ທີມຊາດລາວ ຮ່ວມສາຍແຊັມເກົ່າ ບານເຕະຊາຍຊີເກມ ຄັ້ງທີ 30 ທີ່ຟີລິບປິນ

84

ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ໄທ ແຊັມເກົ່າ ໃນການແຂ່ງຂັນບານເຕະຊາຍ ງານມະຫະກໍາກີລາ  ຊີເກມ 2019 ທີ່ປະເທດຟີລິບປິນ ເປັນເຈົ້າພາບລະ ຫວ່າງວັນທີ 29 ພະຈິກ – 10 ທັນວາ 2019 ເຊິ່ງລາຍການນີ້ກໍານົດເອົານັກເຕະຮຸ່ນອາຍຸບໍ່ເກີນ 22 ປີ ( ເກີນໄດ້ 2 ຄົນ ) ແລະ ກໍານົດຊາດລະ 20 ຄົນ.

ໃນຕອນເຊົ້າວັນທີ 15   ຕຸຸລາ 2019 ທີ່ Sofitel Philippine Plaza ນະຄອນຫຼວງມະນີລາ ປະເທດຟີລິບປິນ ໄດ້ມີການຈັບສະຫຼາກບານເຕະຊາຍໃນຊີເກມ ຄັ້ງທີ 30 ທີ່ຟີລິບປິນ ຢ່າງເປັນທາງການ ໄດ້ມີພິທີຈັບສະຫຼາກແບ່ງສາຍ ໂດຍມີ 11 ປະເທດໃນອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ຜົນການຈັບສະຫຼາກປາກົດວ່າ: ທີມຊາດລາວ ຖືກຈັບຢູ່ກຸ່ມ B ໄທ ແຊັມເກົ່າ, ອິນໂດເນເຊຍ ( ອັນດັບ 3 ຄັ້ງທີ່ຜ່ານມາ ), ຫວຽດນາມ, ສິງກະໂປ ແລະ ບຣູໄນ; ສ່ວນກຸ່ມ A ຟີລິບປິນ, ມາເລເຊຍ ຮອງແຊັມເກົ່າ, ມຽນມາ, ກຳປູເຈຍ ແລະ ຕີມໍ ເລັສເຕ.

ການແຂ່ງຂັນບານເຕະຊີເກມ 2019 ຈະເລີ່ມແຂ່ງຂັນຕັ້ງແຕ່ວັນທີ 25 ພະຈິກ 2019 ແລະ ຮອບຊີງຊະນະເລີດຈະຈັດຂຶ້ນໃນວັນທີ 10 ທັນວາ 2019 ຈະໃຊ້ສະໜາມຫຼັກຢ່າງ ຣິຊັລ ເມໂມຣຽລ ທີ່ສາມາດບັນຈຸໄດ້ 13 ພັນຄົນ.

ສໍາລັບ ທະນຽບ ແຊັມບານເຕະຊາຍຫຼາຍທີ່ສຸດໃນຊີເກມ ເປັນທີມຊາດໄທ ຄວ້າໄດ້ 16 ຄັ້ງ, ອັນດັບ 2 ມາເລເຊຍ 6 ຄັ້ງ, ອັນດັບ 3 ມຽນມາ 5 ຄັ້ງ, ອັນດັບ 4 ອິນໂດເນເຊຍ 2 ຄັ້ງ ແລະ ຫວຽດນາມ 1 ຄັ້ງ, ສ່ວນທີມຊາດລາວ ຜົນງານດີສຸດຄືສ້າງປະຫວັດສາດທະລຸເຂົ້າຮອບ 4 ທີມສຸດທ້າຍ ຄວ້າອັນດັບ 4 ໃນຊີເກມ 2009 ທີ່ ສປປ ລາວ ເປັນເຈົ້າພາບ.

ຄໍາສອນ; ຮູບຈາກ: ສຕລ