ອັດຕາເງິນເຟີ້ເດືອນກັນຍາ ເພີ່ມຂຶ້ນ 3,92%

113

ດັດຊະນີລາຄາການຊົມໃຊ້ ແລະ ອັດຕາເງິນເຟີ້ໃນເດືອນກັນຍາ 2019 ຍັງຄົງມີທ່າອ່ຽງເພີ່ມຂຶ້ນຈາກ 3,34% ໃນເດືອນສິງຫາ ມາເປັນ 3,92% ໃນເດືອນກັນຍາ ສາເຫດມາຈາກຫຼາຍປັດໄຈ ໂດຍສະເພາະແມ່ນໄພພິບັດທາງທໍາມະຊາດ ສົ່ງຜົນເຮັດໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ. ນອກນັ້ນ, ຍັງມີການອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດ ແລະ ເງິນໂດລາ ທີ່ກະທົບຕໍ່ສິນຄ້ານໍາເຂົ້າເຮັດໃຫ້ມີລາຄາສູງຂຶ້ນ.

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ: ອັດຕາເງິນເຟີ້ໃນເດືອນກັນຍາ ຢູ່ໃນລະດັບ 3,92% ເຊິ່ງເປັນການເພີ່ມສູງຂຶ້ນຕໍ່ເນື່ອງຈາກຫຼາຍເດືອນຜ່ານມາ ປັດໄຈສໍາຄັນທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນແມ່ນການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ບໍລິການ ເປັນຕົ້ນແມ່ນ:

1 ປະເພດອາຫານສົດ ເຊັ່ນ: ເຂົ້າສານ ເພີ່ມຂຶ້ນ 23,10% ຈຶ່ງເຮັດໃຫ້ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 5,89%; ສໍາລັບປະເພດຊີ້ນ, ປາ, ອາຫານທະເລ, ພືດຜັກ ແລະ ໝາກໄມ້ ເພີ່ມຂຶ້ນເຊັ່ນກັນ.

2 ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 5,54% ອັນເນື່ອງມາຈາກການເໜັງຕີງຂອງລາຄາຄໍາທຽບກັບໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 22,01%.

3 ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 3,35% ຍ້ອນສິນຄ້າໃນໝວດນີ້ເປັນສິນຄ້ານໍາເຂົ້າຈາກຕ່າງປະເທດ ເຊິ່ງຕິດພັນກັບອັດຕາແລກປ່ຽນທີ່ເປັນປັດໄຈສໍາຄັນເຮັດໃຫ້ສິນຄ້າເພີ່ມຂຶ້ນ.

ນອກນັ້ນ, ກໍຍັງມີໝວດສິນຄ້າອື່ນໆທີ່ເໜັງຕີງເພີ່ມຂຶ້ນ ເຊັ່ນ: ໝວດການສຶກສາ ເພີ່ມຂຶ້ນ 1,72% ທຽບກັບໄລຍະດຽວກັນຂອງປີຜ່ານມາ ຍ້ອນການເພີ່ມຂຶ້ນຂອງຄ່າບູລະນະໂຮງຮຽນຂັ້ນປະຖົມ, ມັດທະຍົມ ແລະ ຄ່າເທີມຮຽນໃນລະດັບວິທະຍາໄລ; ສ່ວນໝວດບັນເທີງ ແລະ ການພັກຜ່ອນ, ໝວດເຫຼົ້າ ແລະ ຢາສູບ, ໝວດໄປສະນີ ແລະ ໂທລະຄົມມະນາຄົມ, ໝວດເຄື່ອງໃຊ້ພາຍໃນເຮືອນ, ຄົມມະນາຄົມ ແລະ ການຂົນສົ່ງ ທຽບກັບເດືອນຜ່ານມາແມ່ນເໜັງຕີງຫຼຸດລົງເລັກໜ້ອຍຍ້ອນລາຄານໍ້າມັນເຊື້ອໄຟ.

ເວົ້າສະເພາະການປ່ຽນແປງເດືອນຕໍ່ເດືອນ ປະຈໍາເດືອນກັນຍາ 2019 ທຽບໃສ່ກັບເດືອນຜ່ານມາ ເພີ່ມຂຶ້ນ 1,31% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການດັ່ງນີ້:

ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶ້ນ 2,52% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດອາຫານສົດ.

ໝວດເຫຼົ້າ ແລະ ຢາສູບ: ມີທ່າອ່ຽງເໜັງຕີງເລັກໜ້ອຍຢູ່ໃນລະດັບ 0,19% ຍ້ອນປະເພດເຫຼົ້າ ເພີ່ມຂຶ້ນ 0,15% ແລະ ຢາສູບ ເພີ່ມຂຶ້ນ 0,25%.

ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 1,12% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດເຄື່ອງນຸ່ງຫົ່ມ 1,20%.

ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ: ເພີ່ມຂຶ້ນ 0,25% ຍ້ອນຄ່າເຊົ່າເຮືອນ ແລະ ຫ້ອງແຖວ ເພີ່ມຂຶ້ນ 0,23%, ອຸປະກອນບໍາລຸງຮັກສາ ແລະ ສ້ອມແປງເຮືອນ ເພີ່ມຂຶ້ນ 0,50%, ພະລັງງານອາຍແກ໊ສ ແລະ ເຊື້ອເພີງ ເພີ່ມຂຶ້ນ 0,17%.

ຂະນະທີ່ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,48%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,31%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,57%, ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 0,17%, ໝວດການສຶກສາ ເພີ່ມຂຶ້ນ 0,44%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 1,66%.

ນອກຈາກໝວດສິນຄ້າທີ່ມີການເໜັງຕີງເພີ່ມຂຶ້ນແລ້ວ ຍັງມີບາງໝວດສິນຄ້າມີທ່າອ່ຽງເໜັງຕີງຫຼຸດລົງເລັກໜ້ອຍ ເຊັ່ນ: ໝວດຄົມມະນາຄົມ ແລະ ການຂົນສົ່ງ ຫຼຸດລົງ 0,08% ຍ້ອນການຫຼຸດລົງຂອງລາຄານໍ້າມັນເຊື້ອໄຟ 2,29%. ໃນນັ້ນ, ນໍ້າມັນແອັດຊັງທຳມະດາ ຫຼຸດລົງ 2,18% ແລະ ນໍ້າມັນກາຊວນ ຫຼຸດລົງ 2,37%; ສ່ວນໝວດອາຫານ ແລະ ໂຮງແຮມ ກໍຫຼຸດລົງ 0,36% ໂດຍສະເພາະແມ່ນປະເພດເຮືອນພັກ ແລະ ໂຮງແຮມ ຫຼຸດລົງ 1,70%.

[ ໂດຍ: ສົມສະຫວິນ ]