ອາລີ້ ໜຸ່ມນັກສຶກສານອກ ຜູ້ຄອງມຸງກຸດ Mr International Laos 2019

205

ບອກເລີຍວ່າມື້ຄືນນີ້ຫຼາຍໆຄົນຄົງລຸ້ນ ແລະ ເຊຍໝາຍເລກທີ່ທ່ານຮັກຢ່າງຕື່ນເຕັ້ນ ກັບການປະກວດ Mr International Laos 2019 ຄໍ່າຄືນວັນທີ 13 ຕຸລາ 2019 ເຊິ່ງຜູ້ທີ່ຄອງມຸງກຸດອັນຊົງກຽດແມ່ນ ໜຸ່ມ ອາລີ້ ທະນູພົນ ໄຊຖາວອນ ໄດ້ເປັນ Mr International Laos 2019

ເປັນໜຶ່ງໜຸ່ມທີ່ບໍ່ທໍາມະດາ ອາດີດນັກສຶກສາ ສາຂາບໍລິຫານທຸລະກິດສາກົນ ທີ່ຈົບມາຈາກ ສສ ຫວຽດນາມ ໄວ 24 ປີ

.

*

ປັດຈຸບັນຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,

ອາລີ້ ບອກວ່າ: ໄດ້ຈົບການສຶກສາລະດັບປະລິນຍາຕີຈາກ ສ.ສ ຫວຽດນາມ ສາຂາທຸລະກິດສາກົນ ເມື່ອປີ 2018 ທີ່ເຂົ້າມາປະກວດໃນເວທີ Mr International Laos 2019 ນີ້ ກໍເພາະມັນເປັນໂອກາດທີ່ດີ ອາລີ້ເອງ ຢາກຮຽນຮູ້ ແລະ ຫາປະສົບການທາງດ້ານບັນເທີງໃຫ້ຫຼາຍໆ.

*

*

*

*

*

ຜ່ານມາເຄີຍເດີນແບບງານ Vientaine wow magazine 2019 ມາ ເພາະມັກຮັກໃນການເປັນນາຍແບບ, ມັກໃນວົງການບັນເທີງ ຈຶ່ງມັກຟິດຫຸ່ນ ດູແລສຸຂະພາບໃຫ້ດີສະເໜີ ໂດຍການອອກກຳລັງກາຍ ພັກຜ່ອນໃຫ້ເປັນເວລາ ແລະ ການກີນອາຫານໃຫ້ຄົບ 5 ໝູ່.

*

*

*

*

*

ສໍາລັບເວລາຫວ່າງຂອງ ອາລີ້ ສ່ວນໃຫຍ່ກໍຈະຫຼິ້ນກິລາ, ຫຼີນgym, ເຕະບານ, ແລ່ນ ແລະ ຮ້ອງເພງ….. ສາວໆທີ່ມັກຮັກ ອາລີ້ ມັກຄົນນິໃສດີ, ເຂົ້າກັນໄດ້ງ່າຍ, ເປັນຄົນ friendly ມະນຸດສໍາພັນດີ

*

*

*

*

ອາລີ້ ເປັນລູກຊາຍຫຼ້າ ມີອ້າຍ 2 ຄົນ ແລະ ເປົ້າໝາຍໃນອະນາຄົດທາງດ້ານການບັນເທິງນ້ອງຄິດໄວ້ວ່າຢາກເປັນດາວດວງໜຶ່ງເພື່ອປະດັບສີສັນທາງດ້ານບັນເທີງ.

.

.

.