ຄັ້ງທໍາອິດໃນເວທີປະກວດ ຄວ້າຮອງອັນດັບ 2 Mr International Laos 2019 ໜຸ່ມຈ໋ອຍ ນວນແສງສີ

77

ໜຶ່ງໜຸ່ມໃນເວທີປະກວດ ທີ່ຫາກໍຈົບລົງໄປໃນຄໍ່າຄືນວັນທີ 13 ຕຸລາ 2019 Mister International laos 2019 ເຊິ່ງເປັນໜຸ່ມທີ່ສາວໆຫຼາຍຄົນຈັບຕາຄື ໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ ທີ່ຜົນການຕັດສິນ ໜຸ່ມຄົນນີ້ ໄດ້ລາງວັນ ຮອງອັນດັບ 2 Mister International laos 2019

.

ຈ໋ອຍ ອາຍຸ 26 ປີ, ຮຽນຈົບຈາກ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ປະຈຸບັນເຮັດວຽກຢູ່ DKSH ການຢາ ໃນຕຳແໜ່ງ Supervisor Eisai

.

ຈ໋ອຍເຄີຍໃຫ້ສໍາພາດໄວ້ວ່າ: ເຫດຜົນທີ່ມາປະກວດເພາະວ່າຢາກຫາຄວາມທ້າທາຍໃໝ່ໆໄຫ້ໂຕເອງ ແລະ ຢາກລົບຄຳສົບປະໝາດໃນໃຈໂຕເອງ(ຈາກຄຳທີ່ວ່າເຮົາຕ້ອງເຮັດໄດ້ແລະບໍ່ມີຫຍັງທີ່ເຮົາເຮັດບໍ່ໄດ້ຖ້າຕັ້ງໃຈ).

.

ຜ່ານມາບໍ່ເຄີຍປະກວດເວທີໃດເລຍ ນີ້ເປັນຄັ້ງທຳອິດ ແລະ ເປັນການ Auditions ຄັ້ງທຳອິດໃນເວທີທຳອິດເລີຍຕັ້ງໃຈໄວ້ວ່າຈະເຮັດຜົນງານອອກສູ່ສັງຄົມໄຫ້ດີທີ່ສຸດ

ກ່ອນມາແຂ່ງຂັນ ຈ໋ອຍ ບໍ່ເຄີຍມີຜົນງານໃນວົງການເລີຍ, ເຄັດລັບໃນການເບີ່ງແຍງແລະຮັກສາສຸຂະພາບ ແລະ ຮ່າງກາຍ ຫຼັກໂຕເອງກະເປັນຄົນຮັກສາສຸຂະພາບຢູ່ແລ້ວເນື່ອງຈາກຈົບຈາກ ວິທະຍາໄລວິທະຍາສາດ ສຸຂະພາບ ກະເລີຍຄິດໄວ້ວ່າ ຖ້າສຸຂະພາບຕ້ອງດີກ່ອນທີ່ຈະໄປຮັກສາຄົນອື່ນ ສີ່ງທີ່ສຳຄັນທີ່ຄວນເອົາໃຈໃສ່ໃນການຮັກສາສຸຂະພາບກໍ່ຄື 1 ການກີນອາຫານທີ່ມີປະໂຫຍດ ແລະ ໄຫ້ຄົບ 5 ໝູ່,2 ການອອກກຳລັງກາຍສະໝໍ່າເໝີ ເພາະວ່າການອອກກຳລັງກາຍແມ່ນຢາທີ່ວິເສດທີ່ສຸດທີ່ມີມາແຕ່ດົນນານແລ້ວ, ການຜັກຜ່ອນໄຫ້ຄົບ6-8ຊົ່ວໂມງ,3 ຄວນດື່ມນໍ້າ 3 ລິດຫຼື 13 ຈອກຕໍ່ມື້ ເພາະນໍ້າຈະຊ່ວຍໄຫ້ຮ່າງກາຍບໍ່ຂາດຄວາມຊຸ່ມຊື່ນ

.

ເວລາຫວ່າງສ່ວຍໃຫຍ່ຈະເຂົ້າຟິດເນັດ,ເຕະບານ, ລອຍນໍ້າ ສ່ວນສະເປັກສາວໆທີ່ ຈ໋ອຍ ມັກແມ່ນຜູ້ຍີງໜ້າຮັກ ແລະ ມີສະເໜ່ໃນເວລາຍີ້ມ ຂາວນິດໆ ມັກຜູ້ຍີງແບບບໍ່ເອົາໃຈໂຕເອງ 555

.

.

ປັດຈຸບັນຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີເອື້ອຍ1ຄົນ ແລະນ້ອງຊາຍ1ຄົນ ຂ້ອຍເປັນລູກຜູ້ທີສອງ, ເປົ້າໝາຍໃນອະນາຄົດຄື Plan ໄວ້ 3 ເລື່ອງຫຼັກເລີຍ 1 ເລື່ອງວຽກງານຈະຕັ້ງເປົ້າເພື່ອໄຫ້ໄດ້ເລື່ອນຕໍາແໜ່ງໃຫມ່ໃນ 2-3ປີຂ້າງໜ້າເພື່ອຈະໄດ້ສ້າງລາຍຮັບໄຫ້ຄອບຄົວເພີ່ມຂື້ນ 2 ປັດຈຸບັນແມ່ນກຳລັງສ້າງບ້ານຫຼັງໃຫມ່ ແລະ ຈະຕັ້ງເປົ້າໄວ້ໄຫ້ແລ້ວໃນ 2 ປີຂ້າງໜ້າເພື່ອຢາກໃຫ້ຄອບຄົວໄດ້ຢູ່ສະບາຍມີບ້ານງາມໆໄຫ້ແມ່ຢູ່ 3 ຖ້າໄດ້ເຮັດວຽກໃນວົງການບັນເທີງແມ່ນຈະຕັ້ງໃຈສ້າງຜົນງານໄຫ້ທຸກຢ່າງອອກມາດີທີ່ສຸດ

.

.