ໄດມ້ອນ ດາວດວງໃໝ່ຂອງວົງການເທັນນິສລາວ ຫຼ້າສຸດຄວ້າແຊັມ ພ້ອມອັນດັບ 3 ທີ່ໄທ

70

ກາຍເປັນດາວດວງໃໝ່ຂອງວົງການເທັນນິສລາວໄປເລີຍ ສໍາລັບ ທ້າວ ໄດມ້ອນ ບຸນທະລາ ນັກເທັນນິສເຍົາວະຊົນລາວ ຫຼ້າສຸດຈັດການຄວ້າແຊັມຮຸ່ນ 10 ປີ ແລະ ຄວ້າອັນດັບ 3 ຮຸ່ນ 12 ປີ ໃນລາຍການ Greta Tennis Kids Cup; 2019 Circuit 2 ຈັດຂຶ້ນທີ່ພັດທະຍາ ປະເທດໄທ ລະຫວ່າງວັນທີ 12 – 14 ຕຸລາ 2019.

ໄດມ້ອນ ລົງແຂ່ງຂັນຮຸ່ນ 10 ປີ ມີນັກກີລາເຂົ້າຮ່ວມທັງໝົດ 12 ຄົນ ແລະ ຮອບທໍາອິດໄດ້ສິດຜ່ານເຂົ້າສູ່ຮອບ 2 ແບບອັດຕະໂນມັດ ກ່ອນເອົາຊະນະ ທົນດົນ ອ່ຽມປະເສີດ ນັກກີລາຈາກໄທ   2 – 0, 4 – 0 ແລະ 4 – 0 ເຊັດ ຜ່ານເຂົ້າຮອບຮອງຊະນະເລີດກໍເອົາຊະນະ ສໍຣະວິດ ລຳ ວັດທະນາຍິ່ງຍົງ ຈາກໄທ ໄປຂາດລອຍ 2 – 0, 4 – 0 ແລະ 4 – 1 ເຊັດ ທະລຸເຂົ້າຮອບຊີງຊະນະເລີດ ພົບກັບ ສຣີພະສິນ ປະພັນ ຈາກໄທ ແລະ ໄດມ້ອນ ກໍສ້າງຜົນງານໂດດເດັ່ນເອົາຊະນະໄປຂາດລອຍ 2 – 0, 4 – 0 ແລະ 4 – 0 ເຊັດ ຄວ້າແຊັມໄປຄອງ.

ສ່ວນຮຸ່ນອາຍຸ 12 ປີ ມີນັກກີລາເຂົ້າຮ່ວມທັງໝົດ 21 ຄົນ    ໄດມ້ອນ ກໍສ້າງຜົນງານໂດດເດັ່ນໄດ້ເຊັ່ນກັນ ລົງສະໜາມຮອບທໍາອິດສາມາດເອົາຊະນະ ຈາຣຸພຣະດິ ຈາກໄທ 2 – 0, 4 – 1 ແລະ 4 – 0 ເຊັດ ຜ່ານເຂົ້າຮອບ 2 ກໍສາມາດເອົາຊະນະ ປະໜົນພັດ ທາຣິເວຊ ຈາກໄທ 2 – 0, 4 – 0 ແລະ 4 – 0 ເຊັດ ຜ່ານເຂົ້າຮອບຮອງຊະນະເລີດ ພົບກັບ ພະຊະຣະ ທະວີກຸນ ກ່ອນທີ່ ໄດມ້ອນ ຈະເສຍໄປຫວຸດຫວິດ 1 – 2, 1 – 4, 4 – 2 ແລະ 10 – 4 ເຊັດ ຄວ້າອັນດັບ 3 ຮ່ວມ.

ສໍາລັບ ທ້າວ ໄດມ້ອນ ບຸນທະລາ ເປັນນັກເທັນນິສເຍົາວະຊົນລາວ ທີ່ໜ້າຕິດຕາມອີກຄົນ ໂດຍສ້າງຜົນງານໂດດເດັ່ນໃນລາຍການພາຍໃນຕ່າງໆ ແລະ ຫຼ້າສຸດໃນປີ 2019 ລາວແຈ້ງເກີດຢ່າງເຕັມຕົວໃນລາຍການລະດັບສາກົນ ເຊິ່ງກ່ອນໜ້ານີ້ເຂົ້າຮ່ວມແຂ່ງຂັນເທັນນິສລະດັບໂລກເທື່ອທໍາອິດລະຫວ່າງ 13 – 22 ກັນຍາ 2019 ທີ່ປະເທດຍີ່ປຸ່ນ ໃນລາຍການ Senko Cup World Junior Tennis Tour Championship 2019 ສ້າງອອກມາດີເລີດ ເອົາຊະນະນັກກີຈາກຍີ່ປຸ່ນ, ໄທ, ອົສຕາລີ ແຕ່ເສຍໃຫ້ຈີນ ເປັນທີ 2 ຂອງສາຍເຂົ້າສູ່ຮອບຊີງຊະນະເລີດສາມາດເອົາຊະນະນັກກີລາຈາກຍີ່ປຸ່ນ ກ່ອນເສຍໃຫ້ກັບນັກກີລາຈາກຮົງກົງ.

ຂ່າວ: ຄໍາສອນ; ຮູບຈາກ: ສະຫະພັນເທັນນິສນະຄອນຫຼວງວຽງຈັນ