ສຳມະນາເສີມຂະຫຍາຍຄຸນຄ່າສຽງແຄນລາວກ້າວສູ່ສາກົນ

208

ວັນທີ 11 ຕຸລາ 2019 ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເສີມຂະຫຍາຍຄຸນຄ່າສຽງແຄນເຊື້ອຊາດລາວ ມໍລະດົກລາວ – ມໍລະດົກໂລກ ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ບໍ່ແສງຄໍາ    ວົງດາລາ ລັດຖະມົນຕີກະຊວງ ຖວທ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ບໍ່ແສງຄໍາ ວົງດາລາ ໄດ້ກ່າວວ່າ: ເພື່ອສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ສຽງແຄນລາວໄດ້ຖືກຮັບຮອງເປັນມໍລະດົກໂລກ ທາງດ້ານນາມມະທຳໃນທ້າຍປີ 2017, ກະຊວງ ຖວທ ໄດ້ພະຍາຍາມເອົາໃຈໃສ່ຄົ້ນຄວ້າຟື້ນຟູອະນຸຮັກ – ຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງບັນດາເຜົ່າໃຫ້ຍືນຍົງຄຽງຄູ່ກັບຄົນລາວ, ມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ. ດ້ວຍເຫດນີ້ ກະຊວງ ຖວທ ຈຶ່ງຈັດກອງປະຊຸມຄັ້ງນີ້ ເພື່ອພ້ອມກັນສຶກສາຮຽນຮູ້ ຄວາມສຳຄັນ, ປະຫວັດຄວາມເປັນມາ, ແລກປ່ຽນຄວາມຄິດເຫັນໃນການອະນຸຮັກ, ປົກປັກຮັກສາ, ຟື້ນຟູ ແລະ ໂຄສະນາສົ່ງເສີມສຽງແຄນລາວສູ່ເວທີສາກົນໃຫ້ນັບມື້ກວ້າງຂວາງຍິ່ງຂຶ້ນ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ພວກເຮົາມີທັດສະນະເປັນເອກະພາບກ່ຽວກັບສຽງແຄນລາວ ວ່າຄວນເຂົ້າໃຈແນວໃດໂດຍສະເພາະແມ່ນທີ່ໄປທີ່ມາ, ການກຳເນີດຂະຫຍາຍຕົວ ແລະ ທິດທາງໃນການໂຄສະນາໃນຕໍ່ໜ້າ ເພື່ອຄວາມເປັນເອກະພາບ ແລະ ການໂຄສະນາໄປລວງດຽວກັນຕາມແນວທາງນະໂຍບາຍຂອງພັກ ແລະ ລັດ ໂດຍສະເພາະແມ່ນນະໂຍບາຍກ່ຽວກັບວັດທະນະທໍາ.

ທ່ານຍັງກ່າວຕື່ມວ່າ: ຫຼັງຈາກທີ່ພວກເຮົາມີຄວາມເປັນເອກະພາບທາງທັດສະນະກ່ຽວກັບສຽງແຄນລາວແລ້ວ, ພວກເຮົາອາດຈະສືບຕໍ່ເປີດກອງປະຊຸມສຳມະນາໃນລະດັບສາກົນ ທີ່ມີຊາວຕ່າງປະເທດເຂົ້າຮ່ວມ ເພື່ອໃຫ້ສາກົນເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສຽງແຄນລາວ, ເພື່ອໂຄສະນາຊື່ສຽງຮຽງນາມ ກຽດສັກສີ ແລະ ວັດທະນະທຳອັນໂດດເດັ່ນຂອງຊາດລາວ ອອກສູ່ມວນຊົນໃນທົ່ວໂລກ.

ໃນກອງປະຊຸມ ຍັງມີການບັນຍາຍ ແລະ ນໍາສະເໜີ ຄວາມຄິດເຫັນ, ຄວາມເປັນມາ ແລະ ຄວາມສຳຄັນຂອງສຽງແຄນໃນດ້ານຕ່າງໆ ເຊັ່ນ: ສິລະປະ, ສຶກສາ, ການຮັກສາ ແລະ ຟື້ນຟູພັດທະນາສີມືຊ່າງແຄນລາວ ແລະ ອື່ນໆ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )