ອະນາຄົດເງິນດິຈິຕອລຂອງເຟສບຸ໊ກສັ່ນຄອນ ຫຼັງສະມາຊິກແຫ່ຖອນຕົວ

81
PARIS, FRANCE - JUNE 18: In this photo illustration, a visual representation of a digital cryptocurrency coin sits on display in front of a Libra logo on June 18, 2019 in Paris, France. Facebook announced today the details of its cryptocurrency, called " Libra ". Like bitcoin, the best-known virtual currency, it will rely on blockchain technology. This universal currency must allow its users to buy products or services from the Facebook universe, which also owns Messenger, Instagram and WhatsApp. It will also be possible to transfer "Libras" between individuals. Several companies like Visa, MasterCard, PayPal and Uber have already joined the consortium created by Facebook. (Photo by Chesnot/Getty Images)

ອະນາຄົດສະກຸນເງິນ ລິບຣາ ຂອງເຟສບຸ໊ກສັ່ນຄອນ ຫຼັງສະມາຊິກແຫ່ຖອນຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍຄົນເລີ່ມບໍ່ໝັ້ນໃຈວ່າສະກຸນເງິນດັ່ງກ່າວຈະມີໂອກາດໄດ້ເປີດຕົວໃນປີໜ້າຕາມທີ່ເຟສບຸ໊ກປະກາດໄວ້ ຫຼື ບໍ່.

ຄວາມຝັນທີ່ຍິ່ງໃຫຍ່ຂອງເຟສບຸ໊ກໃນການອອກສະກຸນເງິນລິບຣາ ເລີ່ມອອກອາການຖອຍຫຼັງ ແລະ ມີທ່າອ່ຽງວ່າຈະເປັນບັນຫາຮ້າຍແຮງຕໍ່ເຟສບຸ໊ກ ເມື່ອບັນດາສະມາຊິກລຸ້ນສ້າງຕັ້ງຫຼາຍແຫ່ງທະຍອຍປະກາດຖອນຕົວຢ່າງຕໍ່ເນື່ອງ ໂດຍເມື່ອບໍ່ດົນມານີ້ບໍລິສັດ ມາດເຕີ ກາດ ແລະ ບໍລິສັດ ວີຊາ ອີງຕາມຖະແຫຼງຖອນຕົວຈາກໂຄງການນີ້.

ນອກຈາກສອງບໍລິສັດນີ້ແລ້ວ ຍັງມີບໍລິສັດພັນທະມິດອື່ນໆ ເຊັ່ນ: ອີເບ ສະໄຣ ແລະ ມາຄາໂດ ປາໂກ ກໍທະຍອຍອອກຈາກໂຄງການນີ້ເຊັ່ນກັນ ເຮັດໃຫ້ສະມາຄົມ ລິບຣາ ທີ່ເຟສບຸ໊ກຫວັງໃຫ້ເປັນກົນໄກຊຸກຍູ້ສະກຸນເງິນຂອງຕົນເອງນັ້ນ ບໍ່ເຫຼືອສະມາຊິກທີ່ເປັນບໍລິສັດໃຫຍ່ລະດັບໂລກອີກແລ້ວ, ແນ່ນອນວ່າສິ່ງທີ່ເກີດຂຶ້ນຍ່ອມກະທົບຕໍ່ຄວາມສະດວກສະບາຍໃນການໃຫ້ບໍລິການທາງການເງິນທົ່ວໂລກຢ່າງເຟສບຸ໊ກຫວັງເອົາໄວ້.

ໂດຍບໍລິສັດທີ່ເຫຼືອຢູ່ໃນກຸ່ມສ່ວນໃຫຍ່ ເປັນບໍລິສັດດ້ານການຮ່ວມທຶນ, ໂທລະຄົມມະນາຄົມ, ບລ໊ອກເຊນ ແລະ ກຸ່ມບໍ່ສະແຫວງຫາຜົນກໍາໄລ, ແຕ່ ທ່ານ ເດວິດ ມາຄັດ ຫົວໜ້າໂຄງການຂອງເຟສບຸ໊ກເຊື່ອວ່າການທະຍອຍຖອນຕົວຂອງບັນດາສະມາຊິກ ບໍ່ໄດ້ທໍານາຍຊະຕາໃນອະນາຄົດຂອງເງິນລິບຣາ, ແຕ່ກໍຍອມຮັບວ່າບໍ່ແມ່ນສັນຍານທີ່ດີປານໃດໃນໄລຍະສັ້ນ;  ແຕ່ເຖິງວ່າຈະມີການຖອນຕົວຂອງບໍລິສັດຫຼາຍແຫ່ງ, ລິບຣາ ຍັງຄົງເດີນໜ້າອອກຂໍ້ຕົກລົງລະຫວ່າງບໍລິສັດໃນກຸ່ມໃນຕໍ່ໜ້າ.