ສະຖານທູດຈີນແຈ້ງເຕືອນ! ໃຫ້ລະວັງການສວຍໂອກາດວາງຢາ ເພື່ອເອົາຊັບ

223

ໃນຍຸກປັດຈຸບັນນີ້, ສັງຄົມໄດ້ມີປະກົດການຍໍ້ທໍ້ເກີດຂຶ້ນຫຼາຍ ບໍ່ວ່າຈະເປັນການປຸ້ນຈີ້, ຂີ້ລັກ ຫຼື ແມ່ນແຕ່ການວາງຢາໃນສະຖານທີ່ບັນເທີງ ເພື່ອເອົາໄປເຮັດແນວບໍ່ດີ ຈຶ່ງເຮັດໃຫ້ການໃຊ້ຊີິວິດທຸກມື້ນີ້ ຕ້ອງມີຄວາມລະມັດລະວັງ ແລະ ມີສະຕິ ເພາະເຫດການແບບນີ້ ອາດຈະເກີດຂຶ້ນກັບທ່ານກໍ່ໄດ້. ດັ່ງນັ້ນ, ທຸກຄົນຄວນມີສະຕິໃຫ້ຫຼາຍຂຶ້ນກວ່າເກົ່າ.

ເຊິ່ງຫຼ້າສຸດ, ອີງຕາມແຫຼ່ງຂ່າວຈາກສຳນັກຂ່າວສານປະເທດລາວໄດ້ແຈ້ງວ່າ: ສະຖານທູດຈີນ ປະຈໍາລາວ ໄດ້ແຈ້ງເຕືອນ ໃຫ້ປະຊາຊົນມີສະຕິລະວັງຕົວ ເນື່ອງຈາກໄດ້ມີຄົນຈີນຈຳນວນໜຶ່ງແອບອ້າງ ເຂົ້າມາຂາຍສິນຄ້າ, ເວົ້າດີ, ລົມດີ ແລ້ວວາງຢາສະຫຼົບໃສ່ຢາສູບ, ເຄື່ອງດື່ມຕ່າງໆ ຍື່ນໃຫ້ສູບໃຫ້ດື່ມ, ຖ້າໃຜໄດ້ສູບໄດ້ດື່ມ ແລ້ວຈະສະຫຼົ້ບ ຫຼື ມຶນເມົາ ບໍ່ຮູ້ສຶກຕົວແລ້ວຄົນຮ້າຍ ຈະປຸ້ນເອົາຊັບສິນໄປໝົດ ຫຼື ໂອນເງິນເຂົ້າບັນຊີເຂົາເຈົ້າໄປແບບບໍ່ຮູ້ສຶກຕົວ.

ສະນັ້ນ, ແຈ້ງມາໃຫ້ທຸກຄົນ ຈົ່ງມີສະຕິລະວັງຕົວ ເພາະວ່າບໍ່ພຽງແຕ່ຈະສູນເສຍຊັບສິນເທົ່ານັ້ນ, ແຕ່ຍັງເປັນອັນຕະລາຍ ຕໍ່ສຸຂະພາບອີກດ້ວຍ. ຖ້າພົບເຫັນກະລຸນາ ຖ່າຍຮູບເປັນຫຼັກຖານ ແຈ້ງສາຍດ່ວນສະຖານທູດຈີນ 020 55561683 ແລະ ຕຳຫຼວດລາວ 1191.

"