ຢູນີເທວ ມອບທຶນການສຶກສາໃຫ້ນ້ອງໆຜູ້ດ້ອຍໂອກາດ ລວມມູນຄ່າ 296 ລ້ານກີບ

156

ໃນວັນທີ 11 ຕຸລາ 2019 ບໍລິສັດ ສະຕາໂທລະຄົມ ຮ່ວມກັບ ກະຊວງສຶກສາທິການ ແລະ ກີລາ ຈັດຕັ້ງພິທີມອບ – ຮັບທຶນການສຶກສາໃຫ້ແກ່ນັກຮຽນທີ່ທຸກຍາກ ທີ່ກະຊວງສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ຮ່ວມມອບໂດຍ ທ່ານ ບຸນມີ ມາລາວົງ ຮອງຜູ້ອໍານວຍການລູກຄ້າອົງກອນ ແລະ ຫົວໜ້າຫ້ອງການ ບໍລິສັດ ສະຕາໂທລະຄົມ ແລະ ຮັບໂດຍ ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງຈາກທັງ 2 ພາກສ່ວນ.

ທ່ານ ບຸນມີ ມາລາວົງ ໄດ້ກ່າວວ່າ: ເນື່ອງໃນໂອກາດຄົບຮອບ 10 ປີ ແຫ່ງການນໍາໃຊ້ເຄື່ອງໝາຍການຄ້າ ຢູນີເທວ ໄດ້ສ້າງຕັ້ງໂຄງການມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກຂາດເຂີນໃນລະດັບມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຈໍານວນ 148 ທຶນ ສະເລ່ຍ 1 ທຶນຕໍ່ເມືອງໃນທົ່ວ ປະເທດ ພາຍໃຕ້ໂຄງການ  “ ເຊື່ອມຕໍ່ຊີວິດທີ່ສົດໃສແກ່ນ້ອງ ” ໂດຍກໍານົດ 2 ລ້ານກີບຕໍ່ທຶນ, ແບ່ງເປັນເງິນສົດ 1 ລ້ານກີບ ແລະ ອີກ 1 ລ້ານກີບ ແມ່ນຈະມອບເປັນອຸປະກອນການຮຽນຕ່າງໆ ລວມມູນຄ່າທັງໝົດ 296 ລ້ານກີບ.

ເຊິ່ງເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບທຶນດັ່ງກ່າວຈະຕ້ອງເປັນຜູ້ທີ່ຂາດເຂີນ ແລະ ມີ ຄວາມຕັ້ງໃຈໃນການສຶກສາຮໍ່າຮຽນແທ້ໆ. ຕະຫຼອດໄລຍະ 10 ຜ່ານມາ ຢູນີເທວ ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ນ້ອງໆນັກຮຽນໄດ້ມີໂອກາດເຂົ້າເຖິງລະບົບການສຶກສາທີ່ກ້າວໜ້າທັນສະໄໝໃນຫຼາຍໆໂຄງການ ແລະ ກິດຈະກໍາເພື່ອສົ່ງເສີມດ້ານການສຶກສາ.

ທ່ານ ນາງ ຂັນທະລີ ສີລິພົງພັນ ກໍໄດ້ກ່າວຂອບໃຈວ່າ: ດີໃຈຫຼາຍທີ່ທາງ ບໍລິສັດ ສະຕາໂທລະຄົມ ພ້ອມດ້ວຍຄະນະໄດ້ມອບທຶນການສຶກສາໃຫ້ແກ່ນ້ອງໆນັກຮຽນ ເຊິ່ງເປັນສິ່ງທີ່ມີຄຸນຄ່າມະຫາສານ ແລະ ເປັນປະໂຫຍດແກ່ນ້ອງໆ ໃນອະນາຄົດຕໍ່ໜ້າ ທາງກະຊວງກໍໄດ້ຕິດຕາມນ້ອງໆນັກຮຽນທີ່ໄດ້ຮັບທຶນໃນການຮໍ່າຮຽນເພື່ອໃຫ້ພວກເຂົາມີປະສິດທິພາບ. ນອກຈາກທຶນການສຶກສາກໍຍັງສະໜອງອິນເຕີເນັດໃຫ້ແກ່ບັນດາໂຮງຮຽນ 1.000 ແຫ່ງທົ່ວປະເທດໂດຍບໍ່ເສຍຄ່າ ເພື່ອໃຫ້ພວກເຂົາໄດ້ມີໂອກາດໃນການຮຽນຮູ້ໂລກກວ້າງກັບສິ່ງທີ່ມີປະໂຫຍດ ລວມທັງການປະກອບສ່ວນ ແລະ ໃຫ້ການຊ່ວຍເຫຼືອສັງຄົມມາຕະຫຼອດ. ຫວັງຢ່າງຍິ່ງວ່າທາງບໍລິສັດຈະໃຫ້ການສະໜັບສະໜູນນ້ອງໆນັກຮຽນຕໍ່ໄປເລື້ອຍໆ ເພາະຍັງມີອີກຫຼາຍໆຄົນທີ່ຍັງລໍຖ້າໂອກາດດີໆແບບນີ້.