ສາຍສຳພັນລາວ-ຢີ່ປຸ່ນ! ນາຍົກ ສົ່ງສານສະແດງຄວາມເຫັນໃຈຕໍ່ເຫດການພາຍຸໄຕ້ຝຸ່ນ

173

ດັ່ງທີ່ຫຼາຍໆທ່ານໄດ້ຮັບຮູ້ນຳກັນວ່າ ໃນລະຫວ່າງວັນທີ 12-13 ຕຸລາ 2019 ຜ່ານມາ, ຢີ່ປຸ່ນໄດ້ຮັບຜົນກະທົບໜັກຈາກພາຍຸໄຕ້ຝຸ່ນ ຮາກິບີສ (Hagibis) ຫົວໃຫຍ່ໃນປະຫວັດສາດ ໄດ້ພັດຖະຫຼົ່ມຢີ່ປຸ່ນເສຍຫາຍຢ່າງໜັກໜ່ວງ ໂດຍສະເພາະແມ່ນຕາເວັນອອກສຽງໃຕ້ ແລະ ພາກກາງຂອງປະເທດຖືກເສຍຫາຍໜັກທີ່ສຸດ.

*

*

ທ່າມກາງຄວາມເສົ້າເສຍໃຈຂອງປະຊາຊົນຜູ້ປະສົບເຄະຮ້າຍ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໃນ ວັນທີ 14 ຕຸລາ 2019 ເຊິ່ງເນື້ອໃນສານລະບຸວ່າ: ຂ້າພະເຈົ້າມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາບຂ່າວພະຍຸໃຕ້ຝຸ່ນ ຮາກິບີສ (Hagibis) ໄດ້ພັດເຂົ້າພາກຕາເວັນອອກສຽງໃຕ້ ແລະ ພາກກາງຂອງຍີ່ປຸ່ນ ໃນວັນທີ 12-13 ຕຸລາ 2019 ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ, ອາຄານສະຖານທີ່ ແລະ ລະບົບພື້ນຖານໂຄງລ່າງ ຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.
ຂ້າພະເຈົ້າໃນນາມສ່ວນຕົວ ກໍ່ຄືລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການໄພພິບັດທາງທຳມະຊາດຄັ້ງນີ້.

ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ຂໍສົ່ງກຳລັງໃຈອັນແຮງກ້າມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ ນຳພາຂອງທ່ານ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າອຸປະສັກຕ່າງໆໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຄວາມເສຍຫາຍທີ່ເກີດຈາກພະຍຸໃຕ້ຝຸ່ນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

*

ຂະນະທີ່, ແຫຼ່ງຂ່າວທ້ອງຖິ່ນ ນະຄອນຫຼວງໂຕກຽວໃຫ້ຮູ້ວ່າ: ມີຜູ້ເສຍຊີວິດແລ້ວ 35 ຄົນ ແລະ ສູນຫາຍຫຼາຍກວ່າ 20 ຄົນ. ນອກນັ້ນ, ຍັງມີຜູ້ໄດ້ຮັບບາດເຈັບອີກຈຳນວນຫຼາຍ ຈາກເຫດໄພພິບັດພາຍຸໃຕ້ຝຸ່ນ Hagibis ໄດ້ພັດເຂົ້າພາກຕາເວັນອອກສຽງໃຕ້ ແລະ ພາກກາງຂອງຍີ່ປຸ່ນ ໃນວັນທີ 12-13 ຕຸລາ 2019 ຜ່ານມາ.

*

ທີ່າ: ວຽງຈັນທາຍ