ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

674

ໃນຕອນເຊົ້າຂອງວັນທີ 11 ຕຸລາ 2019 ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີມອບ – ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ໃໝ່ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສຸພັນ ແກ້ວມີໄຊ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຊີ້ນໍາ – ນໍາພາວຽກງານແຜນການ ແລະ ການລົງທຶນ ໃນໄລຍະ 4 ປີຜ່ານມາ ແລະ ບັນດາໜ້າວຽກຈຸດສຸມທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນທີ່ກະຊວງແຜນການ ແລະ ການລົງທຶນ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ.

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເອົາໃຈໃສ່ ເປັນຕົ້ນການວາງແຜນການຕ້ອງໃຫ້ແທດກັບຕົວຈິງໄປຕາມຂະບວນການພັດທະນາ ໂດຍການນໍາໃຊ້ຄວາມອາດສາມາດບົ່ມຊ້ອນຕາມທ່າແຮງທີ່ມີ. ໃນນັ້ນ, ຕ້ອງບຸກທະລຸໃນການວາງແຜນຕ້ອງຈໍາກັດ, ຮັດກຸມ, ມີການກວດກາ ແລະ ແກ້ໄຂຢ່າງເປັນລະບົບ, ເອົາໃຈໃສ່ຈັດລຽງບຸລິມະສິດໂຄງການລົງທຶນຕ່າງໆຂອງລັດຖະບານ, ຄົ້ນຄວ້າ, ວິເຄາະວິໄຈເພື່ອສ້າງເງື່ອນໄຂໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນແຕ່ຕ້ອງໄດ້ມີການເລືອກເຟັ້ນໂຄງການໃດທີ່ເປັນໂຄງການທີ່ມີປະສິດທິຜົນ ແລະ ເປັນປະໂຫຍດຕໍ່ການພັດທະນາ. ພ້ອມນັ້ນ, ກໍໃຫ້ຊຸກຍູ້ສົ່ງເສີມການລົງທຶນພາຍໃນໃຫ້ສູງຂຶ້ນ ໂດຍການອໍານວຍຄວາມສະດວກດ້ານການລົງທຶນຕ້ອງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ມີຕະຫຼາດຮອງຮັບ, ແກ້ໄຂບັນດາກົນໄກຕ່າງໆໃຫ້ໂລ່ງລ່ຽນ ແລະ ໂປ່ງໃສ. ນອກນັ້ນ, ໃຫ້ເອົົາໃຈໃສ່ຄຸ້ມຄອງບັນດາເຂດເສດຖະກິດພິເສດລວມທັງທຶນຊ່ວຍເຫຼືອເພື່ອການພັດທະນາ, ເອົາໃຈໃສ່ເກັບກໍາສະຖິຕິຂໍ້ມູນ – ຂ່າວສານໃຫ້ຊັດເຈນ ຖ້າມີການເກັບກໍາສະຖິຕິໄດ້ດີການວາງແຜນກໍຈະໄດ້ຮັບຜົນດີ, ພະນັກງານຂະແໜງແຜນການ ແລະ ການລົງທຶນ ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າຢ່າງຮອບດ້ານ ເພື່ອດຶງດູດການລົງທຶນ ແລະ ກະຕຸ້ນເສດຖະກິດໃຫ້ມີການພັດທະນາ.

ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ໃໝ່ ໄດ້ຂຶ້ນຮັບໜ້າທີ່ ແລະ ຮັບຄໍາໂອວາດ ເຊິ່ງທ່ານໄດ້ສະແດງຄວາມຮູ້ບຸນຄຸນມາຍັງສູນກາງພັກ – ລັດຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ມອບໝາຍໜ້າທີ່ສໍາຄັນນີ້ ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ ຕະຫຼອດຮອດສະມາຊິກພັກ ພະນັກງານທົ່ວຂະແໜງແຜນການ ແລະ ການລົງທຶນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການຈັດຕັ້ງຜັນຂະຫຍາຍວຽກງານຈົນໄດ້ຜົນສໍາເລັດເປັນກ້າວໆມາ ແລະ ສັນຍາວ່າຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ຈະສຸມສະຕິປັນຍາ ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ – ສັງຄົມ ໃນໄລຍະໃໝ່.