ໂອໂຕລາວ ນໍາສະເໜີລົດໃໝ່

48

ບໍລິສັດ ໂອໂຕລາວ ຈໍາກັດ ຈັດງານ AMG party ພ້ອມເປັນການພົບປະແລກປ່ຽນການນໍາໃຊ້ລົດ Mercedes – Benz ໃນໄລຍະຜ່ານມາ ລວມທັງຖືໂອກາດນີ້ແນະນໍາຜະລິດຕະພັນໃໝ່ຢ່າງ The GT63s 4 – door Coupe ລວມທັງຊຸດແຕ່ງຈາກ AMG.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 12 ຕຸລາ 2019 ທີ່ Buddy Nong Studio ນະຄອນຫຼວງວຽງຈັນ ໂດຍມີປະທານ – ພະນັກງານ ແລະ ລູກຄ້າ ບໍລິສັດ ໂອໂຕລາວ ຈໍາກັດ ເຂົ້າຮ່ວມ.

ທ່ານ ອານຸລັກ ທໍາມະວົງ ຜູ້ຈັດການທົ່ວໄປ ບໍລິສັດ ໂອໂຕລາວ ຈໍາກັດ ໄດ້ກ່າວວ່າ: ງານຄັ້ງນີ້ນອກຈາກຈະເປັນການຕອບແທນຜູ້ສະໜັບສະໜູນພວກເຮົາຍັງເປັນການນໍາສະເໜີລົດລຸ້ນຕ່າງໆ ທີ່ເປັນການຕົກແຕ່ງ AMG ຮອບຄັນ ຕັ້ງແຕ່ລົດເກັ໋ງລຽບຫຼູ ຈົນໄປເຖິງລົດ SUV ທີ່ແຂງແກ່ນ ເຊິ່ງທ່ານຈະໄດ້ເຫັນເຖິງຄວາມແຂງແກ່ນ ແລະ ຫຼັກສໍາຄັນສິ່ງທີ່ເຮັດໃຫ້ລົດມີຄວາມໂດດເດັ່ນເປັນເອກະລັກສະເພາະ   A 200, CLS 350 4Matic & E 300 Coupe ຂອງພວກເຮົາໄດ້ມີການຕົກແຕ່ງທັງພາຍໃນ ແລະ ພາຍນອກເປັນຊຸດສະເພາະຂອງ AMG package.

ໃນນີ້, ໄດ້ນໍາສະເໜີລົດ SUV The GLS63 AMG 4Matic ເຊິ່ງມາພ້ອມກັບການອອກແບບທີ່ມີເອກະລັກສະເພາະທີ່ກວ້າງຂວາງ ແລະ ການຂັບຂີ່ທີ່ສາມາດຮອງຮັບໄດ້ທຸກທ້ອງຖະໜົນບໍ່ພຽງແຕ່ເທົ່ານັ້ນ GLS63 AMG ຍັງເປັນລຸ້ນທີ່ມີຊຸດແຕ່ງ AMG ທັງພາຍໃນ ແລະ ພາຍນອກ ທີ່ສໍາຄັນໃຊ້ເຄື່ອງຈັກ AMG 5,5L Bi – Turbo 585 ແຮງມ້າ ທີ່ສາມາດເອົາໄປລົງສະໜາມແຂ່ງໄດ້ເລີຍ.

ທ່ານກ່າວວ່າ: ລົດທີ່ເປັນຈຸດເດັ່ນຂອງງານແມ່ນລົດ AMG The GT63s 4 – door Coupe ເຊິ່ງເປັນລົດ Super Sport 4 ປະຕູ ສາມາດໃຊ້ງານ ທັງເປັນລົດແຂ່ງ ແລະ ລົດຂັບຂີ່ປະຈໍາວັນໄດ້ໃນຄັນດຽວ ທີ່ສຸດແຫ່ງຂຸມພະລັງທີ່ Mercedes-Benz ໄດ້ສ້າງມາ The GT63s 4 – door ເປັນ  4Matic+ ດ້ວຍຈັກ V8 ສູບ Biturbo4.0L Eco – Boot ທີ່ໃຊ້ມໍເຕີໄຟຟ້າ ແລະ ແບັດເຕີຣີ 48 V ທີ່ຊ່ວຍໃນການອອກໂຕ ຫຼື ເລັ່ງແຊງໃຫ້ແຮງຂຶ້ນ ເພືີ່ອຊ່ວຍຫຼຸດຜ່ອນການເຮັດວຽກຂອງເຄື່ອງຈັກ ຊ່ວຍປະຢັດນໍ້າມັນ ແລະ ມີແຮງມ້າສູງສຸດ 639 ແຮງມ້າ ແລະ ແຮງບິດ 900 Nm ລົດ AMG GT63s ມາພ້ອມສິດທິພິເສດຈາກໂຮງງານເປັນສີເທົາດໍາດ້ານ ຊຸດແຕ່ງ AMG seats ແລະ ຕົກແຕ່ງດ້ວຍ carbon fibrevtirim ເຊິ່ງເປັນລຸ້ນພິເສດ Edition 1. ທ່ານສາມາດຂັບດ້ວຍໂໝດຕ່າງໆເຖິງ 6 ໂໝດ ຄື: Slippery ທາງມື່ນ Individual ປັບຕາມໃຈຜູ້ຂັບຂີ່ Comfort ການຂັບຂີ່ປະຈໍາວັນທີ່ນຸ້ມນວນ, Sport ການຂັບຂີ່ແບບສະປອດ Sport+ ການຂັບຂີ່ລົດແຂ່ງ ພິເສດ Race mode ທີ່ຈະພາທ່າລົງສະໜາມແຂ່ງໄດ້ຢ່າງມືອາຊີບ ແລະ ສາມາດ Drift ໄດ້ ແລະ AMG GT 63s ຍັງມີລະບົບ Race Tract ທີ່ມີຂໍ້ມູນສະໜາມແຂ່ງລະດັບໂລກໄວ້ໃຫ້ທ່ານນໍາລົດຂອງທ່ານໄປແຂ່ງຂັນໃນສະໜາມນັ້ນໆໄດ້ເລີຍ.

ຂ່າວ – ຮູບ: ພຸດຕີ້