ການເງິນແຂວງຄໍາມ່ວນ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ

157

ປີ 2019 ພະແນກການເງິນແຂວງຄໍາມ່ວນ ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດທັງພູດສູນກາງ ແລະ ທ້ອງຖິ່ນ ທັງໝົດ 701 ຕື້ກວ່າກີບ; ມາຮອດປັດຈຸບັນສາມາດຈັດເກັບລາຍຮັບໄດ້ແລ້ວ 493 ຕື້ກວ່າກີບ ເທົ່າກັບ 70,40% ຂອງແຜນການປີ. ສ່ວນເວລາທີ່ເຫຼືອອີກ 3 ເດືອນທ້າຍປີ ຈະຕ້ອງສຸມໃສ່ທຸກກຳລັງແຮງເພື່ອເກັບລາຍຮັບໃຫ້ບັນລຸເປົ້າ.

ທ່ານ ບຸນເລັ່ງ ກຸນອາວົງ ຫົວໜ້າພະແນກການເງິນ ແຂວງຄໍາມ່ວນ ໃຫ້ສຳພາດວ່າ: ໃນປີ 2019 ພະແນກການເງິນແຂວງຄໍາມ່ວນ ໄດ້ຮັບຕົວເລກແຜນການທັງພູດສູນກາງ ແລະ ທ້ອງຖິ່ນທັງໝົດ 701 ຕື້ກວ່າກີບ. ໃນນັ້ນ, ມີລາຍຮັບສູນກາງ 398 ຕື້ກວ່າກີບ ( ຄ່າທໍານຽມວີຊາອາກອນ 900 ລ້ານກີບ, ລາຍຮັບພາສີ 397 ຕື້ກວ່າກີບ ), ລາຍຮັບພູດທ້ອງຖິ່ນທັງໝົດ 302 ຕື້ກວ່າກີບ ( ລາຍຮັບສ່ວຍສາອາກອນ 281 ຕື້ກວ່າກີບ, ຊັບສິນຂອງລັດ 20 ຕື້ກວ່າກີບ, ຄຸ້ມຄອງລັດວິສາຫະກິດ 300 ລ້ານກີບ ).

ຜ່ານການຈັດຕັ້ງປະຕິບັດຮອດວັນທີ 30 ກັນຍາ 2019 ທົ່ວແຂວງສາມາດປະຕິບັດໄດ້ທັງພູດສູນກາງ ແລະ ທ້ອງຖິ່ນ ປະຕິບັດໄດ້ທັງໝົດ 493 ຕື້ກວ່າກີບ ເທົ່າກັບ 70,40% ຂອງແຜນການປີ. ໃນນັ້ນ, ພູດສູນກາງປະຕິບັດໄດ້ 288 ຕື້ກວ່າກີບ ເທົ່າກັບ 72,20% ຂອງແຜນການປີ, ລາຍຮັບພູດທ້ອງຖິ່ນ 204 ຕື້ ກວ່າກີບ ເທົ່າກັບ 67,68% ຂອງແຜນການປີ.

ສັງລວມແລ້ວການຈັດຕັ້ງປະຕິບັດແຜນລາຍຮັບງົບປະມານແຫ່ງລັດບໍ່ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າການຈັດເກັບລາຍຮັບຈາກຂະແໜງພາສີກອນນໍາເຂົ້າ – ສົ່ງອອກສິນຄ້າຢູ່ດ່ານພາສີສາກົນນາເພົ້າ ເປັນຕົ້ນ: ເຄື່ອງບໍລິໂພກ, ອຸປະໂພກ ແລະ ນໍ້າມັນເຊື້ອໄຟຫຼຸດລົງ, ລາຍຮັບຈາກສ່ວຍສາອາກອນ ( ອາກອນເງິນເດືອນຈາກໂຮງ – ຈັກໂຮງງານ, ອາກອນລາຍໄດ້ຈາກຫົວໜ່ວຍທຸລະກິດ, ລາຍຮັບຈາກທີ່ດິນ, ຄ່າທໍານຽມ, ລາຍຮັບວິຊາການ ) ບໍ່ໄປຕາມແຜນການວາງໄວ້, ລາຍຮັບຈາກຊັບສິນສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັບພະຍາກອນທໍາມະຊາດຈາກພູດສູນກາງແບ່ງໃຫ້ 20% ເຊິ່ງກວມລາຍຮັບຂອງຊັບສິນທັງໝົດ 40%. ນອກຈາກນັ້ນ, ໄດ້ຈາກຄ່າເຊົ່າ, ຄ່າສໍາປະທານ, ຄ່າຈົດທະບຽນ ແລະ ລາຍຮັບອື່ນໆອີກຈໍານວນໜຶ່ງ, ລາຍຮັບຄຸ້ມຄອງລັດວິສາຫະກິດໄດ້ຈາກລັດວິສາຫະກິດ ເຊິ່ງເປັນລາຍຮັບທີ່ໜ້ອຍແຕ່ມັນສະແດງອອກໃນຕົວເລກແຜນການປີມີພຽງ 300 ລ້ານກີບເທົ່ານັ້ນ.

ສໍາລັບແຜນລາຍຈ່າຍງົບປະມານຂອງແຂວງພາຍໃນປີ 2019 ແຜນການປີແມ່ນ 539 ຕື້ກວ່າກີບ ປະຕິບັດໄດ້ 373 ຕື້ກວ່າກີບ ເທົ່າກັບ 69,17% ຂອງແຜນການປີ. ໃນນີ້, ຈ່າຍເງິນເດືອນ, ເງິນອຸດໜູນ, ເງິນບໍລິຫານ, ເງິນດັດສົມສົ່ງເສີມ, ລາຍຈ່າຍລົງທຶນ, ລາຍຈ່າຍຊື້ໃໝ່ ແລະ ລາຍຈ່າຍອື່ນໆ.

ທ່ານ ບຸນເລັ່ງ ກຸນອາວົງ ຫົວໜ້າພະແນກການເງິນແຂວງຄໍາມ່ວນ ເນັ້ນຕື່ມອີກວ່າ: ເພື່ອໃຫ້ບັນລຸຕາມແຜນການປີ 2019 ແລະ ໃນ 3 ເດືອນທ້າຍປີ 2019 ຈະຕ້ອງສຸມໃສ່ປຸກລະດົມທຸກພາກສ່ວນທີ່ມີພັນທະ ແລະ ໜ້າທີ່ຂອງຕົນເພື່ອປະກອບພັນທະເຂົ້າງົບປະມານໃຫ້ທັນຕາມກໍານົດເວລາ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ – ພະນັກງານ – ລັດຖະກອນໃນຂະແໜງການເງິນໃຫ້ມີຜົນສໍາເລັດ, ສືບຕໍ່ແກ້ໄຂບໍ່ໃຫ້ເກີດບັນຫາແກ່ຍາວ, ສືບຕໍ່ເລັ່ງທວງຊຸກຍູ້ພາກສ່ວນທີ່ຍັງຄ້າງມອບພັນທະໂດຍສະເພາະພາສີທີ່ດິນ, ຄ່າທໍານຽມ ແລະ ລາຍຮັບວິຊາການປະສານສົມທົບກັບອໍານາດການປົກຄອງແຕ່ລະຂັ້ນເພື່ອໃຫ້ມີສ່ວນຮ່ວມໃນການກະຕຸກຊຸກຍູ້ ແລະ ມີທິດຊີ້ນໍາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ໄດ້ຕາມຕົວເລກຕາມແຜນການທີ່ກໍານົດໄວ້ໃຫ້ສໍາເລັດ.

ຂ່າວ – ຮູບ: ກະຊວງການເງິນ