ສິງກະໂປ ຫຼຸດຄ່າເງິນເປັນຄັ້ງທໍາອິດ ໃນຮອບ 3 ປີກວ່າ

73

ທະນາຄານກາງສິງກະໂປ ປັບຫຼຸດຄ່າເງິນໂດລາສິງກະໂປເປັນຄັ້ງທໍາອິດ ໃນຮອບ 3 ປີເຄິ່ງ ເພື່ອປ້ອງກັນບໍ່ໃຫ້ປະເທດເຂົ້າສູ່ພາວະເສດຖະກິດຕົກຕໍ່າ ເຊິ່ງເປັນຜົນມາຈາກຂໍ້ພິພາດທາງການຄ້າລະຫວ່າງ ອາເມຣິກາ ກັບ ຈີນ.

ການປະກາດຜ່ອນຄາຍນະໂຍບາຍການເງິນດ້ວຍການປັບຫຼຸດຄ່າເງິນໂດລາສິງກະໂປ ຖືເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນເມສາ ປີ 2016 ລົງມາຢູ່ທີ່ 1,37 ໂດລາສິງກະໂປຕໍ່ 1 ໂດລາສະຫະລັດ ແລະ ປະເມີນວ່າຄ່າເງິນຂອງ ສິງກະໂປ ຈະອ່ອນລົງອີກເຫຼືອ 1,43 ໂດລາສິງກະໂປຕໍ່ 1 ໂດລາສະຫະລັດ ພາຍໃນທ້າຍປີໜ້າ.

ທັງນີ້, ນະໂຍບາຍຜ່ອນຄາຍເງິນຂອງ ສິງກະໂປ ແຕກຕ່າງຈາກປະເທດສ່ວນໃຫຍ່ໃນໂລກ ໂດຍແທນທີ່ຈະເປັນການປັບເພີ່ມ ຫຼື ຫຼຸດອັດຕາດອກເບ້ຍ ແຕ່ລັດຖະບານກັບເລືອກໃຊ້ວິທີບໍລິຫານຈັດການຄ່າເງິນຂອງຕົນເອງໃຫ້ສອດຄ່ອງກັບປະເທດຄູ່ຄ້າລາຍ    ໃຫຍ່ຫຼາຍແຫ່ງ.

ຢ່າງໃດກໍຕາມ, ບັນຍາກາດຂອງຄວາມເຄັ່ງຕຶງທາງການຄ້າລະຫວ່າງ ອາເມຣິກາ ແລະ ຈີນ ທີ່ຍັງບໍ່ມີທ່າທີວ່າຈະຈົບລົງງ່າຍໆແຖມມີທ່າອ່ຽງວ່າຈະຍືດເຍື້ອຍາວນານ ຈຶ່ງບໍ່ອາດຈະປະຕິເສດໄດ້ວ່າປະເທດທີ່ເພິ່ງພາລາຍຮັບຈາກການສົ່ງອອກ ແລະ ການເປັນໜຶ່ງໃນສູນກາງທາງການເງິນທີ່ສໍາຄັນຂອງໂລກຢ່າງ ສິງກະໂປ ຍ່ອມໄດ້ຮັບຜົນກະທົບຊັດເຈນຂຶ້ນຢ່າງຕໍ່ເນື່ອງ.