ອີກ 100 ບໍລິສັດໃຫ້ເຂົ້າພົບເຈົ້າໜ້າທີ່ທະບຽນວິສາຫະກິດບໍ່ເກີນ 5 ທັນວາ

214

ເຈົ້າໜ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບໃໝ່ເລກທີ 401/ຈທວ.ກທຄວ.ອຄ ລົງວັນທີ 11 ຕຸລາ 2019 ເຖິງບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງລວມ 100 ບໍລິສັດທີ່ຂຶ້ນທະບຽນວິສາຫະກິດນໍາເຈົ້າໜ້າທີ່ທະບຽນວິສາຫະກິດ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ທຄວ) ໃນເດືອນ ກຸມພາ 2019 ເຂົ້າພົບ ແລະ ອະທິບາຍເຫດຜົນ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຖືເປັນການແຈ້ງການສະບັບທີສອງຕິດຕໍ່ກັນ ເຊິ່ງກ່ອນໜ້ານີ້ລະບຸ 62 ບໍລິສັດ.

ໂດຍອີງຕາມກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ ລົງວັນທີ 26 ທັນວາ 2013; ອີງຕາມແຈ້ງການ ສະບັບເລກທີ 2121/ອຄ. ທຄວ ລົງວັນທີ 14 ຕຸລາ 2015 ເລື່ອງການກວດກາ, ຕິດຕາມການມີຕົວຕົນຂອງວິສາຫະກິດພາຍຫຼັງຂຶ້ນທະບຽນວິສາຫະກິດ ແລະ ອີງຕາມບົດແນະນຳ ສະບັບເລກທີ 1170/ກທຄວ.ອຄ ລົງວັນທີ 5 ກັນຍາ 2019 ເລື່ອງມາດຕະການຕໍ່ການລະເມີດຂອງວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ.

ເຊິ່ງບົນພື້ນຖານຂໍ້ທີ 1 ຂອງບົດແນະນຳ ສະບັບເລກທີ 1170/ກທຄວ.ອຄ ເຈົ້າໜ້າທີ່ທະບຽນວິສາຫະກິດ ແລະ ຄຸ້ມຄອງວິສາຫະກິດ,ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ວິສາຫະກິດທີ່ຂຶ້ນທະບຽນວິສາຫະກິດ ນຳເຈົ້າໜ້າທີ່ທະບຽນວິສາຫະກິດ ກົມ ທຄວ ພາຍໃນເດືອນ ກຸມພາ ປີ 2019 ທີ່ບໍ່ໄດ້ປະຕິບັດນິຕິກຳທີ່ກ່ຽວຂ້ອງ ເຊິ່ງຈະມີລາຍລະອຽດຕາມລາຍຊື່ ວິສາຫະກິດທີ່ບໍ່ປະຕິບັດດັ່ງລຸ່ມນີ້ (ຕາແຈ້ງການລາຍຊື່ດ້ານລຸ່ມນີ້) ໃຫ້ເຂົ້າມາພົບ ແລະ ອະທິບາຍເຫດຜົນ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ກົມ ທຄວ ບໍ່ໃຫ້ເກີນວັນທີ 5 ທັນວາ 2019.

ຖ້າຫາກວິສາຫະກິດໃດ ຫາກບໍ່ເຂົ້າມາພົບ ຫຼື ມາພົບແຕ່ຄຳຕອບບໍ່ມີເຫດຜົນພຽງພໍ ຈະຖືກປະຕິບັດຕາມມາດຕະການ ຕາມແຕ່ລະກໍລະນີ ທີ່ໄດ້ບົ່ງໄວ້ໃນຂໍ້ 2 ຂອງບົດແນະນຳ ສະບັບເລກທີ 1170/ກທຄວ.ອຄ ລົງວັນທີ 5 ກັນຍາ 2019 (ລາຍລະອຽດຂອງບົດແນະນໍາມີຕິດຄັດມາພ້ອມນີ້).

*

*

*

*

*