ນະຄອນຫຼວງພະບາງງາມຈັບໃຈ ງານບຸນໄຫຼເຮືອໄຟ

296

ບຸນອອກພັນສາປະວໍລະນາ ແລະ ໄຫຼເຮືອໄຟ ຢູ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ເປັນປາງບຸນໜຶ່ງທີ່ສັງຄົມໃຫ້ການຄອງຄອຍທີ່ສຸດ ເພາະຄ່ຳຄືນນີ້ເຕັມໄປດ້ວຍແສງສີ ຄວາມສວຍງາມທີ່ຄົງຄວາມເປັນວັດທະນະທຳທີ່ໜ້າເອກອ້າງຂອງເມືອງລາວ ເຊິ່ງປີນີ້ຈັດຂື້ນໃນຕອນຄໍ່າຂອງວັນທີ 14 ຕຸລານີ້ ມີເຮືອໄຟເຖິງ 52 ລຳເຂົ້າຮ່ວມໃນຂະບວນແລະປະກວດຄວາມງົດງາມ.

 

 

ໃນງານດັ່ງກ່າວນີ້ມີທ່ານ ບົວທອງ ແພງສະຫວັນ ປະທານກວດກາພັກ-ລັດແຂວງ, ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳຂອງແຂວງ, ນະຄອນ-ເມືອງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີ ເລີ້ມຕົ້ນຈາກການທຳພິທີທາງສາສະໜາ, ເທດສະຫຼອງເຮືອໄຟ ຢູ່ວັດປ່າຮວກ ເຂດໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ, ຈາກນັ້ນ ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ ປະທານຈັດງານປະກວດເຮືອໄຟງາມ ມີຄຳເຫັນເປີດງານວ່າ: ການປະກວດເຮືອໄຟທີ່ນະຄອນ ຫຼວງພະບາງ ໄດ້ຈັດຂື້ນ ໃນມື້ແຮມ 1 ຄ່ຳຂອງເດືອນ 11 ຂອງທຸກປີ, ເປັນປະເພນີທີ່ຊາວຫຼວງພະບາງ ພ້ອມກັນສືບທອດມາໄດ້ຫຼາຍເຊັ່ນຄົນ ເປັນຄຸນຄ່າທາງດ້ານວັດທະນະທຳ ຮີດຄອງປະເພນີຂອງຊາວນະຄອນ ຫຼວງພະບາງ ເພື່ອບູຊາຄຸນພະທຳ-ພະສົງ ແມ່ນ້ຳຄົງຄາ ທີ່ໄດ້ຊຸບລ້ຽງຊີວິດຂອງມວນມະນຸດຕະຫຼອດມາ, ພິເສດປີນີ້ ໄດ້ມີເຮືອໄຟຂອງຂະແໜງການທ່ອງທ່ຽວ ສົ່ງເຂົ້າຮ່ວມເພື່ອຊຸກຍູ້ກິດຈະກຳ ການສະເຫລີມສະຫລອງປີທ່ອງທ່ຽວລາວ-ຈີນ 2019 ຢູ່ແຂວງຫລວງພະບາງ ຕື່ມອີກ.

ການປະກວດເຮືອໄຟງາມຢູ່ນະຄອນ ຫຼວງພະບາງປີນີ້ ມີບັນດາບ້ານໃນເທດສະບານນະຄອນ, ສະຖາບັນການສືກສາ ແລະຫົວໜ່ວຍທຸລະກິດຕ່າງໆ ສົ່ງເຮືອໄຟເຂົ້າປະກວດເຖີງ 52 ລຳ ຫຼາຍກວ່າປີຜ່ານມາ  ພາຍຫຼັງເປີດພິທີຢ່າງເປັນທາງການ ເຮືອໄຟແຕ່ລະຂະບວນຂະບວນ ໄດ້ເຄື່ອນໄປຕາມເສັ້ນທາງສີສະຫວ່າງວົງ ຫາ ປາກແມ່ນ້ຳຄານ ແລ້ວນຳເອົາເຮືອໄຟໄຫຼລົງແມ່ນ້ຳຂອງ.

ໂດຍຄະນະກຳມະການ ໄດ້ກຳນົດ 6 ມາດຖານຂອງການປະກວດຄື: ມາທັນເວລາ ແລະຕັ້ງຂະບວນເປັນລະບຽບ, ໂຄງສ້າງ ແລະສີລະປະການຕົບແຕ່ງ ເຮັດດ້ວຍວັດສະດຸທຳມະຊາດ ແລະມີຄວາມສວຍງາມ, ຮູບຮ່າງ ແລະແນວຄິດສ້າງສັນ, ຂະບວນແຫ່ມີຄວາມເປັນລະບຽບ ແລະນຸ່ງຖືສຸພາບ, ແສງໄຟໃຫ້ຄວາມສະຫວ່າງໃນເວລາແຫ່ຮຸ່ງແຈ້ງດີ, ແສງໄຟໃຫ້ຄວາມສະຫວ່າງ ໃນເວລາລົງນ້ຳບໍ່ມອດ ແລະເຮືອໄຟບໍ່ຈົມ. ເອົາເປັນວ່າລຳໃດໄດ້ແຊ້ມປີນີ້ແອັດຈະນຳເອົາມາຝາກອີກຄັ້ງໜຶ່ງນໍ!!!

 

ຂອບໃຈຮູບງາມໆໂດຍ:Lao Postcard – ຮູບພາບເມືອງລາວ