ບໍລິສັດສະຕາໂທລະຄົມ ແລະ ບໍລິສັດ ໄຟຟ້າຫົງສາ ມອບເງິນຊ່ວຍເຫຼືອແກ້ໄຂໄພນໍ້າຖ້ວມ

105
????????????????????????????????????

ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ລັດຖະບານ ຮັບເງິນຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມ ຈາກບໍລິສັດສະຕາ ໂທລະຄົມ (Unitel) ຈໍານວນ 1 ຕື້ກີບ, ຈາກບໍລິສັດ ໄຟຟ້າຫົງສາ ຈໍາກັດ ຈຳນວນ 1 ລ້ານບາດ, ໂດຍມີພະນັກງານທີ່ກ່ຽວຂ້ອງ ຂອງແຕ່ລະພາກສ່ວນ ເຂົ້າຮ່ວມ.


ການມອບເງິນໃນຄັ້ງນີ້, ຕາງໜ້າບໍລິສັດສະຕາໂທລະຄົມ ກ່າວມອບໂດຍ ທ່ານ ພົນຈັດຕະວາ ອຸລະຫາ ທອງວັນທາ, ຮອງຜູ້ອໍານວຍການການເງິນບໍລິສັດສະຕາໂທລະຄົມ; ຕາງບໍລິສັດ ໄຟຟ້າຫົງສາ ຈໍາກັດ ກ່າວມອບໂດຍທ່ານ ສະພາຍຸດ ທູພູນ, ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ.


ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຂອບໃຈ ແລະ ຊົມເຊີຍ ຕໍ່ສອງພາກສ່ວນດັ່ງກ່າວ ທີ່ໄດ້ນຳເອົາເງິນມາມອບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ໃນປີນີ້, ຊຶ່ງຖືວ່າ ເປັນການປະກອບ ສ່ວນອັນສຳຄັນ ເຮັດໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ມີກຳລັງໃຈ, ໄດ້ຮັບການແກ້ໄຂບັນເທົາທຸກ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ..