ອະນາຄົດເງິນດິຈິຕອນຂອງເຟກບຸກສັ່ນຄອນຫຼັງສະມາຊິກຖອນຕົວ

62

ອະນາຄົນສະກຸນເງິນ ລິບຣາ ຂອງເຟກບຸກສັ່ນຄອນຫຼັງສະມາຊິກແຫ່ຖອນຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ຫຼາຍຄົນເລີ່ມບໍ່ໝັ້ນໃຈວ່າສະກຸນເງິນດັ່ງກ່າວຈະມີໂອກາດໄດ້ເປີດຕົວໃນປີໜ້າຕາມທີ່ເຟກບຸກປະກາດໄວ້ຫຼືບໍ່.

ຄວາມຝັນທີ່ຍິ່ງໃຫຍ່ຂອງເຟກບຸກໃນການອອກສະກຸນເງິນລິບຣາເລີ່ມອອກອາການຖອຍຫຼັງ ແລະ ມີທ່າອ່ຽງວ່າຈະເປັນບັນຫາຮ້າຍແຮງຕໍ່ເຟກບຸກເມື່ອບັນດາສະມາຊິກລຸ້ນສ້າງຕັ້ງຫຼາຍແຫ່ງທະຍອຍປະກາດຖອນຕົວຢ່າງຕໍ່ເນື່ອງໂດຍເມື່ອບໍ່ດົນມານີ້ບໍລິສັດ ມາດເຕີ ກາດ ແລ ະບໍລິສັດ ວີຊາ ອິງຖະແຫຼງຖອນຕົວຈາກໂຄງການນີ້.

 

ນອກຈາກສອງບໍລິສັດນີ້ແລ້ວຍັງມີບໍລິສັດພັນທະມິດອື່ນໆເຊັ່ນ ອີເບ ສະໄຣ ແລະ ມາຄາໂດ ປາໂກ ກໍທະຍອຍອອກຈາກໂຄງການນີ້ເຊັ່ນກັນເຮັດໃຫ້ສະມາຄົມ ລິບຣາທີ່ເຟກບຸກຫວັງໃຫ້ເປັນກົນໄກຊຸກຍູ້ສະກຸນເງິນຂອງຕົນເອງນັ້ນບໍ່ເຫຼືອສະມາຊິກທີ່ເປັນບໍລິສັດໃຫຍ່ລະດັບໂລກອີກແລ້ວ,ແນ່ນອນວ່າສິ່ງທີ່ເກີດຂຶ້ນຍ່ອມກະທົບຕໍ່ຄວາມສະດວກສະບາຍໃນການໃຫ້ບໍລິການທາງການເງິນທົ່ວໂລກຢ່າງເຟກບຸກຫວັງເອົາໄວ້.

ໂດຍບໍລິສັດທີ່ເຫຼືອຢູ່ໃນກຸ່ມສ່ວນໃຫຍ່ເປັນບໍລິສັດດ້ານການຮ່ວມທຶນ,ໂທລະຄົມມະນາຄົມ,ບລ໊ອກເຊນ ແລະ ກຸ່ມບໍ່ສະແຫວງຫາຜົນກໍາໄລ,ແຕ່ທ່ານ ເດວິດ ມາຄັດ ຫົວໜ້າໂຄງການນີ້ຂອງເຟກບຸກເຊື່ອວ່າການທະຍອຍຖອນຕົວຂອງບັນດາສະມາຊິກບໍ່ໄດ້ທໍານາຍຊະຕາໃນອະນາຄົດຂອງເງິນລິບຣາ,ແຕ່ກໍຍອມຮັບວ່າບໍ່ແມ່ນສັນຍານທີ່ດີປານໃດໃນໄລຍະສັ້ນ;ແຕ່ເຖິງວ່າຈະມີການຖອນຕົວຂອງບໍລິສັດຫຼາຍແຫ່ງ,ລິບຣາຍັງຄົງເດີນໜ້າອອກຂໍ້ຕົກລົງລະຫວ່າງບໍລິສັດໃນກຸ່ມໃນຕໍ່ໜ້າ.