ຫຼາຍຂະແໜງການສຸມໃສ່ໄວໜຸ່ມຍິງລາວໃຫ້ເຂົ້າເຖິງສຸຂະສຶກສາ

73

ກະຊວງສາທາລະນະສຸກ ຮ່ວມມືກັບ ອົງການສະຫະປະຊາຊາດກອງທຶນປະຊາກອນ ( UNFPA ) ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ເພື່ອທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກອບແຜນງານ 2030 ນາງ ນ້ອຍ ຄົບຮອບ 13 ປີ ພາຍໃຕ້ຫົວຂໍ້: “ ພະລັງໄວໜຸ່ມຍິງ: ພະລັງທີ່ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ”.

ພິທີໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2019 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ( ICTC ) ເຂົ້າຮ່ວມໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ.

ທ່ານ ດຣ. ບຸນກອງ ໄດ້ກ່າວວ່າ: ປີນີ້ຖືເປັນປີສໍາຄັນທີ່ ນາງ ນ້ອຍ ໄດ້ກາຍເປັນແມ່ຍິງຢ່າງເຕັມຕົວ  ລາວຈະມີການປ່ຽນແປງບາງຢ່າງ ເຊັ່ນ: ການປ່ຽນແປງທາງຮ່າງກາຍ, ຄວາມຮູ້ສຶກ ແລະ ການດຳລົງຊີວິດໃນສັງຄົມ. ໃນນາມກະຊວງສາທາລະນະສຸກພວກເຮົາໄດ້ເອົາໃຈໃສ່ສະໜັບສະໜູນປັບປຸງການໃຫ້ບໍລິການເປັນມິດກັບໄວໜຸ່ມໄດ້ຖືກພັດທະນາຂຶ້ນໃນປີ 2017 ສຳລັບຜູ້ດູແລສຸຂະພາບທັງໝົດໃນສະຖານທີ່ບໍລິການສາທາລະນະສຸກແມ່ນແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ໃຫ້ບໍລິການຂໍ້ມູນ – ຂ່າວສານສຸຂະພາບຈະເລີນພັນ ແລະ ເພດສຳພັນແກ່ໄວໜຸ່ມ.

ໂດຍສະເພາະເຈາະຈົງໃສ່ເດັກຍິງ ເນື່ອງຈາກວ່າແມ່ຍິງໃນຊຸມຊົນມີຄວາມດ້ອຍໂອກາດຫຼາຍກວ່າຜູ້ຊາຍ ແລະ ມີການເລີ່ມສ້າງຂະບວນການໃຫ້ຂ່າວສານກ່ຽວກັບ “ ຂ້ອຍ, ຮ່າງກາຍຂ້ອຍ, ໂລກຂອງຂ້ອຍ, ອະນາຄົດຂອງຂ້ອຍ ” ເຊິ່ງມັນກໍເປັນວິທີໜຶ່ງທີ່ໃຫ້ໄວໜຸ່ມຊ່ວຍຕົນເອງໄດ້ ເພື່ອເບິ່ງແຍງສຸຂະພາບ, ການສຶກສາ ແລະ ຂົງເຂດອື່ນໆ.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )