ຄົນລາວຕ່າງແດນກັບຄືນຖິ່ນຖານ ປູກຜັກປອດສານພິດສົ່ງອອກຂາຍຢີ່ປຸ່ນ

388

ລັດຖະບານລາວ ຖືເອົາກະສິກຳເປັນທ່າແຮງໃນການຊຸກຍູ້ເສດຖະກິດ, ເປັນຖານລາຍຮັບຂອງພໍ່ແມ່ປະຊາຊົນ ເນື່ອງຈາກປະເທດລາວຍັງມີພື້ນທີ່ດິນກວ້າງຂວາງ, ເໝາະສົມແກ່ການຜະລິດກະສິກຳ ເປັນສິນຄ້າສົ່ງອອກຕ່າງປະເທດ. ເຊິ່ງໄລຍະຜ່ານມາ ກໍ່ມີກຸ່ມຜະລິດກະສິກຳຈຳນວນໜຶ່ງ ຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສົ່ງອອກຂາຍຜະລິດຕະພັນກະສິກຳປອດສານພິດ ສົ່ງອອກປະເທດຢີ່ປຸ່ນຫຼາຍຕໍ່ຫຼາຍນັດມາແລ້ວ, ຫຼ້າສຸດນີ້ມີຂ່າວວ່າ ມີຄົນລາວຢູ່ຕ່າງແດນກັບຄືນບ້ານເກີດຊ່ວຍສ້າງເສດຖະກິດດ້ວຍການປູກຜັກສົ່ງຂາຍຍີ່ປຸ່ນໂດຍສະເພາະ.

ທີ່ກຳລັງກ່າວເຖິງນີ້ຄື ທ່ານບຸນໂຮມ ຊົງປະດິດ ຄົນເຊື້ອຊາດລາວ ທີ່ຢູ່ຕ່າງແດນກັບຄືນມາດໍາລົງຊີວິດຢູ່ລາວ ແລະ ເພິ່ນເລືອກເດີນທາງສາຍກະສິກຳປອດສານພິດ ປູກຜັກຂາຍແຕ່ລະປີສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຫຼາຍສົມຄວນ ສະຖານທີ່ປູກຜັກຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນນີ້ເອງ.

ອີງຕາມການເປີດເຜີຍຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍອ້າງອີງຄໍາສໍາພາດຂອງທ່ານ ບຸນໂຮມ ຊົງປະດິດ ເກີດຢູ່ເມືອງຫີນບູນ ແຂວງຄໍາມ່ວນ ທີ່ອອກຈາກປະເທດລາວໄປອາໄສຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອປີ 1969 ໃຫ້ສໍາພາດວ່າ: ການປູກຜັກປອດສານເຄມີໄດ້ເລີ່ມເຮັດມາແຕ່ປີ 2004 ເມື່ອກ່ອນເປັນພໍ່ຄ້າຄົນກາງ ຮັບຊື້ຜັກຈາກປະເທດໃກ້ຄຽງ ເພື່ອໄປຂາຍຢູ່ຍີ່ປຸ່ນ ແລະໄດ້ມີໂອກາດພົບປະກັບການນໍາຂັ້ນສູງຂອງລາວ ຢູ່ສະຖານທູດລາວ ປະຈໍານະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຮັບຄໍາແນະນໍາທີ່ດີ ແລະ ຄວາມເອົາໃຈໃສ່ຈາກບັນດາການນໍາຂັ້ນສູງຂອງລາວໃຫ້ກັບມາດໍາເນີນທຸລະກິດ ກໍຄືການຜະລິດກະສິກໍາເປັນສິນຄ້າຢູ່ລາວ ແລະ ໄດ້ຮັບການຕ້ອນຮັບຈາກປະຊາຊົນເປັນຢ່າງດີ.

ເຊິ່ງເບື້ອງຕົ້ນທ່ານບຸນໂຮມ ໄດ້ເລີ່ມປູກຫົວສິງໄຄ ແລະ ໄດ້ຂະຫຍາຍໄປປູກພືດຊະນິດຕ່າງໆ ເປັນຕົ້ນ: ຫົວຂ່າ, ກ້ວຍ, ໃບຂີ້ຫູດ, ຫອມເປ, ຜັກອີ່ເລີດ, ຫອມບົ່ວ, ໃບເຕີຍ ແລະ ໝາກຫຸ່ງ ໃນເນື້ອທີ່ 9 ເຮັກຕາ ເຫັນວ່າປະສົບຜົນສໍາເລັດເປັນຢ່າງດີ. ປັດຈຸບັນພືດຜັກຕ່າງໆໄດ້ສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດຍີ່ປຸ່ນ ອາທິດໜຶ່ງສົ່ງ 1 ຄັ້ງ. ໃນນັ້ນ: ມີ ຫົວສີໄຄ 200 ກິໂລ, ຫົວຂ່າ 80 ກິໂລ, ຕອງກ້ວຍ 20 ກິໂລ ແລະ ຫອມເປ 40 ກິໂລ.

ທ່ານບຸນໂຮມ ຊົງປະດິດ ໃຫ້ຮູ້ຕື່ມວ່າ ພາຍໃຕ້ການຊີ້ນໍາໆພາຂອງພັກ ແລະ ລັດຖະບານ ປັດຈຸບັນພື້ນຖານໂຄງລ່າງຕ່າງໆຂອງລາວເປັນຕົ້ນ: ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໄຟຟ້າ, ນໍ້າປະປາ ໄດ້ຊົມໃຊ້ຢ່າງສະດວກສະບາຍ ສໍາຄັນທີ່ສຸດປະເທດລາວສັງຄົມມີຄວາມສະຫງົບ, ປອດໄພ ມີລັດຖະທໍາມະນູນ ແລະ ກົດໝາຍເພື່ອຮອງຮັບການດໍາເນີນທຸລະກິດດ້ານຕ່າງໆຢ່າງສອດຄ່ອງເໝາະສົມ ຖ້າສົມທຽບໃສ່ເມື່ອກ່ອນ.

ທ່ານບຸນໂຮມ ຊົງປະດິດ ໄດ້ຮຽກຮ້ອງໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຂອງຕົນ ເພາະປະເທດລາວໃນປັດຈຸບັນ ມີຄວາມສະຫງົບປອດໄພ, ຈະເລີນຮຸ່ງເຮືອງຫຼາຍ ຖ້າສົມທຽບໃສ່ເມື່ອກ່ອນ. ພ້ອມນີ້, ກໍ່ໄດ້ເຊີນຊວນນັກທຸລະກິດຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ໃຫ້ກັບຄືນມາດໍາເນີນທຸລະກິດຢູ່ລາວໃຫ້ຫຼາຍຂຶ້ນ ເຊິ່ງພັກ ແລະ ລັດຖະບານ ໄດ້ມີນະໂຍບາຍຮອງຮັບການດໍາເນີນທຸລະກິດຢ່າງເໝາະສົມ.

ທີ່ມາ: Lao National Radio