ອາກາດຈະເຢັນໃນຕອນເຊົ້າຢູ່ແຕ່ລະພາກ,​ ສ່ວນຕອນບ່າຍອາກາດຮ້ອນ

107

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດປະຈໍາວັນທີ 15 ຕຸລາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຍັງສືບຕໍ່ຮ້ອນ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ,​ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 16-26 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ບໍ່ແກ້ວ, ເມືອງ ສິງ, ເມືອງວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນມນຕອນເຊົ້າ,​ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຫຼວງນໍ້າທາ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

ພາກກາງ (ໂພນໂຮງ, ຫຼັກ20, ປາກຊັນ, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ. ອຸນຫະພຸມໃນລະຫວ່າງ 23-34 ອົງສາ. ສະເພາະແຂວງ ໄຊສົມບູນ ອາກາດເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 15-27 ອົງສາ. ສຳລັບນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ຈະມີຝົນຄົກຄ່ອຍ ຢູ່ບາງບໍລິເວນໃນຕອນບ່າຍ ຫາ ກາງຄືນ. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

ພາກໃຕ້ ( ປາກເຊ, ປາກຊ່ອງ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ອາກາດຮ້ອນ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ເຊກອງ ແລະ ອດຕະປື. ອຸນຫະພູມໃນລະຫວ່າງ 22-35 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດໜາວເຢັນ ແລະ ຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 13-29 ອົງສາ.