ວັນທີ 14-20 ຕຸລາ ອາກາດຈະເຢັນລົງ 1-2 ອົງສາ ໃນຕອນກາງຄືນຫາຕອນເຊົ້າ

87

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 14 – 20 ຕຸລາ 2019ວ່າ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກ ຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1 ຫາ 2 ອົງສາ ໃນຕອນກາງຄືນ ຫາ ຕອນເຊົ້າໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຢູ່ແຂວງພາກເໜືອ ລົງຫາພາກກາງ ດ້ານຕາເວັນອອກ ພ້ອມຈະມີລົມພັດແຮງເປັນບາງໂອກາດ ແລະ ຝົນຕົກກະຈາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ອາກາດຈະໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ , ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ອາກາດເຢັນລົງ 1 ຫາ 2 ອົງສາໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຄ່ອຍ ຢູ່ບາງທ້ອງຖິ່ນ ແຂວງ ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 30 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 21 – 22 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ອາກາດຈະເຢັນ ຫາ ໜາວເຢັນລົງ, ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີລົມພັດແຮງບາງບໍລິເວນ. ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກໃຕ້: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນຢູ່ທົ່ວໄປ ພ້ອມມີໝອກບາງ ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ, ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ. ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ອາກາດຈະເຢັນຫາໜາວເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 11 – 13 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ສຳລັບນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 14 ຫາ 20 ຕຸລາ 2019, ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນໃນຕອນ ກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 24 – 27 ອົງສາ ແລະ ສູງສຸດ 31 – 33 ອົງສາ.

*