ຮ່ວມບໍລິຈາກສ້າງພະພຸດທະຮູບທີ່ໃຫຍ່ທີ່ສຸດ

216

ຮີດ 12 ຄອງ 14 ປະເພນີອັນດີງາມຂອງຊາວລາວເຮົາໄດ້ສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນນີ້ບໍ່ວ່າຈະຢູ່ໃນຍຸກໃດ, ສະໄໝໃດກໍມີການປົກປັກຮັກສາເຖິງວັດທະນະທໍາບູຮານສະຖານ ແລະ ອື່ນໆ.

ທີ່ວັດດ່ານສິນໄຊ ເຂດບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ  ກໍເປັນອີກວັດໜຶ່ງທີ່ມີຄວາມອຸດົມສົມບູນໄປດ້ວຍຮີດຄອງປະເພນີ ແລະ ວັດວາອາຮາມທີ່ງົດງາມ ເພື່ອເປັນການສືບທອດມູນເຊື້ອວັດທະນະທໍາອັນດີງາມຂອງລາວເຮົາທາງເຈົ້າອາວາດວັດ ດ່ານສິນໄຊ ມີຈຸດປະສົງທີ່ຈະສ້າງພະເຈົ້າອົງໃຫຍ່ທີ່ສຸດໃນໂລກ ເຊິ່ງພະທີ່ຈະສ້າງນີ້ເພິ່ນຈະສ້າງພະພຸດທະຮູບທໍາມະຈັກ ເຊິ່ງມີໜ້າຕັກ ກວ້າງ 32 ແມັດ, ລວງສູງ 45 ແມັດ ລວມທັງແທ່ນເປັນ 73 ແມັດ ເຊິ່ງລວມມູນຄ່າກໍ່ສ້າງທັງໝົດ 2 ລ້ານໂດລາສະຫະລັດ ຈຶ່ງສໍາເລັດສົມບູນທຸກຢ່າງ.

ດັ່ງນັ້ນ, ຈຶ່ງເຊີນຊວນອອກຕົນຍາດໂຍມຊາວພຸດທັງຫຼາຍທັງພາຍໃນ ແລະ ຕ່າງປະເທດ ຜູ້ມີ ຈິດໃຈເຫຼື້ອມໃສສັດທາຢາກຈະສືບທອດພະພຸດທະສາສະໜາກໍເຊີນມາໂມທະນາບຸນນໍາກັນແລ້ວແຕ່ສັດທາ ເພື່ອເປັນບຸນກຸສົນທຸກໆທ່ານດ້ວຍເຖີດ.