ສຶກສາເຂົ້າໃຈໃບສິດນຳໃຊ້ທີ່ດິນ ແລະ ໃບຕາດິນ, ກ່ອນຖືກໃຫ້ອອກຈາກທີ່ດິນໂຕເອງ

644

ປັດຈຸບັນ, ທີ່ດິນ ແມ່ນເປັນບັນຫາໜຶ່ງທີ່ສັງຄົມຈົ່ມວ່າ ມັກມີໃຫ້ເຫັນມາເປັນໄລຍະເປັນຕົ້ນຂໍ້ຂັດແຍ້ງກ່ຽວກັບບັນຫາໃບຕາດິນຊໍ້າຊ້ອນ, ເຮັດໃບຕາດິນເສຍ ລວມໄປເຖິງບັນຫາການຖືກໃຫ້ອອກຈາກທີ່ດິນທີ່ຄອບຄອງມາດົນ ສະນັ້ນ, ເພື່ອຄວາມກະຈ່າງແຈ້ງແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ໃນດິນແດນ ສປປ ລາວ ເຂົ້າໃຈລະອຽດກ່ຽວກັບການຂຶ້ນທະບຽນນຳໃຊ້ທີ່ດິນ, ການອອກໃບຕາດິນ ແລະ ຊົດເຊີຍຄ່າເສຍຫາຍກໍລະນີລັດໂອນສິດນຳໃຊ້ທີ່ດິນຄືນ ເພື່ອສ້າງສາທາລະນະປະໂຫຍດຕໍ່ຊາດ ມື້ນີ້ເຮົາມາທຳຄວາມເຂົ້າໃຈຕໍ່ເນື້ອໃນກົດໝາຍບາງມາດຕາທີ່ລະບຸໄວ້.

ຄວາມຈິງແລ້ວທີ່ດິນ ແຫ່ງ ສປປ ລາວ ເປັນກຳມະສິດ ຂອງວົງຄະນະນາຍາດແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງລັດຖະທຳມະນູນ ເຊິ່ງແມ່ນລັດເປັນຜູ້ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ ແລະ ມອບໃຫ້ບຸກຄົນ,ຄອບຄົວ ແລະ ການຈັດຕັ້ງເສດຖະກິດນໍາໃຊ້, ເຊົ່າ ຫຼື ສໍາປະທານ; ມອບໃຫ້ກົມກອງປະກອບອາວຸດ, ອົງການຂອງລັດ, ອົງການຈັດຕັ້ງການເມືອງ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົມໃຊ້. ສໍາລັບຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຄົນຕ່າງປະເທດ ແລະ ການຈັດຕັ້ງຂອງກຸ່ມຄົນດັ່ງກ່າວນັ້ນ ແມ່ນໃຫ້ເຊົ່າ ຫຼື ສຳປະທານ.

ສະນັ້ນ, ອີງຕາມມະຕິຕົກລົງຂອງ ສະພາແຫ່ງຊາດ ກ່ຽວກັບການຕົກລົງຮັບຮອງເອົາ ກົດໝາຍວ່າດ້ວຍທີ່ດິນ (ສະບັບປຸງ) ເລກທີ 48/ສພຊ ລົງວັນທີ 21 ຕຸລາ 2003 ໂດຍມີການລະບຸເນື້ອໃນສຳຄັນໄວ້ໃນມາດຕາ 43; 44; 48; 49 ແລະ 71 ໃນກົດໝາຍສະບັບນີ້ດັ່ງນີ້:

ມາດຕາ 43 (ໃໝ່): ການຂຶ້ນທະບຽນ: ການຂຶ້ນທະບຽນທີ່ດິນ ແມ່ນການຢັ້ງຢືນສິດນຳໃຊ້ທີ່ດິນ ຢ່າງຖືກຕ້ອງຕາມກົດໝາຍໃຫ້ແກ່ບຸກຄົນ ຫຼື ການຈັດຕັ້ງ ເພື່ອບໍ່ໃຫ້ມີການປອມແປງສິດນຳໃຊ້ທີ່ດິນ, ອຳນວຍຄວາມສະດວກໃຫ້ແກ່ການຄຸ້ມຄອງ ແລະ ປົກປັກຮັກສາທີ່ດິນ ຢ່າງເປັນເອກະພາບໃນທົ່ວປະເທດ. ເຊິ່ງການຂຶ້ນທະບຽນທີ່ດິນ ຕ້ອງໄດ້ຈົດກ່າຍຂໍ້ມູນຕ່າງໆ ເຂົາປື້ມທະບຽນທີ່ດິນເຊັ່ນ: ຊື່ ແລະ ນາມສະກຸນ ຂອງຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ (ຊື່ ແລະ ນາມສະກຸນຂອງຜົວ ແລະ ເມຍ ໃນກໍລະນີເປັນສິນສົມສ້າງ) ປະເພດທີ່ດິນ,ຂອບເຂດ ແລະ ເນື້ອທີ່ຂອງທີ່ດິນ, ການໄດ້ມາ ແລະ ທີ່ຕັ້ງຂອງດິນ.

ມາດຕາ 44: ຮູບແບບການຂຶ້ນທະບຽນ: ເຊິ່ງຮູບແບບຂອງການຂຶ້ນທະບຽນທີ່ດິນ ມີ 2 ຮູບແບບດັ່ງນີ້: ການຂຶ້ນທະບຽນທີ່ດິນ ຢ່າງເປັນລະບົບ ແລະ ການຂຶ້ນທະບຽນທີ່ດິນ ຕາມຄຳຮ້ອງຂໍ.
ການຂຶ້ນທະບຽນຢ່າງເປັນລະບົບ ແມ່ນການຂຶ້ນທະບຽນ ໂດຍບໍ່ມີຄຳຮ້ອງຂໍ, ເຮັດເປັນລະບົບໃນເຂດໃດໜຶ່ງ ທີ່ມີຄວາມຈຳເປັນໃນການຈັດສັນທີ່ດິນ, ຈັດແບ່ງເຂດ, ແບ່ງປະເພດດິນເພື່ອຄຸ້ມຄອງ. ສ່ວນການຂຶ້ນທະບຽນຕາມຄຳຮ້ອງຂໍ ແມ່ນການຂຶ້ນທະບຽນ ທີ່ດຳເນີນຕາມຄຳຮ້ອງຂໍຂອງບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ເພື່ອໃຫ້ມີການຢັ້ງຢືນ ກ່ຽວກັບການນຳໃຊ້ທີ່ດິນຂອງຕົນ.

ມາດຕາ 48: ໃບຢັ້ງຢືນທີ່ດິນ  ແມ່ນເອກະສານທາງການ ທີ່ຢັ້ງຢືນກ່ຽວກັບສິດນຳໃຊ້ທີ່ດິນກະສິກຳ ຫຼື ທີ່ດິນປ່າໄມ້ຊົ່ວຄາວ ເຊິ່ງອົງການປົກຄອງເມືອງ, ເທດສະບານ ອອກໃຫ້ບຸກຄົນ ຫຼື ການຈັດຕັ້ງທີ່ມີສິດນຳໃຊ້ທີ່ດິນນັ້ນ. ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບໃບຢັ້ງຢືນທີ່ດິນ ມີສິດທຳການສືບທອດຕາມອາຍຸຂອງການຢັ້ງຢືນໄດ້ ແຕ່ບໍ່ມີສິດໂອນ, ບໍ່ມີສິດເອົາໄປເປັນຫຸ້ນ, ບໍ່ມີສິດເອົາໄປຄໍ້າປະກັນ ຫຼື ໃຫ້ເຊົ່າ.

ມາດຕາ 49 (ໃໝ່) : ໃບຕາດິນ  ແມ່ນເອກະສານ ທີ່ເປັນຫຼັກຖານຕົ້ນຕໍໜຶ່ງອັນດຽວ ກ່ຽວກັບສິດນຳໃຊ້ທີ່ດິນຢ່າງຖາວອນ ເຊິ່ງໄດ້ຄັດສຳເນົາຢ່າງຖືກຕ້ອງຈາກປື້ມທະບຽນທີ່ດິນ ເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງທີ່ດິນພຽງໃບດຽວ ເພື່ອຖືໄວ້ເປັນຫຼັກຖານຢ່າງຍາວນານ ຈົນກວ່າຈະມີການປ່ຽນແປງໃໝ່ ຕາມເງືອນໄຂທີ່ກຳນົດໄວ້ໃນກົດໝາຍ.

ກ່ອນຈະອອກໃບຕາດິນ ອົງການທີ່ກ່ຽວຂ້ອງຕິດປະກາດ ຢູ່ອົງການຄຸ້ມຄອງທີ່ດິນ,ສຳນັກງານປົກຄອງເມືອງ, ເທສະບານ, ສຳຮັກງານການປົກຄອງບ້ານ, ບ່ອນທີ່ດິນຕັ້ງຢູ່, ອອກແຈ້ງການຜ່ານສື່ມວນຊົນຂອງລັດ, ລົງໜ້າໜັງສືພິມ ແລະ ປະກາດທາງວິທະຍຸກະຈາຍສຽງ ຫຼື ອອກໂທລະພາບ ໂດຍອີງໃສ່ເງື່ອນໄຂຕົວຈິງໃນກຳນົດ 90 ວັນ ນັບແຕ່ລົງລາຍເຊັນໃສ່ໃບປະກາດເປັນຕົ້ນໄປ ເພື່ອໃຫ້ມວນຊົນຊາບ. ຖ້າວ່າພາຍໃນກຳນົດເວລາດັ່ງກ່າວຫາກບໍ່ມີການຕໍ່ວ່າຕໍ່ຂານ ຫຼື ການຕໍ່ວ່າຕໍ່ຂານນັ້ນຫາກຖືກແກ້ໄຂໄປແລ້ວ ຈຶ່ງອອກໃບຕາດິນໃຫ້ແກ່ຜູ່ໄດ້ຮັບສິດນຳໃຊ້ທີ່ດິນ.

ມາດຕາ 71 (ໃໝ່): ການທົດແທນຄ່າເສຍຫາຍ ທີ່ເກີດຈາກການໂອນນຳໃຊ້ທີ່ດິນຄືນ: ໃນກໍລະນີມີຄວາມຈຳເປັນທີ່ຕ້ອງໄດ້ນຳໃຊ້ທີ່ດິນຂອງບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ເພື່ອຮັບໃຊ້ສາທາລະນະປະໂຫຍດນັ້ນ ລັດຈະໂອນເອົາສິດນຳໃຊ້ທີ່ດິນນັ້ນຄືນ ແຕ່ຕ້ອງໃຊ້ແທນຄ່າເສຍຫາຍ ໃຫ້ແກ່ບຸກຄົນ ຫຼື ການຈັດຕັ້ງບ້ານ ຢ່າງສົມເຫດສົມຜົນ. ເພື່ອຮັບປະກັນການທົດແທນໃນການຖອນເອົາສິດນໍາໃຊ້ທີ່ດິນຄືນນັ້ນ ຕ້ອງມີທີ່ດິນສຳຮອງໃນອັດຕາຫ້າສ່ວນຮ້ອຍ ຂອງເນື້ອທີ່ດິນທັງໝົດຂອງບ້ານ, ເມືອງ, ເທດສະບານ, ແຂວງ ຫຼື ນະຄອນ. ໃນເວລາທີ່ຍັງບໍ່ທັນໄດ້ໃຊ້ທີ່ດິນສຳຮອງດັ່ງກ່າວ ຈະໃຫ້ບຸກຄົນ ຫຼື ການຈັດຕັ້ງເຊົ່າຊົ່ວຄາວກໍ່ໄດ້.