພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ” ເຊິ່ງການສະເຫຼີມສະຫຼອງ 3 ວັນດັ່ງກ່າວໃນປີນີ້ ແມ່ນດໍາເນີນໄປຢູ່ໃນເງື່ອນໄຂທີ່ປະເທດເຮົາໄດ້ມີຜົນສຳເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ຄຽງຄູ່ກັນນັ້ນ, ຫຼາຍປະເທດກໍໄດ້ຖືກຜົນກະທົບຈາກໄພພິບັດຕ່າງໆຢ່າງໜັກໜ່ວງ ເຊິ່ງໄດ້ກາຍເປັນອຸປະສັກຕໍ່ການສູ້ຊົນບັນລຸຄາດໝາຍໃນການລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວຂອງໂລກທີ່ວາງໄວ້ໃຫ້ສຳເລັດໂດຍພື້ນຖານໃນປີ 2030.

ດັ່ງນັ້ນ, ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ບໍ່ສະເພາະແຕ່ຈະມີຄວາມໝາຍ ຄວາມສຳຄັນທີ່ສຸດ, ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈເຖິງບັນຫາສິ່ງທ້າທາຍຕ່າງໆຈາກການປ່ຽນແປງດິນຟ້າອາກາດເທົ່ານັ້ນ ຫາກຍັງເປັນການແຈ້ງເຕືອນ ແລະ ປຸກລະດົມກຳລັງແຮງທົ່ວສັງຄົມລາວ ແລະ ປະຊາຊົນໂລກ ເພື່ອເຝົ້າລະວັງ, ປ້ອງກັນຜົນເສຍຫາຍທີ່ອາດເກີດຂຶ້ນ ແລະ ຮ່ວມກັນແກ້ໄຂຜົນຮ້າຍຂອງໄພພິບັດໃຫ້ກັບສູ່ສະພາບປົກກະຕິຢູ່ລາວໂດຍໄວ.

ໂອກາດດຽວກັນ, ທ່ານ ນາຊາຣ໌ ຮາຢັທ໌ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳລາວ ໃຫ້ຮູ້ວ່າ: ການບໍລິໂພກອາຫານທີ່ບໍ່ດີຕໍ່ສຸຂະພາບ ບໍ່ວ່າຈະຍ້ອນຄວາມທຸກຍາກ ຫຼື ພຶດຕິກຳການກິນອາຫານທີ່ບໍ່ດີບໍ່ພຽງແຕ່ເປັນສາເຫດຫຼັກ 1 ໃນ 5 ຂອງການຕາຍຂອງປະຊາກອນໂລກເທົ່ານັ້ນ ແຕ່ມັນຍັງໝາຍເຖິງການສູນເສຍງົບປະມານແຫ່ງຊາດ ປະມານ 2 ພັນຕື້ໂດລາສະຫະລັດ ໃນທົ່ວໂລກ, ພະຍາດຕຸ້ຍ ແລະ ຮູບແບບການຂາດໂພຊະນາການອື່ນໆ ຍັງສົ່ງຜົນກະທົບໃຫ້ປະຊາກອນ 1/3 ຂອງປະຊາກອນໂລກ ແລະ ມີການຄາດຄະເນວ່າພາຍໃນປີ 2025 ປະມານເຄິ່ງຂອງປະຊາກອນໂລກຈະໄດ້ຮັບຜົນກະທົບຈາກບັນຫາພະຍາດຕຸ້ຍ ແລະ ຂາດໂພຊະນາການ, ສະເພາະ ສປປ ລາວ ເອງຍັງເປັນປະເທດທີ່ມີຄວາມສ່ຽງຕໍ່ກັບທ່າອ່ຽງນີ້.

ອີງຕາມການລາຍງານໃນປີ 2019 ວ່າດ້ວຍສະຖານະຂອງການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການໃນໂລກ ລາວມີອັດຕາການແຜ່ກະຈາຍຂອງການຂາດສານອາຫານປະມານ 16,5% ເຊິ່ງຄິດໄລ່ຈາກອັດຕາຂອງປະຊາກອນຜູ້ທີ່ມີການບໍລິໂພກອາຫານປະຈຳວັນຕ່ຳກວ່າລະດັບຄວາມຕ້ອງການຂອງຮ່າງກາຍ ໂດຍຕົວເລກດັ່ງກ່າວນີ້ເມື່ອທຽບໃສ່ອັດຕາສະເລ່ຍໃນບັນດາປະເທດພາກພື້ນອາຊີຕາເວັນອອກສ່ຽງໃຕ້ເຫັນວ່າສູງສົມຄວນ ສະເລ່ຍ 9,4%.

ຂ່າວ: ເອຢິບ, ຮູບ: ວິລະສັກ