ເຂດເສດຖະກິດສາມຫລ່ຽມຄໍາ ລົງທຶນໄປແລ້ວກວ່າ 17.000 ຕື້ກີບ ເນລະມິດໃຫ້ເປັນເມືອງໃໝ່

351

ເຂດເສດຖະກິດພິເສດສາມຫລ່ຽມຄຳ ຕັ້ງຢູ່ທາງພາກເໜືອລາວ ທີ່ແຂວງບໍ່ແກ້ວ ນັບແຕ່ປີ 2012 ມາ ຮອດປະຈຸບັນນີ້ລວມໆກໍ່ 7 ປີ ແລະແນ່ນອນເມື່ອໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານໃຫ້ພັດທະນາພື້ນທີ່ແຫ່ງນີ້ກໍ່ຕ້ອງມີການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ສາມາດຕໍ່ຍອດລາຍຮັບພາຍໃນເຂດໃຫ້ງອກງາມຂຶ້ນ ທັງໃຫ້ມີການປ່ຽນແປງອອກສູ່ປະຊາຊົນອ້ອມຂ້າງ ເຊິ່ງຜູ້ສຳປະທານໃຫ້ຮູ້ວ່າໃນ 7 ປີມານີ້ ໄດ້ລົງທຶນພັດທະນາແລ້ວ 17.607,4 ຕື້ກີບ ເຊິ່ງການພັດ ທະນາໂດຍພື້ນຖານເຫັນເປັນຮູບຮ່າງຕົວເມືອງແລ້ວ, ມີນັກທຸລະກິດເຂົ້າມາລົງທຶນ ທັງໝົດ 495 ຫ້າງຮ້ານ ໃນນີ້ມີທຶນຈົດທະບຽນ 4.372,2 ຕື້ກີບ ຫລື ປະມານ 496 ລ້ານໂດລາສະຫະລັດ.

ອີງຕາມຂໍ້ມູນຈາກສຳນັກຂ່າວສານປະເທດລາວ ໂດຍອ້າງອີງການໃຫ້ສຳພາດຂອງທ່ານ ຈັນທະຈອນ ວາງຟາເຊັງ ກໍາມະການສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ກ່າວວ່າ: ເຂດເສດ ຖະກິດພິເສດສາມຫລ່ຽມຄໍາ ມີເນື້ອທີ່ສໍາປະທານທັງໝົດ 10 ພັນເຮັກຕາ, ໃນນັ້ນແບ່ງອອກເປັນ 2 ເຂດຄື ເຂດພັດທະນາ ຕົວເມືອງ 3 ພັນເຮັກຕາ ແລະ ເຂດປ່າສະຫງວນສາຍພູກິ່ວ ລົມ 7 ພັນເຮັກຕາ. ນັບແຕ່ໄລຍະບຸກເບີກມາເຖິງປັດຈຸັນ ເປັນໄລຍະ 12 ປີ ໄດ້ສຸມໃສ່ດຶງດູດການລົງທຶນ, ນັກທ່ອງ ທ່ຽວ, ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ສ້າງເສັ້ນທາງ, ຄູກັນເຈື່ອນ, ທ່າເຮືອສິນຄ້າ, ຕະຫລາດສົດ, ລະບົບສີຂຽວ, ລະບົບນໍ້າປະປາ, ສະຖານີໄຟຟ້າ, ລະບົບສື່ສານ, ລະບົບສາທາ ລະນະສຸກ ແລະ ການປິ່ນປົວພື້ນຖານ, ຖະໜົນມິດຕະພາບ ລາວ-ຈີນ, ຕະຫລາດຈີນ, ຖະໜົນອາຫານແຄມແມ່ນໍ້າ, ໂຮງແຮມຫ້າດາວ ແລະ ໂຄງການທ່ອງທ່ຽວອື່ນໆ ໄດ້ລົງທຶນ ພັດທະນາທັງໝົດ 17.607,4 ຕື້ກີບ ຫລື ປະມານ 2 ຕື້ ໂດລາ ສະຫະລັດ.

ໃນນັ້ນໄດ້ພັດທະນາກໍ່ສ້າງເຂດຕົວເມືອງກວມ ເນື້ອທີ່ 200 ເຮັກຕາ, ລົງທຶນກໍ່ສ້າງທ່າເຮືອສາກົນສາມ ຫລ່ຽມຄໍາ ແລະ ຫ້ອງການພາສີ (ໂດຍໃຫ້ເຈົ້າໜ້າທີ່ພາສີນໍາ ໃຊ້ໂດຍບໍ່ເສຍຄ່າ) ຈໍານວນ 46,459 ຕື້ກີບ ຫລື ປະມານ 5,2 ລ້ານໂດລາສະຫະລັດ. ຂະນະດຽວກັນ ທາງເຂດເສດຖະກິດພິ ເສດສາມຫລ່ຽມຄໍາ ໄດ້ເອົາໃຈໃສ່ປະຕິບັດການມອບພັນທະ ອາກອນໃຫ້ລັດຖະບານ ເຊິ່່ງນັບແຕ່ປີ 2012 ຫາເດືອນ 6 ຂອງປີ 2019 ຈັດຕັ້ງປະຕິບັດແລ້ວ 458 ລ້ານໂດລາສະຫະ ລັດ.

ທ່ານ ຈັນທະຈອນ ວາງຟາເຊັງ ໃຫ້ຮູ້ຕື່ມອີກວ່າ: ພວກເຮົາ ໄດ້ເອົາໃຈໃສ່ພັດທະນາສະພາບແວດລ້ອມໃຫ້ດີ ເປັນຕົ້ນ ໄດ້ ລົງທຶນສ້າງຂົວ ແລະ ປັບປຸງຮ່ອງນໍ້າ 3 ສາຍຢູ່ເຂດຕົວເມືອງ ລວມມູນຄ່າ 56,9 ຕື້ກີບ, ມາຮອດປັດຈຸບັນ ລົງທຶນສ້າງພື້ນ ທີ່ສີຂຽວ ປູກຕົ້ນໄມ້ປະດັບແຄມທາງ ມູນຄ່າ 228,8 ຕື້ກີບ, ດ້ານສາທາລະນະສຸກ ດຶງດູດນັກລົງທຶນຈໍານວນ 30 ລ້ານໂດ ລາສະຫະລັດເພື່ອສ້າງໂຮງໝໍສາກົນລາວຕາເວັນອອກຮ່ວມມືກັບ ໂຮງໝໍເມືອງ ຕົ້ນເຜິ້ງ ແລະ ໂຮງໝໍ ຊຽງແສນ ປະເທດໄທ ເພື່ອຮອງຮັບການປິ່ນປົວພະຍາດ ແລະ ຄົນເຈັບ ຈາກອຸບັດເຫດ. ສ່ວນດ້ານການສຶກສາ ກໍສາມາດດຶງດູດນັກ ທຸລະກິດ ມາລົງທຶນ 133,9 ຕື້ກີບ ເພື່ອສ້າງໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ ຄາດວ່າທ້າຍປີ 2020 ຈະໃຫ້ສໍາເລັດໂຄງການ.

ພ້ອມກັນນີ້ ກໍໄດ້ໃຫ້ຄວາມ ສຳຄັນຕໍ່ວຽກງານວັດທະນະທໍາ ໂດຍໄດ້ລົງທຶນ 65 ຕື້ກີບ ເພື່ອສ້າງຕັ້ງວັດຊົງຊານ ເປັນການສົ່ງເສີມສາດສະໜາ, ຊ່ວຍເຫລືອທຶນກໍ່ສ້າງວັດ ແລະ ພະເຈົ້າໃຫຍ່ຢູ່ ແຂວງ ບໍ່ ແກ້ວ ຈໍານວນ 2,63 ຕື້ກີບ. ສິ່ງສຳຄັນອີກຢ່າງໜຶ່ງ ທາງ ເຂດພວກເຮົາ ໄດ້ສົ່ງເສີມການທ່ອງທ່ຽວ ເຊິ່ງປີ 2018 ມີນັກ ທ່ອງທ່ຽວເຂົ້າມາຈໍານວນ 452.571 ຄົນ, ນັກທ່ອງທ່ຽວ ເຂົ້າ ມາທາງດ່ານສາກົນສາມຫລ່ຽມຄໍາ ມີ 131.593ຄົນ ທຽບ ໃສ່ ປີຜ່ານມາເພີ່ມຂຶ້ນ 124,5%, ລາຍຮັບຈາກວີຊາກັບດ່ານ ປະມານ 22,5 ຕື້ກີບ.

ມາຮອດເດືອນ ກັນຍາ 2019 ເຂດເສດ ຖະກິດພິເສດສາມຫລ່ຽມຄໍາມີ ໂຮງແຮມ ທັງໝົດ 13 ແຫ່ງ, ມີ ຫ້ອງພັກ 1.303 ຫ້ອງ ແລະ ຄາດວ່າຮອດທ້າຍປີຈະເພີ່ມຂຶ້ນ 3 ແຫ່ງ.
ສຳລັບ GDP ຂອງເຂດໃນປີ 2019 ປະມານ 1,353 ຕື້ກີບ ຫລື ປະມານ 150 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 7% ສະເລ່ຍ ລາຍຮັບ 3,750 ໂດລາສະຫະລັດ/ຄົນ, ຮອດປີ 2025 GDP ຂອງເຂດ ຈະໃຫ້ບັນລຸເຖິງ 3,250 ຕື້ກີບ ຫລື ປະມານ 370 ລ້ານໂດລາສະຫະລັດ ທຽບໃສ່ປີ 2019 ເພີ່ມຂຶ້ນ 150%.