ຣີສອດປາກນໍ້າຄານ ດັບຝັນ JDB ອີກຄັ້ງຄວ້າແຊັມ ໃນບຸນຊ່ວງເຮືອປະຈໍາປີ 2019 ທີ່ທ່າວັດຈັນ

201

ລາຍການເຮືອປະເພນີຊາຍ 55 ສີພາຍ: ຣີສອດ ປາກນໍ້າຄານ ແຊັມເກົ່າ ທະລຸເຂົ້າຮອບຊີງຊະນະເລີດພົບກັບ ທະນາຄານຮ່ວມພັດທະນາ ( JDB ) ຮອງແຊັມເກົ່າຕາມຄາດ ການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນ ປະຈໍາປີ 2019 ໃນວັນທີ 14 ຕຸລາ 2019 ທີ່ໜ້ານໍ້າບໍລິເວນ ໂຮງແຮມແລນມາກ

ປາກົດວ່າ: ເປັນ ຣີສອດປາກນໍ້າຄານ ເຂົ້າເສັ້ນໄຊ ຄວ້າຂັນແຊັມໝູນວຽນຈາກ ຮ້ານຄໍາພູວົງ ມູນຄ່າ 20 ລ້ານກີບ ພ້ອມຂັນເງິນ 1 ກິໂລ ແລະ ເງິນລາງວັນ 16 ລ້ານກີບ ແລະ ອັນດັບ 2 ຄວ້າຂັນເງິນ 0,75 ກິໂລ ພ້ອມເງິນ 12 ລ້ານກີ, ສ່ວນຄູ່ຊີງອັນດັບ 3 ຄອນສະຫວັນ 99 ( 1 ) ເອົາຊະນະ ຄອນສະຫວັນ 99 ( 2 ) ຄວ້າຂັນເງິນ 0,5 ກິໂລ ພ້ອມເງິນ 8 ລ້ານກີບ ແລະ ອັນດັບ 4 ຄວ້າເງິນ 6 ລ້ານກີບ.

ສ່ວນການແຂ່ງຂັນປະເພດອື່ນໆມີດັ່ງນີ້:
-ເຮືອປະເພນີຍິງ 55 ສີພາຍ: 1.ບໍລິສັດແສງເພັດກໍ່ສ້າງ ( ແຊັມເກົ່າ ) 2. ຄອນສະຫວັນ 99 (1) 3. ຄອນສະຫວັນ 99 (2) ແລະ 4. ບ້ານທ່າພະ

-ເຮືອສູດຊາຍ 55 ສີພາຍ: 1. ບໍລິສັດ ແສງເພັດກໍ່ສ້າງ 2. ທະນາຄານຮ່ວມພັດທະນາ ຄວ້າ 3. ບໍລິສັດ ອຸດສາຫະກໍາເຫຼັກ ແລະ 4. ບໍລິສັດ ເຊືອໄຟ ເອເຊຍ

-ເຮືອກີລາ 12 ສີພາຍ: 1. ນາວາສັກສິດ 2. ບ້ານໄຊສະຫວ່າງ 3. ບ້ານໄຊສະຖານ ແລະ 4. ສົມຈັນ ມິນິມາກ