ລະບົບການສຶກສາຕ້ອງໄດ້ຮັບການປະຕິຮູບໃຫ້ທັນກັບຍຸກສະໄໝ

297

ການສຶກສາເປັນສິ່ງບົ່ງບອກເຖິງຄວາມຈະເລີນຂອງຊາດ, ລະບົບການສຶກສາທີ່ດີຈະສາມາດສ້າງຊັບພະຍາກອນທີ່ມີຄຸນນະພາບຮັບໃຊ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະນັ້ນ, ການສຶກສາຈຶ່ງມີຄວາມສຳຄັນທີ່ສຸດໃນການສ້າງຄົນ ແລະ ເປັນແຜນບຸລິມະສິດໃຫ້ລັດຖະບານລາວ.

ປັດຈຸບັນ, ສາມາດເຫັນໄດ້ວ່າ ທຸກປະເທດໃນໂລກກ່ອນທີ່ຈະສາມາດກາຍເປັນປະເທດທີ່ພັດທະນາ ກ່ອນອື່ນໝົດລະບົບການສຶກສາແມ່ນເປັນສິ່ງສຳຄັນທຳອິດ ເພາະການສຶກສາເປັນບ່ອນໃຫ້ຄວາມຮູ້, ຄວາມສາມາດ, ໃຫ້ໂອກາດ ແລະ ຄວາມຮັກຊາດ ພ້ອມທັງໃຫ້ວິທະຍາສາດ. ສະນັ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈຶ່ງໄດ້ເນັ້ນໜັກໃຫ້ຂະແໜງການສຶກສາ ຈົ່ງພ້ອມໃຈກັນສຶກສາຮຽນຮູ້ເພື່ອນຳໄປສູ່ການປະຕິຮູບລະບົບການສຶກສາຢ່າງມີຄຸນນະພາບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ປະເທດໃດກໍຕາມຈະເປັນປະເທດນ້ອຍ ຫຼື ໃຫຍ່ ທີ່ປົກຄອງດ້ວຍລະບົບໃດກໍຕາມ, ຈະພັດທະນາປະເທດໃຫ້ໄດ້ນັ້ນ ແມ່ນຕ້ອງເປັນປະເທດທີ່ມີກຳລັງຄົນ, ມີຊັບພະຍາກອນມະນຸດເປັນຫຼັກ, ປະເທດໃດທີ່ມີຊັບພະຍາກອນທີ່ໄດ້ຮັບການພັດທະນາທີ່ດີ, ມີຄຸນນະພາບ ເຊິ່ງເປັນກຳລັງແຮງໃນການຂັບເຄື່ອນປະເທດນັ້ນໄດ້ດີຂຶ້ນ, ໜັກແໜ້ນ, ກ້າວໜ້າ ແລະ ມີສະຖຽນລະພາບ, ມີຄວາມສາມາດແຂ່ງຂັນກັບປະເທດອື່ນ.

ກ່ອນຈະເຮັດໄດ້ແນວນັ້ນ ສິ່ງສຳຄັນທີ່ສຸດແມ່ນລະບົບການສຶກສາຕ້ອງເປັນລະບົບທີ່ໄດ້ຮັບການປະຕິຮູບ, ປ່ຽນແປງໃຫ້ທັນກັບຍຸກສະໄໝຕາມ ຄວາມຮຽກຮ້ອງຕ້ອງການທີ່ແທ້ຈິງ ແລະ ຄູ – ອາຈານທີ່ສິດສອນຕ້ອງເປັນຄົນທີ່ມີຄວາມ  ຮູ້ – ຄວາມສາມາດ, ເປັນຄົນໃຝ່ຮຽນຮູ້ໃຫ້ທັນກັບຍຸກສະໄໝ, ດັ່ງຄຳທີ່ ປະທານ ໄກສອນ   ພົມວິຫານ ໄດ້ກ່າວໃນສະໄໝຕໍ່ສູ້ກູ້ຊາດວ່າ “ ການສຶກສາຕ້ອງໄປກ່ອນການເງິນ ” ນັ້ນຄືວິໄສທັດທີ່ກວ້າງໄກໃນການພັດທະນາປະເທດຊາດ.

ການປະຕິຮູບລະບົບການສຶກສາໃນ ສປປ ລາວ ນັ້ນໄດ້ເຄີຍດຳເນີນມາແລ້ວຫຼາຍປີ ແລະ ມາຮອດປີ 2015 ໄດ້ຖືກຮັບຮອງ, ແຕ່ມາຮອດປັດຈຸບັນການປ່ຽນແປງຢ່າງກະທັນຫັນຂອງສັງຄົມໂລກ ເຮັດໃຫ້ ສປປ ລາວ ຈຳເປັນຕ້ອງໄດ້ປະຕິຮູບໃໝ່ ແລະ ປະຕິຮູບເລື້ອຍໆເພື່ອໃຫ້ທັນຍຸກທັນສະໄໝ. ບັນດານັກວິທະຍາສາດ, ນັກຄົ້ນຄວ້າຕ້ອງນຳເອົາການປະຕິຮູບນັ້ນໄປສຶກສາຄົ້ນຄວ້າຕື່ມ ວ່າລະບົບການສຶກສາໃນລາວເຮົາຍັງມີຄວາມຕ້ອງການໃໝ່ດ້ານໃດແດ່, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້ແນວໃດແດ່?.

ປະຕິຮູບແລ້ວ ຕ້ອງປະຕິຮູບອີກ ປັບປຸງແລ້ວ ຕ້ອງປັບປຸງອີກ ຈະບໍ່ຢຸດຢູ່ໃນການຮັບຮອງເອົາການປະຕິຮູບລະບົບການສຶກສາໃນປີ 2015 ເທົ່ານັ້ນ ເພາະວ່າເຂົ້າສູ່ການປະຕິວັດອຸດສາຫະກຳ 4.0, ຍຸກແຫ່ງການແຂ່ງຂັນ, ຍຸກແຫ່ງການເຊື່ອມໂຍງ, ຍຸກແຫ່ງສົງຄາມການຄ້າ, ຍຸກແຫ່ງການແຂ່ງຂັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຮັດໃຫ້ ຄວາມຮຽກຕ້ອງການໃໝ່ມັນເກີດຂຶ້ນຢູ່ເລື້ອຍໆ. ສະນັ້ນ, ການປະຕິຮູບການສຶກສາໃຫ້ທັນຍຸກທັນສະໄໝ, ບັນດາພາກສ່ວນກ່ຽວຂ້ອງຕ້ອງໄດ້ສຸມສະຕິປັນຍາຄົ້ນຄວ້າກ່ຽວກັບລະບົບການສຶກສາຂອງພວກເຮົາ.

ສຶກສາຄົ້ນຄວ້າລະບົບການສຶກສາວ່າ ຄວນປະຕິຮູບແບບໃດ, ຄວນປັບປຸງແບບໃດໃຫ້ມີຈຸດສຸມ, ມີມາດຕະຖານດຽວກັນເພື່ອໃຫ້ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ຈຶ່ງໄປໄດ້ກັບຄວາມຮຽກຮ້ອງຕ້ອງການເພື່ອພັດທະນາເສດຖະກິດ – ສັງຄົມ; ຄຸນນະພາບຂອງການສຶກສາໃນ ສປປ ລາວ ຍັງບໍ່ທັນສູງເທົ່າທີ່ຄວນ ເຊິ່ງເປັນໂຈດໜຶ່ງທີ່ຜູ້ບໍລິຫານງານການສຶກສາ ແລະ ນັກຄົ້ນຄວ້າທັງຫຼາຍຕ້ອງໄດ້ ເອົາໃຈໃສ່ຕື່ມ ເພາະໃນໄລຍະຜ່ານມາເຫັນວ່າ ລະບົບການສຶກສາ ເຮັດໃຫ້ນັກສຶກສາທີ່ຈົບມາໃໝ່ບໍ່ມີຄຸນນະພາບ, ບໍ່ສາມາດປະກອບອາຊີບ, ບໍ່ສາມາດຕອບສະໜອງເຂົ້າໃນການເຮັດວຽກຕາມອົງກອນຕ່າງໆ ເຊິ່ງເຮັດໃຫ້ການກໍ່ສ້າງບຸກຄະລາກອນຂາດຄວາມດຸ່ນດ່ຽງກັບຄວາມຕ້ອງການ.

ກະຊວງສຶກສາທິການ ແລະ ກີລາ ຕ້ອງມີການຄຸ້ມຄອງທີ່ດີຂຶ້ນ ເພື່ອເຮັດແນວໃດໃຫ້ສາມາດໄປເຖິງພໍ່ແມ່ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ, ພ້ອມທັງຫັນປ່ຽນວິທີການສິດສອນການສຶກສາທາງໄກໃຫ້ໄດ້ຮັບຜົນດີ. ສະນັ້ນ, ຕ້ອງໄດ້ຮັບການຄຸ້ມຄອງດີ, ຈັດສັນດີ ໃຫ້ບຸລິມະສິດ ແລະ ສຶກສາຄວາມເປັນໄປໄດ້ວ່າ ຜູ້ຮຽນໃນລະບົບການສຶກສາທາງໄກຫຼາຍປານໃດ ແລະ ຍັງຂາດອັນໃດເພື່ອຈັດສັນເຂົ້າໃຫ້ເໝາະສົມ ແລະ ໄດ້ຮັບຄຸນນະພາບທີ່ສຸດ.

ການນຳໃຊ້ທຶນຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ້ອງນຳເຂົ້າໃນການສຶກສາໃຫ້ເປັນບຸລິມະສິດ ແລະ ມີຈຸດສຸມ. ພ້ອມນັ້ນ, ການນໍາໃຊ້ງົບປະມານທີ່ມີແນວໃດໃຫ້ເກີດຜົນສູງທີ່ສຸດ ແລະ ນຳໃຊ້ໃນຈຸດທີ່ຈຳເປັນທີ່ສຸດ ເນື່ອງຈາກວ່າງົບປະມານໃນຂົງເຂດການສຶກສາມີຈຳກັດ.

ນອກຈາກນັ້ນ, ທ່ານນາຍົກ ຍັງໄດ້ເນັ້ນອີກວ່າ: ຄູ – ອາຈານເປັນບຸກຄົນທີ່ມີຄວາມສຳຄັນຫຼາຍຕໍ່ການພັດທະນາປະເທດ ຈົນໄດ້ມີສັນຍະລັກທີ່ວ່າ “ ຄູຄືແມ່ພິມຂອງຊາດ ”, “ ຄູຄືວິສະວະກອນທີ່ຫຼໍ່ຫຼອມດວງວິນຍານ ” ເຊິ່ງເຫັນວ່າຄູເປັນຜູ້ໃຫ້ຄວາມຮູ້, ໃຫ້ຄວາມຮັກ, ໃຫ້ໂອກາດ, ໃຫ້ຄວາມເມດຕາ ກະລຸນາ, ໃຫ້ແບບຢ່າງອາລິຍະບົດການວາງຕົວ ແລະ ເປັນຜູ້ນຳເອົາວິທະຍາສາດ ແລະ ຄວາມທັນສະໄໝມາສູ່ສັງຄົມ. ສະນັ້ນ, ຄູ – ອາຈານແຕ່ລະຄົນຕ້ອງເອົາໃຈໃສ່ສຶກສາຄົ້ນ ຄວ້າ, ຮຽນຮູ້ທາງດ້ານການຖ່າຍທອດ, ຕ້ອງເປັນຄົນທີ່ໃຝ່ຮຽນຮູ້ ແລະ ຕ້ອງທັນຍຸກສະໄໝ.

ໂດຍ: ກາວຊົ່ງ; ຮູບ: ສຸກສະຫວັນ