ສາລະວັນເປີດ 2 ຈຸດ ໃຫ້ປະຊາຊົນເຂົ້າເສຍຄ່າທໍານຽມທາງ

367

ການເສຍພັນທະອາກອນເຂົ້າງົບປະມານແຫ່ງລັດ ເປັນໜ້າທີ່ຂອງພົນລະເມືອງລາວທຸກຄົນ ທີ່ຕ້ອງໄດ້ເອົາໃຈໃສ່ປະຕິບັດ, ທັງນີ້, ກໍ່ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ບັນລຸຕາມຄາດໝາຍ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດນັ້ນ, ກໍ່ມີເຈົ້າໜ້າທີ່ຢູ່ບັນດາແຂວງຕ່າງໆ ກໍ່ໄດ້ເອົາໃຈໃສ່ລົງຕິດຕາມ, ຊຸກຍູ້ ແລະ ສົ່ງເສີມປະຊາຊົນຫັນມາເສຍພັນທະຄ່າທໍານຽມຫຼາຍຂຶ້ນ.

ຂະນະທີ່, ວັນທີ 15 ຕຸລາ 2019 ຜ່ານມາທາງພະແນກ ສ່ວຍສາອາກອນ ປະຈໍາແຂວງສາລະວັນ ຮ່ວມກັບກອງບັນຊາການ ປກສ ແຂວງ ກໍຄືເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາ ແຂວງສາລະວັນ ໄດ້ຈັດຂະບວນການຊຸກຍູ້ເສຍຄ່າທໍານຽມ ຜ່ານທາງລະບົບທະນະຄານຂຶ້ນຢູ່ 2 ຈຸດຄື: ເສັ້ນທາງເລກທີ 20 ແລະ ເສັ້ນທາງ 15 ນໍາພາໂດຍ ທ່ານ ຂັນທະລີ ລໍວັນຄໍາ ຮັກສາການ ຫົວໜ້າພະແນກ ສ່ວຍສາອາກອນສາລະວັນ ທັງເປັນຮອງຄະນະລົງເຄື່ອນໄຫວຊຸກຍູ້ ແນະນໍາການຈັດຕັ້ງປະຕິບັດເສຍຄ່າທໍານຽມທາງ, ກໍາລັງຕໍາຫຼວດຈາລະຈອນອ້ອມຂ້າງແຂວງ ພ້ອມດ້ວຍຜູ້ຕາງໜ້າສາມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຂັນທະລີ ລໍວັນຄໍາ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມບັນຍັດ ຂອງປະທານປະເທດ ສະບັບເລກທີ 01/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທໍານຽມທາງ ແລະ ບັນດານິຕິກໍາຕ່າງໆ, ໂດຍສະເພາະແຜນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນທີ່ວາງໄວ້ ແລະ ການປະຕິບັດພັນທະງົບປະມານແຫ່ງລັດ ກໍແມ່ນສິດ ແລະ ພັນທະຂອງພົນລະເມືອງລາວທຸກຊັ້ນຄົນ ຕ້ອງມີສ່ວນຮ່ວມ ໃນການເສຍຄ່າທໍານຽມຜ່ານທາງລະບົບທະນາຄານຢູ່ແຂວງສາລະວັນ ເຊິ່ງຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2 ຜ່ານການຈັດຕັ້ງໃນໄລຍະເວລາຊ່ວງເຊົ້າ ເຫັນວ່າສາມາດປະຕິບັດໄດ້ 16 ຄັນ, ເປັນເງິນທີ່ມອບເຂົ້າງົບປະມານ 2.300.000 ກີບ.

ທັງນີ້, ກໍເພື່ອປຸກລະດົມກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງ, ພັກ-ລັດ, ຫົວໜ່ວຍທຸລະກິດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢ່າງເປັນຂະບວນຟົດຟື້ນ, ມີຄວາມສະໝັກໃຈປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເຊິ່ງການເສຍຄ່າທຳນຽມຜ່ານທາງລະບົບທະນາຄານ ແມ່ນສາມາດຊໍາລະໄດ້ດ້ວຍ 5 ທາງເລືອກຄື:

ຊໍາລະຜ່ານທາງລະບົບເຄົາເຕີ (Counter), ຊໍາລະຜ່ານທາງອອນລາຍ (Mobile Application BCEL one BCEL I-Bank), ຊໍາລະຜ່ານຕູ້ເອທີເອັມ (ATM), ຊໍາລະຜ່ານສະຖານທີ່ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME) ແລະ ຊໍາລະຜ່ານທະນະຄານຕົວແທນ, ໃນນັ້ນຕາມແຜນການເຄື່ອນໄຫວສ້າງຂະບວນການຊຸກຍູ້ເສຍຄ່າທໍານຽມ ແມ່ນຈະໄດ້ລົງຫາພະແນກການອ້ອມຂ້າງແຂວງ ແລະ ກຸ່ມບ້ານບັນດາເມືອງໃນທົ່ວແຂວງ.

ໃນຕອນທ້າຍ ທ່ານໄດ້ຝາກທ້າຍ ໂດຍໄດ້ຮຽກຮ້ອງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທີ່ນໍາໃຊ້ຍານພາຫະນະ ພາຍໃນແຂວງສາລະວັນຈົ່ງຕື່ນຕົວ ປະກອບສ່ວນພັນທະຂອງຕົນຢ່າງຕັ້ງໜ້າ ເວົ້າສະເພາະແມ່ນເສຍຄ່າທໍານຽມທາງປະຈໍາປີ ໃຫ້ຄົບຕາມພັນທະໜ້າທີ່ຂອງພົນລະເມືອງກໍ່ຄືໃນນາມຜູ້ໃຊ້ລົດໃຊ້ຖະໜົນ.

 

ທີ່ມາ: media laos