3 ແຂວງເກັບກ່ຽວເຂົ້ານາປີໄດ້ແລ້ວ 15 ພັນກວ່າເຮັກຕາ

104

ບັນດາແຂວງພາກກາງແມ່ນມີຝົນຕົກຫຼາຍແຕ່ຫົວປີ ເຮັດໃຫ້ຫຼາຍເຂດສາມາດປັກດໍາເຂົ້າທັນຕາມລະດູການ ມາຮອດປັດຈຸບັນ 3 ແຂວງພາກກາງເລີ່ມລົງມືເກັບກ່ຽວເຂົ້ານາປີ ສຳເລັດແລ້ວ 15 ພັນກວ່າເຮັກຕາ.

ຂໍ້ມູນຈາກ ພະແນກ ກປ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຊາວກະສິກອນພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີທີ່ປັກດໍາສໍາເລັດໃນເນື້ອທີ່ 2 ແສນກວ່າເຮັກຕາ ແຕ່ເນື້ອທີ່ດັ່ງກ່າວເສຍຫາຍຈາກໄພນໍ້າຖ້ວມ ຈໍານວນ 40.534 ເຮັກຕາ, ເນື້ອທີ່ຕົວຈິງທີ່ສາມາດເກັບກ່ຽວໄດ້ມີ 161.081 ເຮັກຕາ, ມາຮອດປັດຈຸບັນເກັບກ່ຽວໄດ້ແລ້ວ 4.325 ເຮັກຕາ ເທົ່າກັບ 2,7% ຂອງເນື້ອທີ່ທັງໝົດ. ນອກຈາກນີ້, ການປູກພືດລະດູຝົນສາມາດປະຕິບັດໄດ້ 26.166 ເຮັກຕາ ເທົ່າກັບ 84% ຂອງເນື້ອທີ່ແຜນການ 31.130 ເຮັກຕາ.

ພ້ອມດຽວກັນນັ້ນ, ຂໍ້ມູນຈາກຂະແໜງປູກຝັງ ພະແນກ ກປ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ການຜະລິດເຂົ້ານາປີໃນທົ່ວແຂວງປະຕິບັດໄດ້ 83.523 ເຮັກຕາ ເທົ່າກັບ 99% ຂອງແຜນການ ເຊິ່ງນັບແຕ່ປູກໄດ້ເອົາໃຈໃສ່ດູແລຮັກສາ ຈົນມາຮອດປັດຈຸບັນໄລຍະເກັບກ່ຽວ ສໍາເລັດແລ້ວ 6.780 ເຮັກຕາ ເທົ່າກັບ 10% ຂອງເນື້ອທີ່ປູກທັງໝົດ. ຂະນະດຽວກັນ ການປູກພືດລະດູຝົນ ສາມາດປະຕິບັດໄດ້ 6.676 ເຮັກຕາ ເທົ່າກັບ 128% ລື່ນແຜນການ.

ແຂວງວຽງຈັນ ທ່ານ ຄໍາອາລິສອນ ເທບປັນຍາ ຫົວໜ້າຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ແຂວງວຽງຈັນ ສາມາດປູກເຂົ້ານາປີໄດ້ຕາມເນື້ອທີ່ແຜນການ 54.000 ເຮັກຕາ. ໃນນີ້, ມີນາດໍາ 38.798 ເຮັກຕາ, ນາ ຫວ່ານແຫ້ງ 8.100 ເຮັກຕາ, ນາຫວ່ານຕົມ 7.102 ເຮັກຕາ ເຊິ່ງມາຮອດປັດຈຸບັນເຂົ້າອອກຮວງ 42.900 ເຮັກຕາ, ສ່ວນການເກັບກ່ຽວສໍາເລັດແລ້ວ 4.070 ເຮັກຕາ ເທົ່າກັບ 7,54% ຂອງເນື້ອທີ່ທັງໝົດ.

( ຂ່າວ: ເອຢິບ )