ຮູບເງົາ “ ປິດສະໜາກາຈໍ້າມັງກອນ ” ເຂົ້າສາຍແລ້ວ

166

ສໍາຫຼວດທຸກພິກັດມັນທຸກພື້ນທີ່ກັບຮູບເງົາ “ The Mystery of Dragon Seal: Journey to China ປິດສະໜາກາຈໍ້າມັງກອນ ” ເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດລາວ.

ຮູບເງົາ “ ປິດສະໜາກາຈໍ້າມັງກອນ ” ເປັນຜົນງານການກໍາກັບຂອງ Oleg Stepchenko ຜູ້ກໍາກັບຈາກ Forbidden Empire ໂດຍຮູບເງົາໄດ້ປິດການຖ່າຍທໍາແຕ່ເດືອນກຸມພາ 2017 ແລະ ໃຊ້ເວລາ 2 ປີກວ່າ ຈຶ່ງສາມາດອອກສາຍ ເຊິ່ງນໍາສະແດງໂດຍ Jackie Chan ພ້ອມດ້ວຍ Arnold Schwar zenegger.

ຮູບເງົາເລື່ອງນີ້ເປັນພາກຕໍ່ຂອງຮູບເງົາຣັດເຊຍ ຊື່ວ່າ: Forbidden Empire ທີ່ໄດ້ອອກສາຍໃນປີ 2014. ຮູບເງົາເລື່ອງນີ້ເປັນການຮ່ວມທຶນຂອງ 2 ປະເທດລະຫວ່າງ ຈີນ ແລະ ຣັດເຊຍ ພ້ອມທັງມີກໍານົດສາຍທັງ 2 ປະເທດອີກດ້ວຍ.

ເປັນຮູບເງົາທີ່ຫຼາຍຄົນລໍຖ້າຈາກຜົນງານການສະແດງຂອງ Jackie Chan ຮັບຮອງວ່າບໍ່ຜິດຫວັງແນ່ນອນ ສາມາດເຂົ້າເບິ່ງໄດ້ແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

ຂໍ້ມູນຈາກ: www.major cineplex.com, ຮຽບຮຽງ: ນຸ້ມນິ້ມ