ທໍ່ໂຕໂຢລາວ ໄດ້ຮັບລາງວັນທຸລະກິດລິເລີ່ມ ແລະ ຂັບເຄື່ອນນະວັດຕະກຳດີເດັ່ນ

91

ໂຮງງານອຸດສາຫະກຳໂຕໂຢລາວ ເປັນໜຶ່ງໃນ 16 ພາກສ່ວນທີ່ໄດ້ລາງວັນອາຊຽນດີເດັ່ນຂອງ ສປປ ລາວ ປະຈຳປີ 2019 ( ASEAN Business Award Lao – ABA Lao 2019 ) ດ້ານລາງວັນທຸລະກິດລິເລີ່ມ ແລະ ຂັບເຄື່ອນນະວັດຕະກຳດີເດັ່ນທີ່ໄດ້ຮັບລາງວັນອາຊຽນດີເດັ່ນຈາກທັງໝົດ 18 ລາງວັນ.

ທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ ກ່າວວ່າ: ສາເຫດທີ່ ໂຮງງານອຸດສາຫະກຳໂຕໂຢລາວ ໄດ້ຮັບລາງວັນທຸລະກິດລິເລີ່ມ ແລະ ຂັບເຄື່ອນນະວັດຕະກຳດີເດັ່ນ ພວກເຮົາໄດ້ດຳເນີນທຸລະກິດດ້ານຄ້າຂາຍອຸປະກອນນ້ຳປະປາມາແຕ່ປີ 2001 ຈົນມາຮອດປີ 2015 ໄດ້ວາງແຜນສ້າງໂຮງງານທໍ່ນ້ຳຈົນຮອດປີ 2016 ໄດ້ທະບຽນກໍ່ສ້າງ ແລະ ໄດ້ເລີ່ມຜະລິດໃນປີ 2018 ແລະ ໄດ້ຖືກຮັບຮອງມາດຕະຖານ ISO 9001.

ສຳລັບເງື່ອນໄຂທີ່ເຮັດໃຫ້ ໂຮງງານອຸດສາຫະກຳໂຕໂຢລາວ ໄດ້ຮັບລາງວັນດັ່ງກ່າວຍ້ອນໂຮງງານໄດ້ເນັ້ນຜະລິດທໍ່ນ້ຳທີ່ໄດ້ຄຸນນະພາບ ແລະ ມີຜົນປະໂຫຍດຕໍ່ສັງຄົມແທ້ໆ ເຖິງວ່າຈະເປັນໂຮງງານທີ່ຫາກໍເປີດໃຫ້ບໍລິການແຕ່ພວກເຮົາໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຈາກຕ່າງປະເທດ ເພື່ອຜະລິດເປັນທໍ່ນ້ຳສະໜອງນ້ຳສະອາດໃຫ້ທົ່ວສັງຄົມລາວ ໃຫ້ສົມກັບສະໂລແກນທີ່ວ່າ “ ທໍ່ໂຕໂຢ ທໍ່ນ້ຳສະອາດ ເພື່ອຊາດ ເພື່ອສັງຄົມ ”.

ທ່ານ ລັງກອນ ໄຊຍະວົງ ກ່າວຕື່ມວ່າ: ດ້ານການປະກອບສ່ວນຊ່ວຍເຫຼືອສັງຄົມທີ່ເຫັນໄດ້ປະຈັກຕາ ຄື: ໃນປີ 2018 ທາງໂຮງງານກໍຄື ກຸ່ມບໍລິສັດ ໄຊຍະວົງ ໄດ້ປະກອບສ່ວນສະໜອງທໍ່ນ້ຳເພື່ອສົ່ງນ້ຳສະອາດໃຫ້ຊຸມຊົນ ໃນເມືອງສະໜາມໄຊ ແຂວງອັດຕະປື ພາຍໃນເວລາ 3 ວັນ, ໃນກາງປີ 2019 ໄດ້ສະໜອງທໍ່ນ້ຳໃຫ້ແຂວງສາລະວັນ ແລະ  ແຂວງເຊກອງ ເພື່ອຕໍ່ນ້ຳເທິງພູເຂົ້າມາຫາຕົວເມືອງເພື່ອຜະລິດເປັນນ້ຳປະປາແຈກຢາຍໃຫ້ປະຊາຊົນ ຖືເປັນຜົນງານອັນຍິ່ງໃຫຍ່ທີ່ພວກເຮົາໄດ້ປະກອບສ່ວນຢູ່ຄູ່ສັງຄົມ ແລະ ແກ້ໄຂທັນເວລາຢ່າງແທ້ຈິງ.

ສຳລັບລາງວັນທຸລະກິດລິເລີ່ມ ແລະ ຂັບເຄື່ອນນະວັດຕະກຳດີເດັ່ນ ທີ່ພວກເຮົາໄດ້ຈະເປັນຕົວຊີ້ວັດໃນການພັດທະນາບໍລິສັດກໍຄືຜະລິດຕະພັນໂຕໂຢ ຂອງພວກເຮົານອກຈາກຈະໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມລາວແລ້ວ ມັນຍັງຈະເປັນຂັ້ນໄດໃຫ້ເຮົາກ້າວຂຶ້ນໄປສູ່ເວທີອາຊຽນ ແລະ ເວທີສາກົນ ແລະ ພິເສດຄືພວກເຮົາເປັນໂຮງງານຜະລິດ ແລະ ຈະມີໂອກາດສົ່ງສິນຄ້າອອກໄປຈຳໜ່າຍຢູ່ຕ່າງປະເທດ “ ທ່ານ    ລັງກອນ ໄຊຍະວົງ ກ່າວ ”.

( ຂ່າວ: ສົມລົດ; ຮູບ: ວິລະສັກ )